ອຸບັດເຫດລົດໃຫຍ່ຕໍາລົດໃຫຍ່ ສີ່ແຍກໂຮງໝໍມະໂຫສົດ

0
9097

ທ່ານ ພັນໂທ ບຸນແອັດ ສຸບົວຈັນ ຮອງພະແນກຕໍາຫລວດຊີ້ນໍາຈະລາຈອນ ເມືອງສີສັດຕະນາກ ໄດ້ໃຫ້ຂໍ້ມູນ ເບື້ອງຕົ້ນກ່ຽວກັບອຸບັດເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດນີ້ວ່າ: ເມື່ອເວລາປະມານ 23:40 ໂມງ ຂອງວັນທີ 24 ພຶດສະພາ 2022 ມີເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດ ເມື່ອເຈົ້າຫນ້າທີ່ລົງ ໄປກວດກາ ເປັນລົດຟໍຈູນເນີທີ່ມຸ່ງຫນ້າມາແຕ່ເສັ້ນທາງໂຮງແຮມດອນຈັນພາເລດ ພໍມາຮອດສີ່ແຍກໂຮງໝໍມະໂຫສົດ ມີລົດກະບະ ມາແຕ່ເສັ້ນທາງໂຮງຫມໍມະໂຫສົດຈະມຸ່ງຫນ້າໄປເສັ້ນທາງແຄມຂອງ ມາຮອດຈຸດສີ່ແຍກ ຕ່າງຝ່າຍຕ່າງບໍ່ຜ່ອນຄວາມໄວຈຶ່ງເຮັດໃຫ້ເກີດອຸບັດເຫດ ມີຄົນໄດ້ຮັບບາດເຈັບເລັກ ຫນ້ອຍ 1 ຄົນ, ສ່ວນລົດ ທັງສອງຄັນແມ່ນເປ່ເພຫລາຍຫລາຍສົມຄວນ.

ຕໍ່ກັບບັນຫາທີ່ປະຊາຊົນຮຽກຮ້ອງໃຫ້ແກ້ໄຂບາງບັນຫາຢູ່ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງ ເປັນຕົ້ນ ແມ່ນ ບໍ່ໄຕ້ໄຟອຸມົງເວລາຂັບຂີ່ເຂົ້າໄປສ່ຽງຕໍ່ການເກີດອຸບັດເຫດ ແລະ ຮາວກັ້ນຂອບທາງເປ່ເພ ສ່ຽງເປັນ ອັນຕະລາຍຕໍ່ຜູ້ຂັບຂີ່ ໃນໄລຍະທີ່ຜ່ານມາ, ມາຮອດວັນທີ 26 ພຶດສະພາ 2022 ທ່ານ ພັນຕີ ວັດທະນາ ຈິດຕະ ພົງ ເຈົ້າຫນ້າທີ່ປະຈໍາທາງດ່ວນ ໃຫ້ຮູ້ວ່າ: ທາງເຈົ້າຫນ້າທີ່ໄດ້ຕິດຕໍ່ຫາບໍລິສັດທີ່ຮັບຜິດຊອບແລ້ວ ຈົນມາຮອດ ປັດຈຸບັນຍັງບໍ່ໄດ້ຮັບການແກ້ໄຂເທື່ອ.

ຂໍ້ມູນຮູບພາບ+ຈາກ: ລາວພັດທະນາ

LEAVE A REPLY

Please enter your comment!
Please enter your name here