ຢາສູບມີໂທດຮ້າຍທັງຜູ້ສູບ ແລະ ຜູ້ຢູ່ອ້ອມຂ້າງ

0
2082

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ໄດ້ຖະແຫຼງຂ່າວໃນວັນທີ 23 ພຶດສະພາ ນີ້ ທີ່ກະຊວງດັ່ງກ່າວ ໃນໂອກາດວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ (ວັນທີ 31 ພຶດສະພາ 2022) ນີ້ວ່າ: ໃນໂອກາດການສະເຫຼີມສະຫຼອງວັນງົດສູບຢາໂລກທັງເປັນວັນງົດສູບຢາແຫ່ງຊາດໃນວັນທີ 31 ພຶດສະພາ ທຸກໆປີ ກະຊວງສາທາລະນະສຸກ ແລະ ຄະນະກໍາມະການແຫ່ງຊາດເພື່ອການຄວບຄຸມຢາສູບ ຮ່ວມກັບ ອົງການອະນາໄມໂລກ, ສະມາພັນຄວບຄຸມຢາສູບອາຊຽນ ແລະ ປະຊາຊົນລາວໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນສະເຫຼີມສະຫຼອງ ວັນງົດສູບຢາໂລກ ແລະ ວັນງົດສູບຢາແຫ່ງຊາດ ເພື່ອເປັນການສື່ໃຫ້ເຫັນ ຜົນກະທົບທີ່ເກີດຈາກຢາສູບຕໍ່ສຸຂະພາບ, ສັງຄົມ ແລະ ເສດຖະກິດ. ການສະເຫຼີມສະຫຼອງວັນງົດສູບຢາໂລກ ກໍຄືວັນງົດສູບຢາແຫ່ງຊາດປີນີ້ ແມ່ນພາຍໃຕ້ຫົວຂໍ້:

“ຢາສູບສົ່ງຜົນກະທົບຮ້າຍແຮງຕໍ່ສິ່ງແວດລ້ອມ”, ຢາສູບເປັນໄພຄຸກຄາມຕໍ່ສິ່ງແວດລ້ອມ ນັບແຕ່ການຕັດໄມ້ ທໍາລາຍປ່າ ເພື່ອປູກຢາສູບ, ການເຮັດສວນຢາສູບຍັງທໍາລາຍສານອາຫານໃນດິນ ແລະ ຍັງສ້າງມົນລະພິດຫຼາຍ ຍ້ອນການໃຊ້ຢາຂ້າແມງໄມ້ ແລະ ປຸ໋ຍເຄມີ ເປັນຈໍານວນຫຼວງຫຼາຍ, ການບົ່ມໃບຢາສູບ ຍັງຕ້ອງໃຊ້ຟືນ ຊຶ່ງເປັນການທໍາລາຍທໍາມະຊາດເຊັ່ນກັນ. ນອກຈາກນີ້, ທາງດ້ານວິທະຍາສາດຢັ້ງຢືນວ່າ: ບໍ່ມີລະດັບໃດຂອງການໄດ້ຮັບຄວັນຢາສູບມີຄວາມປອດໄພ, ຄວັນຢາສູບ ເປັນໜຶ່ງໃນມົນລະພິດທາງອາກາດທີ່ສົ່ງຜົນກະທົບຮ້າຍແຮງ ຕໍ່ທັງຜູ້ສູບ ແລະ ຜູ້ໄດ້ຮັບຄວັນຢາສູບມືສອງ, ດັ່ງນັ້ນ, ມີແຕ່ເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ 100% ເທົ່ານັ້ນ ຈຶ່ງມີຄວາມປອດໄພ, ຢາສູບເຮັດໃຫ້ຄົນທົ່ວໂລກເສຍຊີວິດປະມານ 8 ລ້ານຄົນຕໍ່ປີ, ຖ້າບໍ່ມີມາດຕະການທີ່ເຄັ່ງຄັດຄາດວ່າຜູ້ເສຍຊີວິດຈະເພີ່ມຂຶ້ນເປັນ 1 ຕື້ຄົນ ພາຍໃນສັດຕະວັດນີ້. ສໍາລັບ ສປປ ລາວ, ອີງຕາມການສໍາຫຼວດແຫ່ງຊາດ ກ່ຽວກັບການສູບຢາໃນກຸ່ມຄົນອາຍຸ 15 ປີຂຶ້ນໄປ ເຫັນວ່າມີທ່າອ່ຽງເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015.

ນອກຈາກນີ້, ການສໍາຫຼວດກ່ຽວກັບການສູບຢາຂອງໄວໜຸ່ມລາວກຸ່ມອາຍຸ 13-15 ປີ, ໃນປີ 2016 ພົບວ່າໄວໜຸ່ມ ຊາຍ ແລະ ຍິງ ສູບຢາສູບຈາກໂຮງງານ 10,7% ແລະ 2,1% ແລະ ສູບຢາສູບໄຟຟ້າ 5% ແລະ 3,7% ຕາມລໍາດັບ, ໃນບົດລາຍງານວຽກງານຄວບຄຸມຢາສູບຂອງສະມາພັນຄວບຄຸມຢາສູບອາຊຽນ ປີ 2021 ເຫັນວ່າຄົນລາວເສຍຊີວິດຍ້ອນພະຍາດທີ່ເກີດຈາກການສູບຢາປະມານ 7.000 ຄົນຕໍ່ປີ ຫຼື 19 ຄົນຕໍ່ມື້ ຊຶ່ງຖືວ່າເປັນໂຕເລກທີ່ສູງ, ນອກຈາກນີ້ ຍັງຊີ້ໃຫ້ເຫັນເຖິງ ຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມ ໃນ ການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດ ແມ່ນ 428 ລ້ານໂດລາ ຫຼື ປະມານ 2,24% ຂອງ GDP. ກະຊວງສາທາລະນະສຸກ ຈຶ່ງໄດ້ປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບ ເພື່ອໃຫ້ມີເນື້ອໃນຮັດກຸມ ແລະ ສອດຄ່ອງກັບສະພາບການປ່ຽນແປງກ່ຽວກັບການຜະລິດ, ການນໍາເຂົ້າ ແລະ ການຊື້-ຂາຍ ຜະລິດຕະພັນຢາສູບ ແລະ ສະພາບຄວາມເປັນຈິງໃນປັດຈຸບັນ, ໃຫ້ອົງການທີ່ຮັບຜິດຊອບວຽກງານຄວບຄຸມຢາສູບ, ກໍຄືຂະແໜງການ ສາທາລະນະສຸກ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບ ໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ທັງຮັບປະກັນການຫຼຸດຜ່ອນການສູບຢາຂອງປະຊາຊົນບັນດາເຜົ່າ, ຫຼຸດຜ່ອນການເປັນພະຍາດ ແລະ ຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນຈາກການຊົມໃຊ້ຢາສູບ, ສົ່ງເສີມໃຫ້ພົນລະເມືອງທຸກຄົນ ໃຫ້ມີສຸຂະພາບແຂງແຮງ ແລະ ມີອາຍຸຍືນຍາວ ແລະ ປະຕິບັດຕາມຂໍ້ແນະນໍາຂອງ ສົນທິສັນຍາສາກົນວ່າດ້ວຍການຄວບຄຸມຢາສູບ ທີ່ ສປປ ລາວ ເປັນພາຄີ.ທ່ານຍັງກ່າວຕື່ມວ່າ: ສະນັ້ນ, ໃນນາມປະທານຄະນະກໍາມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຂໍຮຽກຮ້ອງມາຍັງທຸກກະຊວງ, ອົງການ, ທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ ແລະ ສື່ມວນຊົນທຸກຂະແໜງ ທັງຢູ່ສູນກາງ ແລະ ທ້ອງຖິ່ນເປັນເຈົ້າການໃນການເຜີຍແຜ່ ແລະ ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະພາກທຸລະກິດຢາສູບ ຕ້ອງໄດ້ໃຫ້ຄວາມຮ່ວມມື ໃນການບັງຄັບໃຊ້ກົດໝາຍສະບັບດັ່ງກ່າວຢ່າງເຂັ້ມງວດ ແລະ ໃນໂອກາດ ວັນງົດສູບຢາໂລກປີນີ້ ຈົ່ງພ້ອມກັນຫຼຸດຜ່ອນການສູບຢາ ແລະ ກ້າວໄປສູ່ການອອກຢາສູບ ເພື່ອເປັນການປົກປ້ອງຕົນເອງ, ລູກຫຼານ, ຄອບຄົວ ແລະ ຄົນອ້ອມຂ້າງ ຈາກການໄດ້ຮັບຄວັນຢາສູບ ຫຼື ວ່າຄວັນຢາສູບມືສອງ ກໍຄືການເປັນພະຍາດຮ້າຍແຮງຕ່າງໆ ໂດຍສະເພາະພະຍາດຫົວໃຈ-ເສັ້ນເລືອດ, ມະເຮັງ ແລະ ພະຍາດປອດຊໍາເຮື້ອ ແລະ ຈົ່ງພ້ອມກັນເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ ແລະ ເຮັດໃຫ້ການບໍ່ສູບຢາກາຍເປັນຄ່ານິຍົມໃໝ່ຂອງສັງຄົມລາວເພື່ອປົກປ້ອງຄົນຮຸ່ນໃໝ່ຈາກການເຂົ້າສູ່ວົງຈອນການເສບຕິດຢາສູບ, ເຮັດໃຫ້ທຸກຄົນດໍາລົງຊີວິດໃນສະພາບແວດລ້ອມທີ່ປາສະຈາກຄວັນຢາສູບ 100% ແລະ ມີສຸຂະພາບແຂງແຮງ, ມີອາຍຸຍືນຍາວ ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here