ຜົນກະທົບຈາກລະເບີດບໍ່ທັນແຕກ

0
1212

ປະຊາຊົນລາວ ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 40 ຄົນຕໍ່ປີ

ທ່ານ ພັນໂທ ຄອນແກ້ວ ອໍລະດົມ ຫົວໜ້າການທະຫານກອງກວດກູ້ລະເບີດ ເພື່ອມະນຸດສະທຳ 58 ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ພາຍຫຼັງສົງຄາມໄດ້ສິ້ນສຸດລົງ ປະຊາຊົນລາວ ໄດ້ມີຜູ້ຮັບບາດ ເຈັບ ແລະ ເສຍຊີວິດຫລາຍກວ່າ 50.000 ຄົນ ແລະ ຫລາຍໆຄົນກໍກາຍເປັນຄົນພິການຖາວອນ, ປັດຈຸບັນນີ້, ຍັງມີປະຊາຊົນຈຳນວນໜຶ່ງ ຮູ້ເທົ່າບໍ່ເຖິງການ ເມື່ອພົບເຫັນລະເບີດແລ້ວທໍາລາຍມັນດ້ວຍຕົນເອງ ເຮັດໃຫ້ລະເບີດແຕກໃສ່ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ພິການເພີ່ມຂຶ້ນໃນແຕ່ລະປີ.

ແຂວງທີ່ມີລະເບີດຫລາຍກວ່າໝູ່ແມ່ນ ແຂວງຊຽງຂວາງ, ສະຫວັນນະເຂດ ແລະ ແຂວງສາລະວັນ ຕາມລໍາດັບ; ນອກນັ້ນ, ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດ ແຕ່ພົບເຫັນລະເບີດທີ່ບໍ່ທັນແຕກ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຂດເມືອງສັງທອງ ແລະ ເມືອງປາກງື່ມ. ຍ້ອນເຫັນໄດ້ໄພອັນຕະລາຍຈາກລູກລະເບີດບໍ່ທັນແຕກ, ພັກ-ລັດຖະບານ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຊີ້ນໍາກອງກວດກູ້ລະເບີດເພື່ອມະນຸດສະທຳ 58, ກຳນົດເອົາຂົງເຂດກະສິກຳເປັນບູລິມະສິດ ໂດຍສະເພາະຢູ່ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ບາງພື້ນທີ່ຂອງແຂວງວຽງຈັນ ເພື່ອບໍ່ໃຫ້ຊາວກະສິກອນ ທີ່ດໍາເນີນອາຊີບການຜະລິດກະສິກຳ ຕ້ອງເປັນຜູ້ຖືກເຄາະຮ້າຍ.

ຂໍ້ມູນຈາກກອງກວດກູ້ລະເບີດ ເພື່ອມະນຸດສະທຳ 58 ລາຍງານໃຫ້ຮູ້ວ່າ: ແຂວງທີ່ມີລະເບີດຫລາຍກວ່າໝູ່ແມ່ນ ແຂວງຊຽງຂວາງ, ສະຫວັນນະເຂດ ແລະ ແຂວງສາລະວັນ ຕາມລໍາດັບ; ນອກນັ້ນ, ບາງເຂດບໍ່ມີຂໍ້ມູນການຖິ້ມລະເບີດ ແຕ່ພົບເຫັນລະເບີດທີ່ບໍ່ທັນແຕກ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ເຂດເມືອງສັງທອງ ແລະ ເມືອງປາກງື່ມ.

ແຫຼ່ງຂ່າວຈາກ: VT9

LEAVE A REPLY

Please enter your comment!
Please enter your name here