ອະນຸມັດສິດອໍານວຍຄວາມສະດວກ ດ້ານພາສີ ແລະ ອາກອນໃຫ້ແກ່ບໍລິສັດເປໂຕຣຫວຽດນາມ

0
2012

ມອບຂໍ້ຕົກລົງອະນຸມັດສິດອໍານວຍຄວາມສະດວກ ດ້ານພາສີ ແລະ ອາກອນໃຫ້ແກ່ບໍລິສັດເປໂຕຣຫວຽດນາມອອຍລາວ ຈຳກັດ.

 ໃນວັນທີ 10 ພຶດສະພາ 2022 ທີ່ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດພິທີມອບຂໍ້ຕົກລົງວ່າດ້ວຍການອະນຸມັດສິດອໍານວຍຄວາມສະດວກ  ດ້ານພາສີ ແລະ ອາກອນໃຫ້ແກ່ບໍລິສັດເປໂຕຣຫວຽດນາມອອຍລາວ ຈຳກັດ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 1185/ກງ  ໂດຍການມອບຂອງທ່ານ ໄພທູນ ທ່ຽງລະໄມ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ແລະ ຕາງໜ້າຮັບ ທ່ານ ບຸຍ ຮິວ ກວ່ານ ຜູ້ອໍານວຍການໃຫຍ່ ບໍລິສັດ ເປໂຕຣຫວຽດນາມອອຍລາວ ຈຳກັດ ມີກົມພາສີ,  ກົມສ່ວຍສາອາກອນ, ມີກົມການຄ້າພາຍໃນກະຊວງອຸດສາຫະກໍາ ແລະ ການຄ້າ,  ສະພາອຸດສາຫະກຳ ແລະ ການຄ້າ, ມີພາສີ,  ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ,   ບໍລິສັດ ເປໂຕຣຫວຽດນາມ ອອຍ ບໍລິສັດ ເອັນພິທີການຄ້ານໍ້າ ມັນເຊື້ອໄຟມະຫາຊົນ,  ບໍລິສັດທີ່ທີ່ພາວເວີ ແລະ ບໍລິສັດນໍ້າມັນເຊື້ອໄຟດາລາຈະເລີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການມອບຂໍ້ຕົກລົງໃນຄັ້ງນີ້  ແມ່ນມອບໃຫ້ແກ່ບໍລິສັດນໍາເຂົ້າ-ສົ່ງອອກນໍ້າມັນເຊື້ອໄຟ ທີ່ປະຕິບັດເງື່ອນໄຂ 10 ຂໍ້ຄົບຖ້ວນຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 4491/ກງ ລົງວັນທີ 14 ກັນຍາ 2021 ເປັນຕົ້ນ ການເຊື່ອມຕໍ່ຂໍ້ມູນການຂາຍ ແລະ ລະບົບສາງກັບລະບົບ TaxRIS ຂອງກະຊວງການເງິນ ເຊິ່ງຈະໄດ້ຮັບສິດຜົນປະໂຫຍດການເລື່ອນຊຳລະຄ່າອາກອນຊົມໃຊ້ ແລະ ອາກອນມູນຄ່າເພີ່ມ ໃນເວລານໍາເຂົ້ານໍ້າມັນເຊື້ອໄຟ 30 ວັນ ແລ້ວຈຶ່ງກັບໄປຊຳລະຄືນ ອຳນວຍຄວາມສະດວກໃນເວລາກວດກາສິນຄ້າຢູ່ດ່ານນຳເຂົ້າ,  ປັດຈຸບັນ ບໍລິສັດ ເປໂຕຣຫວຽດນາມອອຍລາວຈຳກັດ ເປັນບໍລິສັດທີສອງທີ່ໄດ້ຮັບສິດອຳນວຍຄວາມ ສະດວກດັ່ງກ່າວຕໍ່ຈາກບໍລິສັດ ປີໂຕເທດ ນຳເຂົ້າສົ່ງອອກ ຈຳກັດ ແລະ ກໍມີບໍລິສັດນໍ້າມັນເຊື້ອໄຟອື່ນໆ ທີ່ເປັນເປົ້າໝາຍ ໃນການປັບປຸງເງື່ອນໄຂຂອງບໍລິສັດຕົນໃນການເຂົ້າຮ່ວມປະຕິບັດຕາມແຈ້ງການຂອງກະຊວງການເງິນ ເລກທີ 4491/ກງ.

ໂອກາດດັ່ງກ່າວ, ທ່ານ ໄພທູນ ທ່ຽງລະໄມ ໄດ້ມີຄໍາເຫັນໃນພິທີວ່າ: ການມອບຂໍ້ຕົກລົງຄັ້ງນີ້ເປັນບາດກ້າວໃໝ່ ເປັນວຽກບູລິມະສິດໜຶ່ງ ເປັນການລິເລີ່ມເຊື່ອມຕໍ່ຂໍ້ມູນລະຫວ່າງ ພາກລັດ ແລະ ພາກທຸລະກິດ ໂດຍການຫັນເປັນທັນສະໄໝ ທີ່ທາງພາກລັດສາມາດຕິດຕາມຂໍ້ມູນການຂາຍ ແລະ ຂໍ້ມູນສາງນໍ້າມັນຂອງບໍລິສັດ ໄດ້ທັນທີທຸກເວລາ ທີ່ມີການເຄື່ອນໄຫວ ເຊິ່ງເປັນກົນໄກໃໝ່ທີ່ຫຼຸດຜ່ອນເວລາໃນການຕິດຕາມກວດກາຂອງພາກລັດ ສ້າງຄວາມໂປ່ງໃສໃນການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ແລະ ສ້າງເປັນ ບໍລິສັດຕົວແບບໃນການຮ່ວມມືກັບພາກລັດນຳອີກດ້ວຍ.

ຂໍ້ມູນ: ກະຊວງການເງິນ

LEAVE A REPLY

Please enter your comment!
Please enter your name here