ຕ້ອນຮັບປະທານສະພາແຫ່ງຊາດ ສສ ຫວຽດນາມ

0
526

ໃນຕອນເຊົ້າວັນທີ 17 ພຶດສະພາ ຜ່ານມາ, ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ໃນໂອກາດນຳພາຄະນະມາຢ້ຽມ ຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ລະຫວ່າງ ວັນທີ 15-17 ພຶດສະ ພາ 2022 ເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ສອງສະພາແຫ່ງຊາດ.ໃນໂອກາດນີ້, ສະຫາຍ ພັນຄຳ ວິພາວັນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ຄະນະຜູ້ແທນຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການຈັດຕັ້ງປະຕິບັດ ໜຶ່ງໃນບັນດາກິດຈະກຳ ສຳ ລັບການສະເຫລີມສະຫລອງ ແລະ ຂໍ່ານັບຊົມເຊີຍ 2 ວັນປະຫວັດສາດ ຄື: ວັນສ້າງຕັ້ງສາຍພົວ ພັນການທູດ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ຄົບຮອບ 45 ປີ ໃຫ້ມີເນື້ອໃນ ແລະ ເປັນຂະບວນການຟົດຟື້ນ, ພ້ອມທັງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນດ້ານຕ່າງໆ ທີ່ສະພາແຫ່ງຊາດຫວຽດ ນາມ ສາມາດປະຕິບັດໄດ້ໃນໄລຍະທີ່ຜ່ານມາ, ລວມທັງ ຜົນສໍາເລັດຂອງການຮ່ວມມືສອງຝ່າຍ ໂດຍສະເພາະການປະຕິບັດໂຄງການທີ່ສຳຄັນ, ຜົນສໍາເລັດຂອງການພົບປະລະ ຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ເປັນການປະກອບສ່ວນສໍາຄັນ ເຮັດໃຫ້ຂໍ້ຕົກລົງ ລະຫວ່າງ ການນໍາຂັ້ນສູງຂອງສອງພັກ ກໍຄື ສອງລັດຖະບານ ລາວ-ຫວຽດນາມ ໄດ້ຮັບການຈັດຕັ້ງຜັນຂະຫຍາຍ ນັບມື້ເຂົ້າສູ່ລວງເລິກ, ແທດຕົວຈິງ, ມີປະສິດທິຜົນສູງ ແລະ ນໍາເອົາຜົນປະໂຫຍດ ມາສູ່ປະຊາຊົນສອງປະເທດ; ໄດ້ຕີລາຄາສູງ ແລະ ຍົກໃຫ້ເຫັນໝາກຜົນ ກໍຄື ມູນເຊື້ອອັນດີງາມ ໃນການພົວພັນຮ່ວມມືຂອງສອງຊາດ ລາວ-ຫວຽດນາມ ໃນໄລຍະຜ່ານມາ. ຄຽງຄູ່ກັບການພົວພັນຮ່ວມມື ທາງດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ອື່ນໆ.

ພ້ອມດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະເໜີ ຕໍ່ສະຫາຍປະທານສະພາແຫ່ງຊາດຫວຽດນາມ ສືບຕໍ່ຊີ້ນໍາ ແລະ ເພີ່ມທະວີການຮ່ວມມືດ້ານຕ່າງໆກັບ ສປປ ລາວ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອນຳເອົາຜົນປະໂຫຍດມາໃຫ້ປະຊາຊົນລາວ ແລະ ປະຊາຊົນຫວຽດນາມ ຢ່າງຕໍ່ເນື່ອງ. ນອກຈາກນັ້ນ, ສະຫາຍ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນ ສະພາແຫ່ງຊາດຫວຽດນາມ ຈົ່ງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ພ້ອມທັງ ຝາກຄວາມຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນດີງາມ ຜ່ານສະຫາຍ ປະທານສະພາແຫ່ງຊາດ ໄປຍັງການນຳຂັ້ນສູງ ຂອງພັກ ແລະ ລັດ ແຫ່ງ ສສ ຫວຽດນາມ ຕື່ມອີກ. ໃນໂອກາດດຽວກັນ, ສະຫາຍ ເວືອງ ດິງ ເຫວະ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງສະຫາຍ ນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງ ແລະ ຜົນສຳເລັດ ໃນການຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ ສະພາແຫ່ງຊາດລາວ, ລວມທັງ ສະພາບການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ສະພາບການຂອງພາກພື້ນ ແລະ ສາກົນ ທີ່ສອງຝ່າຍ ມີຄວາມສົນໃຈຮ່ວມກັນ.ພາບ: ພາຍຄຳຂ່າວ: ສນຍ

LEAVE A REPLY

Please enter your comment!
Please enter your name here