ມອບ-ສົ່ງອັນຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມກັບຄືນປະເທດ

0
1097

ເນື່ອງໃນໂອກາດກະກຽມຈັດ ພິທີສົ່ງອັດຖິທະຫານອາສາສະ ໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍຊີວິດໃນປາງສົງຄາມພື້ນ ທີ່ແຂວງສະຫວັນນະເຂດ ຈຳ ນວນ 12 ອັດຖິກັບຄືນປະເທດ ດັ່ງ ນັ້ນ, ມາໃນວັນທີ 17 ພຶດສະພາ 2022 ນີ້, ຄະນະປະຕິບັດງານພິ ເສດແຂວງສະຫວັນນະເຂດ ເຊິ່ງ ນຳໂດຍສະຫາຍນາງ ຫຼິງທອງ ແສງຕາວັນ ຄະນະປະຈຳພັກ ແຂວງ ຮອງເຈົ້າແຂວງສະຫວັນ ນະເຂດ ພ້ອມຄະນະ ແລະພາກ ສ່ວນຕ່າງໆຈຳນວນ 5 ຄະນະ. ໃນນັ້ນມີຄະນະການນຳພັກ-ລັດ ແຂວງ, ຄະນະກຳມະການປະຕິ ບັດງານພິເສດຂັ້ນແຂວງ, ຄະ ນະກອງບັນຊາການທະຫານ ແຂວງ, ຄະນະການນຳເມືອງ ເຊໂປນ, ຄະນະການນຳເມືອງ ພະລານໄຊ ແລະຄະນະການນຳ ກອງບັນຊາການທະຫານເມືອງ ເຊໂປນ ໄດ້ເຂົ້າວາງພວງມາລາ ຢູ່ຫໍໄຫວ້ອັດຖິນັກຮົບນີລະນາມ ສສ ຫວຽດນາມ ທີ່ກອງປະຕິບັດ ງານພິເສດ 584 ທະຫານແຂວງ ກວາງຈິປະຈຳເມືອງເຊໂປນ.

ທັງນີ້ກໍ່ເພື່ອສະແດງ ຄວາມຮູ້ຄຸນ ແລະຄຸນງານຄວາມດີຂອງເພື່ອນ ມິດສະຫາຍທະຫານອາສາສະ ໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດໃນປາງ ສົງຄາມເພື່ອປົດປ່ອຍປະເທດ ຊາດອອກຈາກແອກຄອບຄອງ ຂອງພວກຈັກກະພັດຕ່າງດ້າວ ໄດ້ຢ່າງໝັ້ນຄົງມາສູ່ປະຊາຊົນ ລາວທົ່ວປະເທດຈົນເຖິງທຸກ ວັນນີ້.

ແລະໃນວັນຕໍ່ມາ, ຄະນະປະ ຕິບັດງານພິເສດແຂວງສະຫວັນ ນະເຂດພ້ອມພາກສ່ວນຕ່າງໆ ກໍ່ໄດ້ຈັດພິທີມອບ-ສົ່ງອັດຖິປະ ຈຳສົກປີ 2021-2022, ມີຈຳ ນວນ 12 ອັດຖິກັບຄືນປະເທດ ທີ່ດ່ານລາວບາວແດນສະຫວັນ.

ໃນໂອກາດດັ່ງກ່າວນີ້, ສະຫາຍ ພົນຈັດຕະວາ ສີທະວີໄຊ ຄະນະ ປະຈຳພັກແຂວງ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງທັງເປັນຮອງຫົວໜ້າຄະນະ ປະຕິບັດງານພິເສດ ແຂວງສະຫວັນນະເຂດ ແລະສະຫາຍພັນເອກ ຫງວຽນບາຢວນຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຮອງຫົວໜ້າຄະນະປະຕິ ບັດງານພິເສດແຂວງກວາງຈິ ສສ ຫວຽດນາມ ໄດ້ຜັດປ່ຽນກັນ ຂຶ້ນກ່າວຄຳໄຫວ້ອາໄລເຖິງດວງ ວິຍານບັນດາສະຫາຍອ້າຍນ້ອງ ທະຫານອາສາສະໝັກ ແລະຊ່ຽວ ຊານຫວຽດນາມຈຳນວນ 12 ອັດຖິທີ່ຊອກຄົ້ນໄດ້ ໂດຍເປັນ ກຽດເຂົ້າຮ່ວມເປັນສັກຂີພະຍານ ໃນພີທີມອບ-ຮັບຄັ້ງນີ້ ໂດຍມີສະ ຫາຍ ນາງ ຫຼິງທອງ ແສງຕາ ວັນຮອງເຈົ້າແຂວງທັງເປັນຫົວ ໜ້າຄະນະປະຕິບັດງານພິເສດ ແຂວງສະຫວັນນະເຂດ ພ້ອມຄະນະ, ຝ່າຍ ສສ ຫວຽດນາມ ມີສະ ຫາຍ ຮ່າສີດົງ ຮອງເຈົ້າແຂວງ ທັງເປັນຫົວໜ້າຄະນະປະຕິບັດ ງານພິເສດແຂວງກວາງຈິ ສສ ຫວຽດນາມ, ຈາກນັ້ນ, ທັງສອງ ຄະນະກໍ່ໄດ້ລົງນາມເຊັນບົດບັນ ທຶກມອບ-ຮັບຢ່າງເປັນທາງການ.

ແຫຼ່ງຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

LEAVE A REPLY

Please enter your comment!
Please enter your name here