ຖະແຫຼງຂ່າວການເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ

0
1460

ພິທີໂອ້ລົມ ນັກກິລາທີມຊາດ ແລະ ພິທີຖະແຫຼງຂ່າວ ການເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ.

ວັນຈັນ 02 ພຶດສະພາ 2022 ນະຄອນຫຼວງວຽງຈັນ, ໄດ້ມີພິທີໂອ້ລົມ ນັກກິລາທີມຊາດ ແລະ ພິທີຖະແຫລງຂ່າວ ການເຂົ້າຮ່ວມການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ຄະນະນັກກິລາທີມຊາດບານເຕະຊາຍ, ຄະນະນັກກິລາທີມຊາດບານເຕະຍິງ ແລະ ນັກຂ່າວ ສື່ມວນຊົນ ເຂົ້າຮ່ວມ.ທ່ານ ປະສາດໄຊ ພິລາພັນເດຊ ຄະນະນຳທີມບານເຕະຊາຍ ແລະ ທ່ານ ນາງ ພູໄຊ ແພງພົງ ຄະນະນຳທີມບານເຕະຍິງ ໄດ້ຂຶ້ນລາຍງານກ່ຽວກັບການກຽມຄວາມພ້ອມຂອງທີມ ເພື່ອກະກຽມເຂົ້າຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 12-23 ພຶດສະພາ 2022.

ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ຄຳໂອວາດ ໂດຍໄດ້ເນັ້ນຫນັກໃຫ້ ຄະນະນຳ, ຄູຝຶກ ແລະ ນັກກິລາ ປະຕິບັດລະບຽບການຂອງເຈົ້າພາບວາງອອກ ຢ່າງເຄັງຂັດ ແລະ ໃຫ້ຄຳນຶງສະເໝີວ່າເວລາລົງສະໜາມແຂ່ງຂັນແມ່ນໃນນາມຕາງໜ້າໃຫ້ແກ່ຄົນລາວທົ່ວປະເທດ, ຕ້ອງສະແດງໃຫ້ເຫັນເຖິງວັດທະນະທຳຂອງຄົນລາວເປັນຄົນມີໄມຕີຈິດມິດຕະພາບຕໍ່ຜູ້ເຂົ້າຮ່ວມແຂ່ງຂັນ ແລະ ເພື່ອນຮ່ວມ ອາຊີບນຳກັນແຕ່ຕ້ອງເຮັດທຸກຄວາມສາມາດ ແລະ ນຳໃຊ້ເຕັກນິກທີ່ໄດ້ຝຶກຊ້ອມມາເພື່ອເອົາຊະນະຄູ່ຕໍ່ສູ້ດ້ວຍຈິດໃຈກ້າຫານ ແລະ ດ້ວຍຈິດໃຈຊາດພິລະອາດຫານ ເພື່ອນຳໄຊຊະນະ ແລະ ກຽດຊື່ສຽງມາສູ່ປະເທດຊາດ.ຫລັງຈາກນັ້ນ ອາພັດສະລາ ຈັນທະວົງໄຊ ຕາງຫນ້າ ນັກກິລາທີມຊາດຍິງ ແລະ ນະລົງສິດ ຈັນທະລັງສີ ຕາງຫນ້ານັກກິລາທີມຊາດຊາຍ ໄດ້ຂຶ້ນກ່າວຮັບຄໍາໂອ້ວາດຈາກ ທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານ ກິດຕິມະສັກ ສຕລ ຈະຕັ້ງໃຈເອົາໃຈໃສ່ສ້າງຄວາມສາມັກຄີ ພາຍໃນທີມ ແລະ ພ້ອມໃຈກັນຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນພາຍໃນທີມ ຢ່າງສຸດຄວາມສາມາດ ແລະ ພະຍາຍາມສ້າງຜົນງານໃຫ້ປະກົດຜົນເປັນຈິງ’’.

ສຳລັບເປົ້າໝາຍໃນການເຂົ້າຮ່ວມໃນຄັ້ງນີ້ທັງທີມຍິງ ແລະ ຊາຍ ແມ່ນຈະສູ້ຊົນໃຫ້ໄດ້ຜ່ານເຂົ້າຮອບຮອງຊະນະເລີດ.

ສຳລັບລາຍຊື່ຄະນະນຳ, ຄູຝຶກ, ແພດ ແລະ ນັກກິລາ ທີມບານເຕະຊາຍມີດັ່ງນີ້:ຄະນະນຳ ປະກອບມີ: ທ່ານ ປະສາດໄຊ ພິລາພັນເດຊ ຫົວຫນ້າຄະນະຄະນະຄູຝຶກ, ແພດ ແລະ ສື່ມວນຊົນ ປະກອບມີ: ທ່ານ HANS MICHAEL WEISS ຫົວຫນ້າຄູຝຶກ, ທ່ານ ກັນລະຍາ ສີສົມຫວັງ (ຜູ້ຊ່ວຍຄູຝຶກ), ທ່ານ ພຸດປະສົງ ແສງດາລາວົງ (ຜູ້ຊ່ວຍຄູຝຶກ), ທ່ານ ໂອເລ້ ບູສະອາດ (ຜູ້ຊ່ວຍຄູຝຶກ), ທ່ານ ຈັນທະຄາດ ສ່ຽນຜ່ອງໃສ (ຄູຝຶກຜູ້ຮັກສາປະຕູຄະນະບໍລິຫານທີມ)

ທ່ານ ສົມສະນຸກ ລຽນສະຫວັນ (ຜູ້ຈັດການທີມ), ທ່ານ ອຸດຕະມະ ຂາງມະນີວົງ (ບໍລິຫານທີມ), ທ່ານ ສຸດໃຈ ສຸກແພງສີ (ອຸປະກອນແພດປະຈຳທີມ), ທ່ານ ບັນຈົງ ຈິນດາ (ແພດກາຍະບຳບັດ), ທ່ານ ສີວິໄລ ສີຫາເທບ ແພດກາຍະບຳບັດສື່ມວນຊົນ), ທ່ານ ສີຈັນ ສູນນະລາດ (ສື່ມວນຊົນ)

ລາຍຊື່ນັກກິລາ 23 ຄົນ ປະກອບມີ: ຜູ້ຮັກສາປະຕູ 1. ແກ້ວອຸດອນ ສຸວັນນະສັງໂສ ຈາກ ສະໂມສອນກິລາບານເຕະ ກອງທັບ 2. ສີອຳພອນ ແສງສະຫວ່າງ ຈາກ ສະໂມສອນກິລາບານເຕະ ວຽງຈັນ3. ໄຊສະຫວາດ ສຸວັນນະໂຊກ ຈາກ ສະໂມສອນບານເຕະ ຊ້າງນ້ອຍ, ກອງຫຼັງ: 4. ກ້າຫານ ເພັດສີວິໄລ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ, 5. ອານັນຕະຊາ ສີພົງພັນ ຈາກ ສະໂມສອນກິລາບານເຕະ ເອສະຣາ, 6. ພຸດທະວົງ ສັງວິໄລ ຈາກ ສະໂມສອນກິລາບານເຕະ ເອສະຣາ, 7. ນະລົງສິດ ຈັນທະລັງສີ ຈາກ ສະໂມສອນກິລາບານເຕະ ຈຳປາສັກ, 8. ເພັດດາວັນ ສົມສະນິດ ຈາກ ສະໂມສອນກິລາບານເຕະ ຈຳປາສັກ, 9. ແອັດ ວຽງຄໍາ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ, 10. ອິນທະຈັກ ສີສຸພັນ ຈາກ ສະໂມສອນກິລາບານເຕະ ຫຼວງພະບາງ+ ກອງກາງ, 11. ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນ ກິລາບານເຕະ ສະຫມຸດປະການ ( ໄທລີກ 1 ), 12. ພິທັກ ກອງມາທິລາດ ຈາກ ສະໂມສອນ ກິລາບານເຕະ ນະຄອນປະຖົມ ( ໄທລີກ 2 ), 13. ສິນນະກອນ ກູມະນີຄຳ ຈາກ ສະໂມສອນກິລາບານເຕະ ຫຼວງພະບາງ, 14. ພັດທະນາ ພົມມະເທບ ຈາກ ສະໂມສອນກິລາບານເຕະ ເອສະຣາ, 15. ທະນູທອງ ກຽດນະລົງລົບ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ,16. ດາໜຸດ ທອງຄໍາສະຫວັດ ຈາກ ສະໂມສອນກິລາບານເຕະ ຈຳປາສັກ, 17. ຈັນທະວີໄຊ ຂຸນທຸມພອນ ຈາກ ສະໂມສອນກິລາບານເຕະ ຈຳປາສັກ, 18. ກ້ວຍເຈັ໋ງ ຫນູພັກດີ ຈາກ ສະໂມສອນກິລາບານເຕະ ຈຳປາສັກ, 19. ພູວຽງ ພູມສະຫວັດ ຈາກ ສະໂມສອນກິລາບານເຕະ ວຽງຈັນ, 20. ບຸນພະຈັນ ບຸນກອງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ, ກອງໜ້າ: 21. ວີສີດ ບຸນປະເສີດ ຈາກ ສະໂມສອນກິລາບານເຕະ ຈຳປາສັກ, 22. ເອກກະໄມ ລາດຊະຈັກ ຈາກ ແຂວງສະຫວັນນະເຂດ, 23. ໂຈນີ້ ແຫວນປະເສີດ ຈາກ ສະໂມສອນກິລາບານເຕະ ເອສະຣາ.

ສຳລັບລາຍຊື່ຄະນະນຳ, ຄູຝຶກ, ແພດ ແລະ ນັກກິລາ ທີມບານເຕະຍິງມີດັ່ງນີ້:ຄະນະນຳ ປະກອບມີ:1. ທ່ານ ນາງ ພູໄຊ ແພງພົງ ຫົວຫນ້າຄະນະຄະນະຄູຝຶກ, ແພດ ແລະ ສື່ມວນຊົນ ປະກອບມີ:1. ທ່ານ ວົງມີໄຊ ສຸບົວຄຳ ຫົວຫນ້າຄູຝຶກ, 2. ທ່ານ ນາງ ດອນສະຫວັນ ໄຊຍະສົມບັດ ຜູ້ຊ່ວຍຄູຝຶກ, 3. ທ່ານ ນາງ ຄານຊະນິດ ຄຳຈະເລີນ ຜູ້ຊ່ວຍຄູຝຶກ, 4. ທ່ານ ນາງ ພຸດ ຄຳສຸກຖາວົງ ຄູຝຶກຜູ້ຮັກສາປະຕູຄະນະບໍລິຫານທີມ, 1. ທ່ານ ນາງ ປຣະຣິຊາດ ສຸກສຳລານ ຜູ້ຈັດການທີມ, 2. ທ່ານ ນາງ ນົກ ດວງມາລາ ບໍລິຫານທີມ, 3. ທ່ານ ສາຍຍັນ ພອນວິໄລ ອຸປະກອນແພດປະຈຳທີມ, 1. ທ່ານ ນາງ ຕິກຕ້າ ດວງພະຈັນ ແພດກາຍະບຳບັດ, 2. ທ່ານ ນາງ ເຄືອວັນ ເມັງວິໄລ ແພດກາຍະບຳບັດສື່ມວນຊົນ, 1. ທ່ານ ທິບພະກອນ ພະກາສີ ສື່ມວນຊົນ.

ລາຍຊື່ນັກກິລາ 20 ຄົນ ປະກອບມີ: ສຳລັບ ລາຍຊື່ ນັກກິລາ 20 ຄົນປະກອບມີ : + ຜູ້ຮັກສາປະຕູ 1. ນ. ພັດທະລາວະດີ ສໍໂພທິຣາຊ ຈາກ ແຂວງສະຫວັນນະເຂດ2. ນ. ບັງອອນ ພອນໄຊ ຈາກ ນະຄອນຫຼວງ, 3. ນ. ເພັດລາວັນ ໄຊຍະເພັດດາລາ ຈາກ ນະຄອນຫລວງ+ ກອງຫລັງ 4. ນ. ວິລິນທອນ ວົງແສງທອງ ຈາກ ນະຄອນຫລວງ5. ນ. ວິໄລວັນ ປັນຍານຸວົງ ຈາກ ນະຄອນຫລວງ6. ນ. ຫລ້ານ້ອຍ ວົງສິງຄໍາ ຈາກ ນະຄອນຫລວງ7. ນ. ສາຍສະຫມອນ ອິນທະພອນ ຈາກ ນະຄອນຫລວງ8. ນ. ທິບປະກອນ ສີວົງລາດ ຈາກ ນະຄອນຫລວງ9. ນ.ໂບລິ້ງ ຫລວງຄີລີ ຈາກ ນະຄອນຫລວງ10. ນ. ໃຈຄໍາ ໄຊຍະປະເສີດ ຈາກ ນະຄອນຫລວງ11. ນ. ປານັດດາ ໂພທິສານ ຈາກ ແຂວງສະຫວັນນະເຂດ+ ກອງກາງ 12. ນ. ອານຸຕາ ຈັນທີທອງ ຈາກ ນະຄອນຫລວງ13. ນ. ພອນທິບ ພົມມະຈັນ ຈາກ ແຂວງສະຫວັນນະເຂດ14. ນ. ແຫຼ້ ອິນທະວົງ ຈາກ ແຂວງຄຳມ່ວນ15. ນ. ພະນິກອນ ວັນນະລາດ ຈາກ ນະຄອນຫລວງ16. ນ. ແສງເດືອນ ພົງໄພລັດ ຈາກ ນະຄອນຫລວງ17. ນ. ພິມພາ ທອງສະຫວ່າງ ຈາກ ແຂວງສະຫວັນນະເຂດ18. ນ. ພຸດສະດີ ຫລວງອາມາດ ຈາກ ນະຄອນຫລວງ 19. ນ. ອິນທິດາ ຄູນສີ ຈາກ ນະຄອນຫລວງ.+ ກອງຫນ້າ20. ນ. ຫັດລືໄທ ທໍາມະວົງສາ ຈາກ ແຂວງສະຫວັນນະເຂດ 21. ນ. ອາພັດຊະລາ ຈັນທະວົງໄຊ ຈາກ ນະຄອນຫລວງ22. ນ. ວາດີ້ ອິນທິຍາ ຈາກ ນະຄອນຫລວງ23. ນ. ຈິນດາ ສີຫາລາດ ຈາກ ນະຄອນຫລວງການແຂ່ງຂັນບານເຕະຊາຍ ມີ 10 ປະເທດ ເຂົ້າຮ່ວມຄື: ຫວຽດນາມ, ໄທ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ສິງກະໂປ, ຟີລິບປິນ, ຕີມໍ ເລສເຕ, ລາວ ແລະ ກຳປູເຈຍ.

ກຸ່ມ ເອ: ຫວຽດນາມ, ອິນໂດເນເຊຍ, ມຽນມາ, ຟີລິບປິນ ແລະ ຕີມໍ ເລສເຕ.ກຸ່ມ ບີ: ໄທ, ມາເລເຊຍ, ກຳປູເຈຍ, ສິງກະໂປ ແລະ ລາວຕາຕະລາງ ການແຂ່ງຂັນບານເຕະຊາຍ ທີມຊາດລາວ ມີດັ່ງນີ້:- ວັນທີ 07/05/2022 ເວລາ 16:00 ສິງກະໂປ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Thien Truong- ວັນທີ 09/05/2022 ເວລາ 16:00 ລາວ ພົບ ກຳປູເຈຍ ແຂ່ງຂັນຢູ່ທີ່ສະຫນາມ Thien Truong – ວັນທີ 11/05/2022 ເວລາ 19:00 ມາເລເຊຍ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Thien Truong- ວັນທີ 16/05/2022 ເວລາ 19:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Thien Truong

ການແຂ່ງຂັນບານເຕະຍິງ ມີ 7 ປະເທດເຂົ້າຮ່ວມຄື: ຫວຽດນາມ, ໄທ, ມຽນມາ, ສິງກະໂປ, ຟີລິບປິນ, ລາວ ແລະ ກຳປູເຈຍ.ກຸ່ມເອ : ຫວຽດນາມ, ຟີລິບປິນ ແລະ ກຳປູເຈຍ ກຸ່ມບີ : ໄທ, ມຽນມາ, ລາວ ແລະ ສິງກະໂປຕາຕະລາງ ການແຂ່ງຂັນບານເຕະຍິງ ທີມຊາດລາວ ມີດັ່ງນີ້:

– ວັນທີ 10/05/2022 ເວລາ 16:00 ມຽນມາ ພົບ ລາວ ແຂ່ງຂັນຢູ່ທີ່ສະຫນາມ Cam Pha

– ວັນທີ 13/05/2022 ເວລາ 16:00 ລາວ ພົບ ສິງກະໂປ ແຂ່ງຂັນຢູ່ທີ່ສະຫນາມ Cam Pha

– ວັນທີ 15/05/2022 ເວລາ 16:00 ລາວ ພົບ ໄທ ແຂ່ງຂັນຢູ່ທີ່ສະຫນາມ Cam Pha

ກຳນົດການເດີນທາງຂອງ ທີມບານເຕະຊາຍ ແມ່ນຈະອອກເດີນທາງໃນວັນທີ 04 ພຶດສະພາ ສ່ວນທີມບານເຕະຍິງ ແມ່ນຈະອອກເດີນທາງໃນວັນທີ 06 ພຶດສະພາ 2022.

ຂໍ້ມູນ ແລະ ຮູບພາບ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

LEAVE A REPLY

Please enter your comment!
Please enter your name here