ສຳນັກແປກ! ອ້າງດື່ມນໍ້າຍ່ຽວ ອາໂຈມ ຮັກສາພະຍາດໄດ້

0
1231

ຕາມການລາຍງານ ຂອງສຳນັກຂ່າວທາງປະເທດໄທ ໄດ້ລາຍງານ ໃນວັນທີ 8 ພຶດສະພາ 2022, ໝໍປາ (ຜູ້ຊ່ວຍແກ້ໄຂດ້ານໄສຍະສາດຊື່ໃດໃນໄທ) ຮ່ວມກັບເຈົ້າແຂວງໄຊຍະພູມ ປະເທດໄທ ພ້ອມນຳເຈົ້າໜ້າທີ່ເຂົ້າກວດສອບ ສຳນັກແປກ ໃນພຶ້ນທີ່ ເມືອ’ ຄອນສານ ແຂວງໄຊຍະພູມ ເນື່ອງຈາກເຈົ້າຂອງສຳນັກດັ່ງກ່າວອ້າງວ່າ ຕົນເອງເປັນພໍ່ຂອງທຸກສາສະໜາ, ຫຼັງຈາກການເຂົ້າກວດສອບພາຍໃນສຳນັກພົບເຫັນຮ່າງກາຍຜູ້ເສຍຊີວິດເຖິງ 11 ສົບ ໂດຍມີການອ້າງວ່າ ເປັນການຖ້າຂຶ້ນສະຫວັນ ຂະນະທີ່ລູກສິດແຈ້ງວ່າ ບໍ່ສາມາດໃຫ້ເບິ່ງໃບຢືນຢັນນການເສຍຊີວິດ ອີກ5 ຄົນໄດ້.

ເຈົ້າໜ້າທີ່ຈິ່ງໄດ້ຄວບຄຸມຊາຍສູງອາຍຸ ເຊິ່ງອ້າງຕົນວ່າ ເປັນພໍ່ທຸກສາສະໜາ ທີ່ໃຫ້ລູກສິດກິນນ້ຳຢ່ຽວ, ກິນອາຈົມ, ກິນຂີ້ກະເທິ ແລະ ຂີ້ໃຄ ພ້ອມເກັບນ້ຳຢາງເຫຼືອງຈາກສົບຜູ້ເສຍຊີວິດໃຊ້ໄວ້ທາໂຕເພື່ອບັນເທົາປວດເມື່ອຍຕາມຕົນໂຕ.

ເຈົ້າໜ້າທີ່ໄດ້ນຳໂຕຊາຍສູງອາຍຸຄົນດັ່ງກ່າວອອກຈາກສຳນັກ ທ່າມກາງສຽງຮ້ອງ ຕໍ່ຕ້ານ ຂອງລູກສິດທີ່ບໍ່ຍອມໃຫ້ເຈົ້າໜ້າທີ່ນຳໂຕຊາຍດັ່ງກ່າວອອກໄປ ສ່ວນກໍລະນີຮ່າງຜູ້ເສຍຊີວິດທັງ 11 ລາບ ຢູ່ລະຫວ່າງການກວດສອບຢ່າງລະອຽດອີກຄັ້ງຕາມຂັ້ນຕອນກົດໝາຍ.

LEAVE A REPLY

Please enter your comment!
Please enter your name here