ເຫດລົດຈັກຕຳຟຸດບາດເຂດສວນມອນ ເຮັດໃຫ້ມີຜູ້ເສຍຊີວິດ

0
4715

ເວລາປະມານ 23 ໂມງ ຂອງວັນທີ 25/05/2022 ໄດ້ມີອຸບັດຕິເຫດ ເຫດລົດຈັກລົ້ມເອງ ເຂດສວນມອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ.

ຕໍ່ກັບເຫດການດັ່ງກ່າວ, ໝູ່ເພື່ອນທີ່ຮູ້ຈັກກັບກໍລະນີຂັບລົດລົ້ມເອງໄດ້ໃຫ້ຮູ້ວ່າ ແມ່ນ ສອງແມ່ລູກ, ເຊິ່ງໜ້າເສົ້າໃຈເດັກນ້ອຍແມ່ນໄດ້ເສຍຊີວິດແລ້ວ ສ່ວນຜູ້ເປັນແມ່ແມ່ນຍັງຖ້າຟັງອາການ.

ພາບເຫດການຫຼັງລົດລົ້ມທີ່ສາມາດບັນທຶກໄດ້

ເວລາປະມານ 14:30 ຂອງວັນທີ 26/05/2022 ທາງເຈົ້າໜ້າທີ່ກູ້ໄພ ໜ່ວຍກູ້ໄພຊ່ວຍເຫຼືອ ແລະ ບັນເທົາທຸກ ນະຄອນຫຼວງວຽງຈັນໄດ້ລາຍງານວ່າ: ໜ້າເສົ້າກັບເຫດການລົດຈັກແມ່ ແລະ ລູກອາຍຸ 6 ປີ ຕຳຟຸດບາດ ແລ້ວກະທົບໃສ່ເຫຼັກຫຼັກເສົາເຢືອງທາງ ເມື່ອທາງໜ່ວຍກູ້ໄພເຮົາໄດ້ຮັບການແຈ້ງເຫດກໍ່ໄປຮອດຈຸດເກີດເຫດພາຍໃນບໍ່ຮອດ 5 ນາທີ ແຕ່ກໍ່ຊ່ວຍໄດ້ສຸດຄວາມສາມາດ.

ເສຍດາຍຖ້າເຮົາໄດ້ຮັບແຈ້ງເຫດໄວກວ່ານັ້ນ ຄືຈະບໍ່ເກີດເຫດການເສົ້າສະຫຼົດໃຈ.

ສຸດທ້າຍນີ້ຢາກໃຫ້ພໍ່ແມ່ພີ່ນ້ອງເຂດເມືອງສີສັດຕະນາກ ຫຼື ເຂດສວນມອນ ຂໍໃຫ້ເຊັບ ( ບັນທຶກ ) ເບີໂທຂອງທາງໜ່ວຍງານເຮົາໄວ້ກໍ່ຈະເປັນການດີ 020 54000089 ເພາະໜ່ວຍເຮົາແມ່ນຢູ່ໃກ້ທີ່ສຸດ ແລະ ເປັນສາຍຕົງຂອງໜ່ວຍງານເຮົາ ເພາະເຮົາຈະໄດ້ໄປໃຫ້ໄວກວ່ານີ້.

LEAVE A REPLY

Please enter your comment!
Please enter your name here