ທົດສອບສະມັດຕະພາບ ຍິງລູກສອນໄຟປ້ອງກັນອາກາດ

0
791

ກະຊວງປ້ອງກັນປະເທດ ທົດສອບສະມັດຕະພາບຍິງລູກສອນໄຟປ້ອງກັນອາກາດ ໃນວັນທີ 29 ພຶດສະພາ 2022 ນີ້, ກະຊວງປ້ອງກັນປະເທດ ຮ່ວມກັບ ສ. ເບລາຣຸສ ໄດ້ທົດສອບສະມັດຕະພາບຍິງລູກ ສອນໄຟປ້ອງກັນອາກາດ C 125 – 2TM ຢູ່ພາກສະໜາມຕົວຈິງ, ໂດຍການເປັນກຽດ ເຂົ້າຮ່ວມຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງ ກັນປະເທດ, ມີສະຫາຍ ພົນຕີ ບາສະຕາເຍນໂກ ວາລະດີເມຍ ປາວະໂລວິດຈ ຮອງຜູ້ອຳນວຍການບໍລິສັດ ແຕຕຣາແອັດ ຮັບຜິດຊອບວຽກງານການຮ່ວມມືເຕັກນິິກການທະຫານ ສ. ເບລາຣຸສ, ມີຄະນະນຳກະຊວງປ້ອງກັນປະເທດ, ຕາງໜ້າບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະຮັບຜິດຊອບຊີ້ນຳ, ຄະນະພັກ- ຄະນະບັນຊາກອງພັນໃຫຍ່ 641, 645, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ສົມພອນ ມິດ ຕະພາບ ຮອງຫົວໜ້າກົມໃຫຍ່ເສນາ ທິ ການກອງທັບ ຫົວໜ້າຄະນະຮັບຜິດ ຊອບຊີ້ນຳທົດສອບສະມັດຕະພາບຍິງລູກສອນໄຟ ຄັ້ງນີ້ ໄດ້ໃຫ້ຮູ້ວ່າ:

ຜ່ານການເຝິກແອບເປັນໄລຍະເວລາ 2 ເດືອນຜ່ານມາ ພະນັກງານວິຊາການກອງພັນໃຫຍ່ປ້ອງກັນອາກາດກອງທັບປະຊາຊົນລາວ ໄດ້ຮຽນຮູ້ການນຳໃຊ້ອຸປະກອນເຕັກນິກການທະຫານ ທີ່ທັນສະໄໝ ເປັນຕົ້ນແມ່ນ ລູກສອນໄຟປ້ອງກັນອາກາດ ແລະ ສູນບັນຊາເຄື່ອນທີ່, ຍຸດທະວິທີ, ຮູບແບບ ແລະ ບັນດາວິທີການນຳໃຊ້ ລະບົບລູກ ສອນໄຟປ້ອງກັນອາກາດ, ອຸປະກອນສືບຂ່າວ ໃນການສູ້ຮົບຂອງເຫຼົ່າຮົບປ້ອງກັນອາກາດ ເພາະວ່າການຍິງລູກສອນໄຟ ແມ່ນຂັ້ນຕອນທີ່ສຳຄັນທີ່ສຸດໃນການຝຶກແອບ ແລະ ດັບສູນເປົ້າໝາຍ ຢ່າງມີປະສິດທິພາບ.

ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ສະແດງຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຄະນະຮັບຜິດຊອບຊີ້ນຳ ແລະ ພະນັກງານວິຊາສະເພາະເຕັກນິກ ທີ່ໄດ້ເຂົ້າຮ່ວມການເຝິກແອບໃນຄັ້ງນີ້ ເຊິ່ງໄດ້ຮັບຜົນສຳເລັດເປັນຢ່າງດີ ໃນເວລາປະຕິບັດຍິງເປົ້າໝາຍຕົວຈິງ ແລະ ສາມາດຮັບປະກັນດັບສູນເປົ້າໝາຍໄດ້ຢ່າງແໝ້ນຢໍາ, ພ້ອມທັງເນັ້ນຕື່ມໃຫ້ຈົ່ງຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການເຝິກແອບຮໍ່າຮຽນ, ສືບຕໍ່ປັບປຸງຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກ- ເຕັກໂນ ໂລຢີ ໃຫ້ສູງຂື້ນທຽບທັນກັບຍຸກປັດ ຈຸບັນ, ເພື່ອສ້າງກອງທັບໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງຮອບດ້ານ ແລະ ທັນສະໄໝ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here