ຍາດໄດ້ທັງໝົດ 42 ຫຼຽນ!

0
1550

ທັບນັກກິລາລາວ ຍາດໄດ້ 2 ຫຼຽນຄຳ, 7 ຫຼຽນເງິນ ແລະ 32 ຫຼຽນທອງ ຈົບພຽງທີ 9 ປິດສາກ ຮ່າໂນ້ຍ ເກມ 2021 ຢ່າງຮຽບຮ້ອຍ.

ທັບນັກກິລາລາວ ສ້າງຜົນງານໄດ້ດີກວ່າຄັ້ງຜ່ານມາ ແຕ່ຍັງບໍ່ໄດ້ຕາມເປົ້າໝາຍ ຫຼັງຍາດມາໄດ້ 2 ຫຼຽນຄຳ, 7 ຫຼຽນເງິນ ແລະ 33 ຫຼຽນທອງ ຈົບພຽງອັນດັບທີ 9 ຈາກ 11 ປະເທດເຂົ້າຮ່ວມຊີງໄຊໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ຫຼື ຮ່າໂນ້ຍ ເກມ 2021

ຂະນະທີ່ ທັບນັກກິລາຫວຽດນາມ ເຈົ້າພາບ ປະກາດສັກດາຄອງເຈົ້າຫຼຽນຄຳຢ່າງຍິ່ງໃຫຍ່ ຈາກຜົນງານ 205 ຫຼຽນຄຳ, 125 ຫຼຽນເງິນ ແລະ 116 ຫຼຽນທອງ ລວມ 446 ຫຼຽນ ໂດຍມີຫຼຽນຄຳຫຼາຍກວ່າອັນດັບ 2 ປະເທດໄທ ເຖິງ 100 ກວ່າຫຼຽນ.

ຕະຫຼອດໄລຍະການເຂົ້າຮ່ວມແຂ່ງຂັນ ຮ່າໂນ້ຍ ເກມ 2021 ທັບນັກກິລາ ສາມາດຍາດໄດ້ 2 ຫຼຽນຄຳ ຈາກກິລາໂວວີນາມ ປະເພດຟ້ອນດາບຄູ່ຍິງ ປະກອບມີ ນາງ ພິກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ແລະ ໄພລັດ ທຳມະວົງສາ ປະເພດຟ້ອນດ່ຽວຊາຍ (ກະບອງ);

ສ່ວນ 7 ຫຼຽນເງິນ ໄດ້ຈາກກິລາໂວວີນາມປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລກຣາມ ທ້າວ ແສງສຸລີ ຈັນທະປັນຍາ, ຄາຣາເຕໂດປະເພດຕໍ່ສູ້ ຮຸ່ນນໍ້າໜັກ -84 ກິໂລກຣາມ ທ້າວ ທອດນີ້ ພົງສຳພັນ, ເປຕັງ ຊຸດຕິ້ງຍິງ ຮ້ອຍຕີ ນາງ ໂບວິລັກ ເທບພະກັນ ແລະ ປະເພດທີມຊຸດປະສົມ ຍິງ 2 ຊາຍ 1 ນາງ ຈັນສະໝອນ ວົງສະຫວັດ, ນາງ ມະນີວັນ ສຸລິຍາ ແລະ ທ້າວ ອານຸລັກ ແວວມະນີ, ຢູໂດ ຄູ່ຍິງ ນາງ ພອນວັນ ສີອຳພອນ ແລະ ນາງ ວຽງໄຊ ວິໄລພອນ, ກະຕໍ້ ຄູ່ຍິງ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ, ຮ້ອຍໂທ ນາງ ນໍຄໍາ ວົງໄຊ ແລະ ນາງ ສອນສະຫວັນ ແກ້ວສຸລິຍາ ແລະ ຢູໂດ ປະເພດຕໍ່ສູ້ປ້ອງກັນຕົວ ຮຸ່ນນໍ້າໜັກ -60 ກິໂລກຣາມ ທ້າວ ສຸພະໄຊ ສິດທິສານ.

ຂະນະທີ່ 33 ຫຼຽນທອງ ໄດ້ຈາກກິລາເປຕັງ ປະເພດທີມຄູ່ຍິງ ນາງ ນອນນີ້ ພັນທະລີ ແລະ ນາງ ນ້ອຍ ມະນີທອນ, ປະເພດທີມຄູ່ຊາຍ ທ້າວ ວິໄລສັກ ລາດສະວົງ ແລະ ທ້າວ ບຸນທະມີ ສຸທຳມະວົງ, ປະເພດທີມຊຸດຍິງ ນາງ ອິນດາວັນ ດວງມະນີຈັນ, ອັດສະນີ ດາລາວັນ, ຄູນ ສຸກສະຫວັດ ແລະ ອາລີ ແສງຈັນເພັດ ແລະ ປະເພດທີມຊຸດຊາຍ ທ້າວ ໂຊກອານັນ ຟອງຊານຸວົງ, ທ້າວ ຫຼ້າ ມຽນມະນີ, ທ້າວ ພຸດທະລາ ແກ້ວກັນນຸກາ ແລະ ທ້າວ ຄຳຟັ້ນ ແສງແກ້ວ, ກິລາຄິກບັອກຊິ້ງ ທ້າວ ສຸກັນ ໄຕປັນຍາວົງ ປະເພດຕໍ່ສູ້ຮຸ່ນນໍ້າ 60 ກິໂລກຣາມ ແລະ ທ້າວ ທອງບາງ ເຊື້ອພົມ ປະເພດຕໍ່ສູ້ຮຸ່ນນໍ້າ 57 ກິໂລກຣາມ, ວູຊູ ນາງ ຄຳໝາຍ ລາດສະວົງ ຮຸ່ນນໍ້າໜັກ 60 ກິໂລກຣາມຍິງ, ນາງ ມີນາວັນ ອຸປະຊາ ຮຸ່ນນໍ້າໜັກ 56 ກິໂລກຣາມຍິງ ແລະ ທ້າວ ກິ່ງເພັດ ອ່ອນພີມ ຮຸ່ນນໍ້າໜັກ 65 ກິໂລກຣາມຊາຍ, ປັນຈັກສີລັດ ປະເພດຟ້ອນມີອາວຸດດ່ຽວຍິງ ນາງ ປຸກກີ້ ສະເຫຼີມບຸຜາ, ທ້າວ ບົວວັນ ຄູນເພັງແກ້ວ ຮຸ່ນນໍ້າໜັກ 60-65 ກິໂລກຣາມຊາຍ ແລະ ທ້າວ ຈັນສະໝອນ ພົມໂຊພາ ຮຸ່ນນໍ້າໜັກ -60 ກິໂລກຣາມຊາຍ, ເພາະກາຍ ຈາກທ້າວ ພຸດສະຫວັນ ສີຊົມພູ, ເທຄວັນໂດ ທ້າວ ພູວິໄລ ຍົມມະລາດ ຮຸ່ນນໍ້າໜັກ 58 ກິໂລກຣາມຊາຍ, ນາງ ທິດາສະຫວັນ ທົດສະຈິດ ຮຸ່ນນໍ້າໜັກ 73 ກິໂລກຣາມຍິງ, ປະເພດປຸ້ມເຊ້ທີມຍິງ ນາງ ເມຈິ ວົງສາ, ນາງ ຍອດທິດາ ແກ່ນໂພຄຳ ແລະ ນາງ ບົວສະຫວັນ ວົງສະຫວັດ, ປະເພດປຸ້ມເຊ້ທີມປະສົມ ນາງ ກິດາວອນ ພິລາວົງ, ນາງ ພິລາວັນ ລັກທະຈັກ, ທ້າວ ອາເຊິນ ລາດວົງໄຊ, ທ້າວ ລັກກີ້ ແສງມະນີ ແລະ ທ້າວ ສຸລະສັກ ສີປັນຍາ, ຢູໂດ ຟ້ອນກາຕາຄູ່ຊາຍ ທ້າວ ວຽງວິໄລ ຈັນສີ ແລະ ຮ້ອຍໂທ ທ້າວ ຈິນດາວອນ ສີວັນວິໄລ ແລະ ສິບຕີ ຈັນສະພອນ ຄຳພູນາວົງ ຮຸ່ນນໍ້າໜັກ -55 ກິໂລກຣາມຊາຍ, ມວຍປໍ້າ ນາງ ໂອໄດ ລາດສົມພູ ຮຸ່ນນໍ້າໜັກ 76 ກິໂລກຣາມຍິງ, ພອນໄຊ ພະຈັນໄຊ ຮຸ່ນນໍ້າໜັກ 125 ກິໂລກຣາມຊາຍ, ໂວວີນາມ, ຄູ່ຍິງບໍ່ມີອາວຸດຍິງ ນາງ ມາລາ ຈັນທະລັກສາ ແລະ ນາງ ກຸງກິງ ບຸດດາໄຊ, ຟ້ອນທີມປະສົມມີອາວຸດ ທ້າວ ໂພຄຳ ພົມມະຈັນ, ທ້າວ ໄຊຊະນະ ຮວງລໍຄຳ, ທ້າວ ພຸດທະສິນ ປ່ຽນປັນຍາ ແລະ ນາງ ພິກສະໄໝ ອິນສຸມັງ ແລະ ປະເພດຟ້ອນບໍ່ມີອາວຸດທີມຊາຍ ທ້າວ ໂພຄຳ ພົມມະຈັນ, ທ້າວ ໄຊຊະນະ ຮວງລໍຄຳ, ທ້າວ ພິລາວັນ ຈັນທະກາລີ ແລະ ທ້າວ ສົມໝາຍ ແພງນິວົງ, ມວຍສາກົນນາງ ດວງໃຈ ທະແຫຼງລຽບ ຮຸ່ນນໍ້າໜັກ 60 ກິໂລກຣາມຍິງ, ຍິງປືນ ປະເພດທານິ້ງ ທາເກັດ ທີມຍິງ ນາງ ຫົງຄຳ ໄຊຍະລາດ, ນາງ ພຸດສະດີ ພົມມະຈັນ ແລະ ນາງ ຄຳຫຼ້າ ໄຊຍະວົງ, ປະເພດປືນຣັນນິ້ງ ທາເກັດທີມຊາຍ ແລະ ດ່ຽວຊາຍ ປະກອບມີ ປານ ດວງປະເສີດ, ເພັດດາວັນ ເພັດຊະລາດ ແລະ ສົມຈັນ ໄຊສົມມີ, ເທັນນິດ, ປະເພດດ່ຽວຊາຍ ທ້າວ ມິກ ເລດເຄີນ ສະເດດຖັນ, ກະຕໍ້ ທີມ 4 ຄົນຍິງ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ, ຮ້ອຍໂທ ນາງ ນໍຄໍາ ວົງໄຊ, ນາງ ສອນສະຫວັນ ແກ້ວສຸລິຍາ, ນາງ ນວນດໍາ ວໍລະບຸດ ແລະ ອອນອຸມາ ພະວິເສດ, ມວຍລາວ ນາງ ລູ້ ສຸກກະເສີມ ຮຸ່ນນ້ຳໜັກ 54 ກິໂລກຣາມຍິງ, ນາງ ລັດທິດາ ບຸບຜາວັນ ຮຸ່ນນ້ຳໜັກກ 63,5 ກິໂລກຣາມຍິງ, ທ້າວ ໄກ່ ເກດນຸວົງ ຮຸ່ນນ້ຳໜັກ 57 ກິໂລກຣາມຊາຍ ແລະ ທ້າວ ນ້ອຍ ຮັກສາເມືອງ ຮຸ່ນນ້ຳໜັກກ 63 ກິໂລກຣາມຊາຍ. ສຳລັບພິທີປິດງານກິລາຊີເກມ ຄັ້ທີ 31 ທີ່ສສ ຫວຽດນາມ ເປັນເຈົ້າພາບ ໄດ້ມີຂຶ້ນໃນຕອນຄ່ຳວັນທີ 23 ພຶດສະພາ 2022 ທີ່ສະໜາມກິລາແຫ່ງຊາດ ມີດິງ ນະຄອນຫຼວງຮ່າໂນ້ຍ.

ໃນຊີເກມຄັ້ງນີ້ ທັບນັກກິລາຫວຽມ ເຈົ້າພາບ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຄວ້າມາໄດ້ເຖິງ 205 ຫຼຽນຄຳ, 125 ຫຼຽນເງິນ ແລະ 116 ຫຼຽນທອງ ລວມ 446 ຫຼຽນ ຄອງເຈົ້າຫຼຽນຄຳຢ່າງໃຫຍ່ ຂະນະທີ່ ໄທ ນຳມາເປັນອັນດັບ 2 ມີ 92 ຫຼຽນຄຳ, 103 ຫຼຽນເງິນ ແລະ 136 ຫຼຽນທອງ ລວມ 331 ຫຼຽນ.

ແຫຼ່ງຂ່າວ: ໜັງສືພິມສຶກສາ-ກິລາລາຍວັນ

LEAVE A REPLY

Please enter your comment!
Please enter your name here