ມອບ Passport ໃຫ້ນັກກິລາເຊື້ອສາຍລາວໃນປະເທດຝຣັ່ງ

0
944

ທູດລາວ ມອບໜັງສືຜ່ານແດນໃຫ້ນັກກິລາ ເຊື້ອຊາດລາວ ເພື່ອເຂົ້າຮ່ວມແຂ່ງຂັນ ຊີເກມ ຄັ້ງທີ 31 ທີ່ ຫວຽດນາມ ໃນວັນທີ 27 ເມສາ 2022 ໂດຍຕາງໜ້າໃຫ້ສະຫະພັນມວຍລາວແລະສະຫະພັນເທັນນິດແຫ່ງຊາດລາວ, ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສ.ຝຣັ່ງ; ທ່ານ ຄໍາອິນ ຄິດຈະເດດ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາປະເທດຝຣັ່ງ ໄດ້ມອບປື້ມຜ່ານແດນ ( Passeport ) ໃຫ້ແກ່ທ່ານ ມິກ ເລຣດກວຽກ ສະເດັດຕັນ ນັກກິລາເທັນນິດ ອາຊີບ ທີ່ຕິດຢູ່ໃນອັນດັບ ທີ່ດີຂອງໂລກ ແລະ ທ່ານ ດີມີຕຣີ ກິດຕະນະ ສີລາລັກ ນັກກິລາ ຄິງບ໋ອກຊິງ ທີ່ຕິດອັນດັບຂອງປະເທດຝຣັ່ງ ເພື່ອກະກຽມເຂົ້າຮ່ວມຮັບໃຊ້ທີມຊາດລາວໃນຊີເກມ ຄັ້ງທີ 31 ທີ່ຈະຈັດຂື້ນທີ່ ສສ ຫວຽດນາມ ເປັນເຈົ້າພາບໃນເດືອນ ພຶດສະພາ ທີ່ຈະມາເຖິງນີ້:

ທ່ານ ມິກ ເລຣດກວຽກ ສະເດັດຕັນ ລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາ ທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ, ມິກ, ເກີດວັນທີ 20/ 06/1993 ທີ່ເມືອງchamps-sur-marne ແລະ ເລີ່ມຕົ້ນຮຽນຫຼີ້ນກິລາເທັນນິດ ນັບແຕ່ອາຍຸພຽງ 5 ປີ ໂດຍໄດ້ຮັບການສະໝັບສະໝູນຈາກຜູ້ເປັນພໍ່ ແລະເຂົ້າໂຮງຮຽນຝຶກສອນເທັນນິດອາຊີບ ຈົນໄດ້ຕິດທີມຊາດຂອງປະ ເທດຝຣັ່ງກາຍເປັນນັກກິລາອາຊີບໃນປະຈຸບັນ, ມີການແຂ່ງ ຂັນຈັດອັນດັບຂອງໂຕເອງຕະຫຼອດໃນຂອບເຂດເອີຣົບ ແລະທະວີບອື່ນໆ.

ນັບວ່າເປັນຄັ້ງທໍາອິດ ທີ່ທ່ານໄດ້ຖຶກຄັດ ເລືອກເຂົ້າຮ່ວມສະຫະພັນເທັນນິດແຫ່ງຊາດເພື່ອເຂົ້າຮ່ວມ ແຂ່ງຂັນໃນງານມະຫາກໍາກິລາຊີເກມ ຄັ້ງທີ 31 ທີ່ ຫວຽດ ນາມ ໂດຍມີແຜນການຈະບີນເຂົ້າໄປ ສປປ ລາວ ຝຶກຊ້ອມຮ່ວມກັບສະຫະພັນເທັນນິດ ກ່ອນການແຂ່ງຂັນໃນ 1 ອາ ທິດກ່ອນການແຂ່ງຂັນ.

ທ່ານ ດີມີຕຣີ ກິດຕະນະ ສີລາລັກ ລູກຫຼານວົງຄະນາຍາດເຊື້ອຊາດລາວເຮົາ ທີ່ດໍາລົງຊີວິດຢູ່ປະເທດຝຣັ່ງ, ດີມີຕຣີ ກິດຕະນະ ສີລາລັກ ເກີດເມື່ອວັນທີ 7/ 11 /1991 ທີເມືອງ Roubaix ຢູ່ທາງພາກເໝືອຂອງປະເທດຝຣັ່ງ ເປັນນັກກິລາມວຍຄິງບ໋ອກຊິງ ອາຊີບໃນລຸ້ນ 63 ກິໂລຊຶ່ງໄດ້ຝຶກຊ້ອມໃນການຫຼິ້ນກິລາຄິງບ໋ອກຊິງ ມາແຕ່ອາຍຸຍັງນ້ອຍໆ ແລະເຂົ້າຮ່ວມແຂ່ງຂັນເປັນກິລາອາຊີບ.

ໃນໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດ ຄໍາອິນ ຄິດຈະເດດ ໄດ້ກ່າວຍ້ອງຍໍຊົມເຊີຍຜູ້ເປັນພໍ່ແມ່ ແລະ ນັກກິລາທັງສອງທ່ານ ລວມໄປເຖິງຍາດຕິພີ່ນ້ອງທີ່ມີນໍ້າໃຈຮັກເຊື້ອແພງຊາດ ຢາກປະກອບສ່ວນເຂົ້າໃນຂົງເຂດທາງດ້ານກິລາເພື່ອພັດທະນາວົງການກິລາລາວອິກອັນໜື່ງເພື່ອປະ ກອບສ່ວນອຸທິດເຫື່ອແຮງໃຫ້ສະຫະພັນ ແລະ ຖ່າຍທອດທັກສະປະສົບການຫຼາຍໆດ້ານ ໃຫ້ເພື່ອຮ່ວມສະຫະພັນດຽວກັນ ເພື່ອນໍາພາສະຫະພັນກໍ່ຄືທີມຊາດລາວເຮົາກ້າວໄປໃນລະດັບທີ່ດີກ່າວເກົ່າ.

ແຫຼ່ງຂ່າວ:

ສະມາຄົມນັກຂ່າວແຫ່ງ ສ ປ ປ ລາວ

54m  · ເຈົ້າແຂວງອັດຕະປື ຕ້ອນຮັບປະທານອົງການກາແດງລາວ ໃນວັນທີ 29 ເມສາ 2022 ນີ້ທີ່ຫ້ອງວ່າການແຂວງອັດ ຕະປື; ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ໄດ້ຕ້ອນຮັບທ່ານ ຮສ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມດ້ວຍຄະນະ ໃນໂອກາດມາເຄື່ອນ ໄຫວເຮັດວຽກກັບພະນັກງານວິຊາການຢູ່ອົງການກາແດງແຂວງອັດຕະປື. ທ່ານ ຮສ.ດຣ ພູທອນ ເມືອງປາກ ໄດ້ແຈ້ງຈຸດປະສົງໃຫ້ການນຳແຂວງຮັບຊາບ; ພ້ອມທັງໂອ້ລົມພະນັກງານກາແດງໂດຍຍົກໃຫ້ເຫັນ ກ່ຽວກັບພາລະບົດບາດຂອງອົງການກາແດງ ໂດຍສະເພາະ 9 ໜ້າວຽກຫຼັກ ຕິດພັນກັບອົງການກາແດງ ແລະ ການຊ່ວຍເຫຼືອສັງຄົມ ເຊິ່ງການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ມີຫຼາຍອັນທີ່ພົ້ນເດັ່ນ ແລະມີບາງດ້ານທີ່ພົບຄວາມຫ້ຍຸງຍາກ, ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ອົງ ການກາແດງແຂວງ ໂຄສະນາຊອກຫາການສະໜັບສະໜູນ ແຫຼ່ງທຶນ, ວັດຖຸ ຈາກບັນດາບຸກຄົນ, ນິຕິບຸກຄົນ ເພື່ອປະ ກອບສ່ວນເຂົ້າໃນການເຄື່ອນວຽກງານມະນຸດສະທຳ ແລະ ສະເໜີໃຫ້ການນຳແຂວງ ເປັນໃຈກາງໃນການນໍາພາ-ຊີ້ນໍາ, ພັດທະນາວຽກງານອົງການກາແດງໃຫ້ເຕີບໃຫຍ່ ເຂັ້ມແຂງ ຂຶ້ນເລື້ອຍໆ. ໃນໂອກາດນີ້, ທ່ານເຈົ້າແຂວງ ໄດ້ກ່າວສະແດງຄວາມຂອບໃຈ ທີ່ໃນໄລຍະຜ່ານມາອົງການກາແດງແຫ່ງຊາດລາວ ໄດ້ໃຫ້ການຊ່ວຍເຫຼືອດ້ານທຶນຮອນ ແລະ ບົດຮຽນອັນລໍ້າຄ່າຢ່າງຫຼວງຫຼາຍ ແລະ ທ່ານຍັງແຈ້ງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຢູ່ ແຂວງອັດຕະປື ໃຫ້ຮູ້ໂດຍລວມ, ໂດຍສະເພາະວຽກງານຂອງອົງການກາແດງ ທີ່ຕິດພັນກັບການຊ່ວຍເຫຼືອສັງຄົມອື່ນໆ. ນອກນີ້ ອົງການກາແດງແຫ່ງຊາດລາວ ຍັງນໍາເອົາເຄື່ອງສຸຂະອານາໄມປ້ອງກັນໂຄວິດ 19 ຈຳນວນ 255 ຊຸດ ແລະ ເຄື່ອງບັນເທົາທຸກ 50 ແກັດ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສ.ເກົາຫຼີ ລວມມູນຄ່າ 129 ລ້ານກວ່າກີບ ມອບໃຫ້ອົງການກາແດງແຂວງອັດຕະປື ເພື່ອມອບຕໍ່່ໃຫ້ຜູ້ທີ່ຮັບຜົນກະທົບ ຈາກພະຍາດໂຄວິດ-19.

ແຫຼ່ງຂ່າວ: ສະມາຄົມນັກຂ່າວແຫ່ງ ສ ປ ປ ລາວ

LEAVE A REPLY

Please enter your comment!
Please enter your name here