ທຳລາຍສິນຄ້າໝົດອາຍຸ ແລະ ເຊື່ອມຄຸນນະພາບ

0
675

ວັນທີ 29 ເມສາ 2022 ນີ້ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ປາກທາ ແຂວງບໍ່ແກ້ວ ໄດ້ຈັດພິທີທຳລາຍສິນຄ້າໝົດອາຍຸ, ເຊື່ອມຄຸນນະພາບ ຂື້ນໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄຳໃສ ບົວປິ່ນ ກຳມະການພັກເມືອງ ຮອງເຈົ້າເມືອງໆປາກທາ ຜູ້ຊີ້ນຳວຽກງານເສດຖະກິດ ມີບັນດາຄະນະປະຈຳພັກ ກຳມະການພັກເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະວິຊາການພາຍໃນຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງຊາຍ ບຸນພະຈັນ ຮັກສາການ ຫົວໜ້າຫ້ອງການອຸດສາຫະກຳ ແລະການຄ້າ ເມືອງປາກທາ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ກ່ຽວກັບການລົງກວດກາສິນຄ້າໝົດອາຍຸ ເຊື່ອມຄຸນນະພາບ ແລະສິນຄ້າຕ້ອງຫ້າມຕາມຫ້າງຮ້ານຕ່າງໆໃນທົ່ວເທດສະບານເມືອງປາກທາໃນຄັ້ງນີ້ວ່າ ໄດ້ກວດກາຫົວໜ່ວຍທຸລະກິດຫ້າງຮ້ານຈຳນວນ 23 ຮ້ານໃນເຂດບ້ານຫາດສະ ແລະ ບ້ານກ້ອນຕື່ນ,ຈຽງຕອງ ກວດກາພົບເຫັນສິນຄ້າເຊື່ອມຄຸນຈຳນວນ 21 ຮ້ານ ແລະ ບໍ່ພົບເຫັນ 2 ຮ້ານ ຜ່ານການກວດກາພົບເຫັນສິນຄ້າໝົດອາຍຸການນຳໃຊ້, ເຊື່ອມຄຸນ, ປອມແປງລອກຮຽນແບບ ແລະ ສິນຄ້າຕ້ອງຫ້າມ ມີ 21 ລາຍການ ເປັນຕົ້ນ:

ນ້້ຳອັດລົມ,ເຂົ້າໜົມ, ໝີໄວໆ, ນົມເຄນີຊັ້ນ ໂອອີຊິ ແລະ ສິນຄ້າອື່ນອີກຈຳນວນໜື່ງ ລວມມູນຄ່າ 5 ລ້ານ 4 ແສນກວ່າກີບ ພາຍຫຼັງກວດພົບສິນຄ້າດັ່ງກ່າວແລ້ວຄະນະຮັບຜິດຊອບກໍ່ໄດ້ຍຶດເພື່ອໄປທຳລາຍຖິ້ມ ພ້ອມທັງໄດ້ເຮັດບົດບັນທຶກກ່າວເຕືອນຕໍ່ເຈົ້າຂອງຮ້ານຫ້າມນຳເອົາສິນຄ້າໝົດອາຍຸ, ເຊື່ອມຄຸນນະພາບມາວາງຂາຍຢ່າງເດັດການລົງກວດກາໃນຄັ້ງນີ້ເຈົ້າໜ້າທີຍັງໃຫ້ຄຳແນະນຳເຈົ້າຂອງຮ້ານໃຫ້ຮູ້ວິທີກວດກາສິນຄ້າໝົດອາຍຸມີຄວາມເຂົ້າໃຈຕໍ່ລະບຽບການມີຄວາມຕື່ນຕົວກວດກາສິນຄ້າດ້ວຍຕົວເອງເພື່ອຮັບປະກັນຕໍ່ຜູ້ບໍລິໂພກໃຫ້ໄດ້ຮັບສິນຄ້າທີມີຄຸນນະພາບທີດີ ແລະ ປອດໄພຕໍ່ສຸຂະພາບ.

ໂອກາດນີ້ ທ່ານ ຄຳໃສ ບົວປິ່ນ ຮອງເຂົ້າເມືອງປາກທາ ໄດ້ມີຄຳເຫັນເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງພ້ອມກັນສືບຕໍ່ລົງຈັດຕັ້ງປະຕິບັດກວດກາສິນຄ້າຢູ່ບັນດາຫ້າງຮ້ານ ແລະ ບັນດາບ້ານໃນທົ່ວເທດສະບານເມືອງ ແລະ ບັນດາກຸ່ມໃຫ້ທົ່ວເຖິງເພື່ອຈະໄດ້ນຳເອົາສິນຄ້າທີໝົດອາຍຸເຊື່ອມຄຸນມາທຳລາຍຖິ້ມເພື່ອເປັນການປົກປ້ອງຜູ້ບໍລິໂພກ ແລະ ໄດ້ຮຽກຮ້ອງໃຫ້ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນ ກ່ອນຈະຊື້ສິນຄ້າຕ້ອງອ່ານສະຫຼາກຫຸ້ມຫໍ່ຫຼືໜ້າຊອງກ່ອນຈະຊື້ມາບໍລິໂພກ ທັງນີ້ກໍ່ເພື່ອແນໃສ່ໃຫ້ຜູ້ບໍລິໂພກພາຍໃນເມືອງໄດ້ຮັບຄວາມປອດໄພຈາກສິນຄ້າໝົດອາຍຸການ, ຮັບປະກັນໃຫ້ການຊື້ການຂາຍມີຄວາມໂປ່ງໃສ ແລະຖືກຕ້ອງຕາມລະບຽບຫຼັກການທີ່ວາງໄວ້, ພ້ອມກັນນັ້ນຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນເຜົາທຳລາຍສິນຄ້າທີ່ໝົດຄຸນນະພາບ, ເຊື່ອມຄຸນ ແລະ ສິນຄ້າຕ້ອງຫ້າມ, ປອມແປງລອກຮຽນແບບຢ່າງເປັນທາງການ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here