ລັດເລັ່ງແກ້ໄຂນໍ້າມັນບໍ່ພຽງ!

0
2526

ລັດຖະບານ ເລັ່ງແກ້ໄຂບັນຫານໍ້າມັນເຊື້ອໄຟເພື່ອໃຫ້ສັງຄົມໄດ້ນຳໃຊ້ໃນລາຄາປົກກະຕິ ແລະ ພຽງພໍຂປລ. ປັດຈຸບັນ, ລັດຖະບານ ພວມເລັ່ງແກ້ໄຂ ບັນຫານໍ້າມັນເຊື້ອໄຟຂາດຕະ ຫລາດ ໃນ ສປປ ລາວ ແລະ ບັນຫາການເໜັງຕີງຂຶ້ນ-ລົງຂອງລາຄານໍ້າມັນ ເພື່ອເຮັດໃຫ້ສັງຄົມ ກໍຄື ຜູ້ຊົມໃຊ້ໃນຂອບເຂດທົ່ວປະເທດ ໄດ້ນໍາໃຊ້ນໍ້າມັນໃນລາຄາປົກກະຕິ ແລະ ພຽງພໍກັບຄວາມຮຽກຮ້ອງຕ້ອງການ ເຊິ່ງລັດຖະບານຈະເລັ່ງຈັດຕັ້ງປະຕິບັດ ແກ້ໄຂບັນຫາດັ່ງກ່າວເປັນແຕ່ລະໄລຍະ ຄື: ໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ.

ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ໃນວັນທີ 10 ພຶດສະພາ 2022 ນີ້ວ່າ: ປັດຈຸບັນ, ລັດຖະບານພວມເລັ່ງແກ້ໄຂບັນຫາໄລຍະສັ້ນ ກໍຄື ເຮັດໃຫ້ປະຊາຊົນ ໄດ້ນຳໃຊ້ນໍ້າມັນຢ່າງພຽງພໍ ເຊິ່ງລັດຖະບານ ຈະສະໜອງເງິນຕາຕ່າງປະເທດ ໃຫ້ບາງບໍລິສັດທີ່ນໍາເຂົ້ານໍ້າມັນເຊື້ອໄຟ ໃຫ້ໄດ້ 50% ຂຶ້ນໄປ, ສ່ວນໄລຍະກາງ ລັດຖະບານ ຈະເຈລະຈາກັບແຫລ່ງນໍ້າມັນອື່ນ ທີ່ສາມາດສະໜອງນໍ້າມັນໃຫ້ໄດ້ ເຊິ່ງຜ່ານມາ ສປປ ລາວ ແມ່ນນໍາເຂົ້ານໍ້າມັນເຊື້ອໄຟຈາກ ປະເທກສິງກະໂປ, ໄທ ແລະ ຫວຽດນາມ ແລະ ການແກ້ໄຂບັນຫາໄລຍະຍາວ ລັດຖະ ບານ ຈະສະໜອງເງິນຕາຕ່າງປະເທດ ໃຫ້ທຸກບໍລິສັດນໍາເຂົ້ານໍ້າມັນ ໃຫ້ໄດ້ 100% ເພື່ອເຮັດໃຫ້ນໍ້າມັນ ພຽງພໍ່ກັບຄວາມຕ້ອງການຂອງສັງຄົມ, ພ້ອມທັງຈະໂຄສະນາເຜີຍແຜ່ ບັນ ຫາການເໜັງຕີງ ຂອງລາຄານໍ້າມັນ ໃຫ້ສັງຄົມເຂົ້າໃຈໄປໃນທິດທາງດຽວກັນ. ທ່ານ ຄໍາແພງ ໄຊສົມແພງ ຍັງໃຫ້ຮູ້ອີກວ່າ: ສປປ ລາວ ເປັນປະເທດນໍາເຂົ້າ ນ້ຳມັນເຊື້ອໄຟ ຈາກຕ່າງປະເທດ 100% ເຊິ່ງປັດຈຸບັນ, ຈາກສະພາບການຂອງໂລກ ທີ່ມີການປ່ຽນແປງ ສົ່ງຜົນເຮັດລາຄານໍ້າມັນເຊື້ອໄຟໃນຕະຫລາດໂລກ ໂດຍສະເພາະ ລາຄານໍ້າມັນເຊື້ອໄຟສໍາເລັດຮູບຕະຫລາດສິງກະໂປ ຍັງສືບຕໍ່ເໜັງຕີງຂຶ້ນສູງ.

ຈາກລາຄານ້ຳມັນເຊື້ອໄຟທົ່ວໂລກສູງຂຶ້ນແນວນີ້ ແນ່ນອນວ່າ ມັນໄດ້ສົ່ງຜົນໂດຍກົງເຮັດໃຫ້ລາຄາຂາຍຍ່ອຍນ້ຳມັນເຊື້ອໄຟພາຍໃນປະເທດເຮົາປັບຂຶ້ນ ເຊິ່ງການປັບລາຄາໃນຄັ້ງວັນທີ 30 ເມສາ 2022 ທີ່ຜ່ານມາ ແມ່ນມີຄວາມຈຳເປັນ ເພື່ອໃຫ້ເຮັດໃຫ້ລາຄາປັບປ່ຽນທັນຕາມສະພາບ ການ ເຖິງແມ່ນວ່າ ການປັບລາຄາຂາຍຍ່ອຍນໍ້າມັນແອັດຊັງພິເສດ ຂຶ້ນ 1.110 ກີບ/ລິດ, ນໍ້າມັນແອັດຊັງທໍາມະດາ ປັບຂຶ້ນ 910 ກີບ/ລິດ ແລະ ນໍ້າມັນກາຊວນ ປັບຂຶ້ນ 930 ກີບ/ລິດ ແລ້ວກໍຕາມ, ແຕ່ດ້ວຍປັດໄຈພາຍນອກ ຄຽງຄູ່ກັນບັນຫາອັດຕາແລກປ່ຽນເງິນຕາຕ່າງປະເທດ ມີສ່ວນຜິດດ່ຽງສູງລະຫວ່າງທະນາຄານທຸລະກິດ ກັບຮ້ານແລກປ່ຽນເງິນ, ການປະຕິບັດມາດຕະການຄວບຄຸມ ແລະ ປ້ອງກັນການແພ່ລະບາດຂອງພະຍາດ ໂຄວິດ-19 ທີ່ຕ້ອງເພີ່ມຂັ້ນຕອນ ແລະ ເພີ່ມລາຍຈ່າຍຂອງຜູ້ປະກອບການ ເຮັດໃຫ້ຫລາຍບໍລິສັດຢູ່ໃນສະພາບຂາດທຶນ ແລະ ບໍ່ສາມາດນຳເຂົ້ານ້ຳມັນເຊື້ອໄຟມາຮັບໃຊ້ສັງຄົມໄດ້ຢ່າງທົ່ວເຖິງ. ອີກດ້ານໜຶ່ງ, ເຫັນວ່າມີບາງບໍລິສັດ ທີ່ມີການເຄື່ອນໄຫວບໍ່ຖືກຕ້ອງ ໂດຍສະເພາະແມ່ນປ້ຳບໍລິການນ້ຳມັນເຊື້ອໄຟ ຈຳນວນໜຶ່ງ ມີການລັກລອບຊື້ນ້ຳມັນຈາກພາກສ່ວນອື່ນມາລົງປ້ຳ, ບໍລິສັດນຳເຂົ້ານ້ຳມັນເຊື້ອໄຟ ແລະ ບໍລິສັດຈຳໜ່າຍພາຍໃນ ທີ່ມີລະບົບສາງຈຳນວນໜຶ່ງ ສວຍໂອກາດກັກຕຸນນ້ຳມັນໃນໄລຍະ ທີ່ຈະມີການປັບລາຄານ້ຳມັນເຊື້ອໄຟ ແລະ ບໍ່ປະຕິບັດຕາມລາຄາທີ່ລັດ ອອກແຈ້ງການແຕ່ລະຄັ້ງ.

ບັນດາບໍລິສັດ ຜູ້ນໍາເຂົ້ານ້ຳມັນເຊື້ອໄຟ ຂອງ ສປປ ລາວ ໄດ້ປະສົບຫລາຍບັນຫາ ໂດຍບໍ່ສາມາດນໍາເຂົ້າໄດ້ ຕາມປະລິມານຄວາມຕ້ອງການ ເນື່ອງຈາກມື້ນຳເຂົ້າ ຫລື ມີການຊຳລະເງິນຄ່ານ້ຳມັນເຊື້ອໄຟ ແຕ່ລາຄາໂຄງສ້າງພາຍໃນຍັງບໍ່ປັບຂຶ້ນທຽບກັບລາຄາໂລກ ເຮັດໃຫ້ບໍລິສັດ ຕ້ອງດຳເນີນທຸລະກິດໃນສະພາບຂາດທຶນ, ອີກບັນຫາໜຶ່ງກໍ່ແມ່ນ ຍ້ອນການຂາດແຄນເງິນຕາ ເນື່ອງຈາກ ການຈຳໜ່າຍນໍ້າມັນຢູ່ປ້ຳພາຍໃນເປັນເງິນກີບ, ແຕ່ການສຳລະຄ່ານໍ້າມັນຜູ້ສະໜອງຢູ່ຕ່າງປະເທດ ເປັນເງິນຕາ ຈຶ່ງເປັນສາເຫດໃຫ້ການນຳເຂົ້ານໍ້າມັນ ປະເຊີນຫນ້າກັບ ຄວາມຫຍຸ້ງຍາກ ແລະ ມີປະລິມານນຳເຂົ້າທີ່ຫລຸດລົງ, ການນຳມາຈຳໜ່າຍໃຫ້ລູກຄ້າ ກໍມີປະລິມານຈໍາກັດລົງໄປນຳ ເປັນເຫດຜົນເຮັດໃຫ້ປໍ້ານໍ້າມັນເຊື້ອໄຟ ບາງປໍ້າ ທີ່ບໍ່ໄດ້ຮັບການສະໜອງຈາກບໍລິສັດແມ່ໄດ້ພຽງພໍ ຈຶ່ງບໍ່ມີນໍ້າມັນເຊື້ອໄຟຂາຍ ຫລື ໄດ້ຈຳໜ່າຍໝົດກ່ອນການສະໜອງ.

ແຫຼ່ງຂ່າວ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here