ກອງປະຊຸມ ກວດກາເນື້ອໃນຮອບດ້ານກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ

0
878

ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບປັບປຸງກົດໝາຍ ຈັດກອງປະຊຸມກວດກາເນື້ອໃນຮອບດ້ານກ່ຽວກັບ ການປັບປຸງກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບປັບປຸງ ໂດຍການເປັນປະທານຂອງ ທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີປະທານກຳມາທິການກົດໝາຍ, ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບຂອງສະພາແຫ່ງຊາດ, ຕາງໜ້າຈາກກະຊວງຍຸຕິທຳ, ຫ້ອງວ່າການລັດຖະບານ ແລະ ບັນດາກົມອ້ອມຂ້າງກະຊວງການເງິນ ເຂົ້າຮ່ວມ.ໃນກອງປະຊຸມ, ທ່ານ ບຸນປອນ ວັນນະຈິດ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ ສະບັບທີ່ນຳງໃຊ້ໃນປັດຈຸບັນ ເລກທີ14/ສພຊ, ລົງວັນທີ 05 ກໍລະກົດ 2021 ເປັນການປັບປຸງຈາກກົດໝາຍຊັບສິນຂອງລັດ ສະບັບເລກທີ 09/ສພຊ, ລົງວັນທີ 12 ຕຸລາ 2002 ເຊິ່ງກົດໝາຍສະບັບດັ່ງກ່າວ ໄດ້ຖືກສ້າງຂຶ້ນມີໜ້າທີ່ກຳນົດປະເພດ, ການຄຸ້ມຄອງ, ການນຳໃຊ້, ການປົກປັກຮັກສາ ແລະ ການພັດທະນາຊັບສິນຂອງລັດໃຫ້ມີປະສິດທິຜົນ, ຖືກຕ້ອງຕາມຈຸດປະສົງ, ເປົ້າໝາຍ, ລະບຽບກົດໝາຍ ແນ່ໃສ່ປະກອບສ່ວນເຂົ້າໃນການພັດທະນເສດຖະກິດ-ສັງຄົມແຫ່ງຊາດ ລວມທັງການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ສຳລັບຮ່າງກົດໝາຍດັ່ງກ່າວ ປະກອບດ້ວຍ 9 ພາກ, 7 ໝວດ, 66 ມາດຕາ ເຊິ່ງຈະເປັນບ່ອນອີງທາງດ້ານນິຕິກຳທີ່ໜັກແໜ້ນ ໃຫ້ແກ່ອົງການຈັດຕັ້ງລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຄຸ້ມຄອງຊັບສິນຂອງລັດ, ກົດໝາຍມີຄວາມຮັດກຸມ, ເປັນລະບົບຄົບຊຸດ, ມີເນື້ອໃນຈະແຈ້ງຄົບຖ້ວນ ແລະ ເຂົ້າໃຈງ່າຍ, ຮັບປະກັນປະ ສິດທິພາບໃນການຈັດຕັ້ງປະຕິບັດ, ສາມາດປົກປ້ອງສິດຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ, ປົກປັກຮັກສາ ແລະ ພັດທະນາຊັບສິນຂອງລັດ ໃຫ້ມີຄວາມຍືນຍົງ ແລະ ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານ, ຍົກສູງບົດບາດການຄຸ້ມຄອງຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດກົດໝາຍຢ່າງເຂັ້ມງວດ, ມີຄວາມໂປ່ງໃສເອກະພາບ ແລະ ສາມາດກວດສອບໄດ້, ອັນເປັນການປະກອບສ່ວນເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້.ຮ່າງກົດໝາຍດັ່ງກ່າວ, ໄດ້ຜ່ານການທາບທາມຄໍາຄິດເຫັນຢູ່ພາກກາງ, ພາກເໜືອ ແລະ ພາກໃຕ້ໃນເດືອມີນາ 2022 ຜ່ານມາ, ພ້ອມທັງໄດ້ຜ່ານການກວດກາເນື້ອໃນຮອບດ້ານກ່ຽວກັບການປັບປຸງ ກົດໝາຍວ່າດ້ວຍຊັບສິນຂອງລັດ(ສະບັບປັບປຸງ) ແລ້ວຈຶ່ງສະເໜີຕໍ່ລັດຖະບານໃນເດືອນເມສາ 2022 ຜ່ານຮູບແບບ ກອງປະຊຸມລັດຖະບານສະໄໝວິສາມັນ ເພື່ອພິຈາລະນາຮ່າງກົດໝາຍວ່າດ້ວຍຊັບສິນຂອງລັດ ຄັ້ງວັນທີ 12 ເມສາ 2022, ພ້ອມທັງຈະເໜີຮ່າງກົດໝາຍເບື້ອງຕົ້ນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ປະຈຳປີ 2022 ນີ້.

ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ປະກອບຄຳຄິດຄຳເຫັນກົງໄປກົງມາ ເພື່ອເຮັດໃຫ້ຮ່າງເນື້ອໃນຊັດແຈ້ງ ແລະ ຮັດກຸມຫລາຍຂຶ້ນ, ກົດໝາຍສະບັບນີ້ ກໍເປັນໜຶ່ງໃນກົດໝາຍ ທີ່ຈະເອົາເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ປະຈຳປີ 2022, ສ່ວນບາງມາດຕາ ທີ່ຍັງບໍ່ສາມາດໄດ້ຂໍ້ສະຫລຸບ ຈະໄດ້ນຳໄປປຶກສາຫາລືກັບຂັ້ນເທິງ ເພື່ອຄົ້ນຄວ້າພິຈາລະນາປັບປຸງເນື້ອໃນໃຫ້ຄົບຖ້ວນ ແລະ ຮັດກຸມຂຶ້ນຕື່ມ.

ຂ່າວ-ພາບ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here