ພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈຳປີ 2022

0
1165

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈັດພິທີປູກຕົ້ນໄມ້ ແລະ ສະເຫຼີມສະຫຼອງວັນເດັກນ້ອຍສາກົນ ປະຈຳປີ 2022 ໃນຕອນເຊົ້າວັນທີ 31 ພຶດສະພານີ້, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະ ມົນຕີ, ພ້ອມດ້ວຍ ພົອ ຈັນສະໜອນ ຈັນຍາລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ບັນດາການນໍາ, ຄູອາຈານ ແລະ ເດັກນັກຮຽນເຂົ້າຮ່ວມ.

ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ: ເພື່ອ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃນການເພີ່ມເນື້ອທີ່ປົກຫຸ້ມສີຂຽວໃນທົ່ວປະເທດ ໃຫ້ກວມອັດຕາສູງຂຶ້ນ 70% ພ້ອມທັງເປັນການປູກຈິດສຳນຶກ ໃຫ້ນ້ອງນ້ອຍເຍົາວະຊົນຮຸ່ນສືບທອດ ກໍ່ຄື ສະມາຊິກພັກ -ພະນັກງານ ແລະ ປະຊາຊົນລາວບັນດາເຜົ່າໃນການຟື້ນຟູ ແລະ ປົກປັກຮັກສາສະພາບແວດລ້ອມທາງທຳມະຊາດ ໃຫ້ມີຄວາມຂຽວສົດງົດງາມ, ຊຸ່ມຊື່ນ, ອຸດົມສົມບູນ, ທັງເປັນການຊ່ວຍຕ້ານ ແລະຫຼຸດຜ່ອນຜົນກະທົບທີ່ເກີດຈາກໄພພິ ບັດທຳມະຊາດ, ເນື່ອງໃນໂອກາດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 42 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 97 ປີ ໃນປີນີ້, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຈຶ່ງຈັດຂະບວນການປູກຕົ້ນໄມ້ ແລະ ກິດຈະກຳສະເຫຼີມສະຫຼອງສອງວັນສຳຄັນດັ່ງກ່າວ ພາຍໃຕ້ຄໍາຂັວນ “ການປູກຕົ້ນໄມ້ວັນນີ້ ເພື່ອອະນາຄົດລູກຫຼານພວກເຮົາໃນຕໍ່ໜ້າ”.

ໃນໂອກາດນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ ສະມາຊິກພັກ -ພະນັກງານ,ນ້ອງນ້ອຍລູກຫຼານ ແລະ ປະຊາຊົນລາວບັນ ດາເຜົ່າ ຈົ່ງສືບຕໍ່ປຸ້ມລຸມຄວາມສາມັກຄີເປັນປຶກແຜ່ນ, ເສີມຂະຫຍາຍທ່າແຮງທາງດ້ານພູມີປະເທດ ພ້ອມກັນພັດທະ ນາຂະແໜງການຕ່າງໆ ໃຫ້ມີຄວາມຍືນຍົງ, ເປັນມິດກັບສະ ພາບແວດລ້ອມ ແລະ ສູ້ຊົນປູກຕົ້ນໄມ້ເພື່ອເຮັດໃຫ້ເນື້ອທີ່ປ່າໄມ້ໃນລາວ ກວມຫຼາຍກວ່າ 70% ຂອງເນື້ອທີ່ປ່າໄມ້ໃນທົ່ວປະເທດ.

ນອກນີ້ ການປູກຕົ້ນໄມ້ວັນນີ້ ກໍເພື່ອອະນາ ຄົດອັນດີຂອງລູກຫຼານໃນອະນາຄົດອັນໃກ້ນີ້. ສໍາລັບຕົ້ນໄມ້ທີ່ນໍາມາປູກໃນຄັ້ງນີ້ ແມ່ນຕົ້ນດອກຈໍາປາ ເຊີ່ງເປັນໄມ້ປະດັບ ເພື່ອປະກອບສ່ວນເຮັດໃຫ້ຫໍປະຊຸມແຫ່ງຊາດມີຄວາມສວຍງາມໃນຕໍ່ໜ້າ. ພາຍຫລັງສໍາເລັດພິທີປູກຕົ້ນໄມ້ ທ່ານ ພັນຄໍາ ວິພາວັນ ໄດ້ເຂົ້າຮ່ວມພິທີສະ ເຫລີມສະຫລອງວັນເດັກນ້ອຍສາກົນ ທີ່ຈັດຂຶ້ນຢູ່ຫໍປະຊຸມແຫ່ງຊາດເຊັ່ນດຽວກັນ, ພ້ອມທັງແຈກເຂົ້າໜົມໃຫ້ເດັກ ນ້ອຍ, ຊົມການສະແດງສິລະປະຂອງເດັກນ້ອຍ, ການຖາມ -ຕອບຄວາມຮູ້ທົ່ວໄປເພື່ອເອົາລາງວັນ ແລະ ຊົມການສະ ແດງກາຍະສິນຈາກກອງກາຍະສິນແຫ່ງຊາດ ຕື່ມອີກ.

ແຫຼ່ງຂ່າວ: Lao National Radio

ພາບ: ຈັນທະວອນ

LEAVE A REPLY

Please enter your comment!
Please enter your name here