ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022

0
1109

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພຶດສະພາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງວັນທີ 30 ພຶດສະພາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆດັ່ງນີ້: ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາບົດສະຫລຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ເດືອນພຶດສະພາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ເດືອນມິຖຸນາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນຜົນສຳເລັດທີ່ສາມາດປະຕິບັດໄດ້ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງ ທີ່ຍັງຕ້ອງໄດ້ສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ບົດສະຫລຸບ ມີເນື້ອໃນຄົບຖ້ວນ, ສົມບູນ ຂຶ້ນຕື່ມ ແລະ ເປັນບ່ອນອີງໃຫ້ບັນດາຂະແໜງການ ແລະ ທ້ອງຖິ່ນ ນໍາໄປຈັດຕັ້ງຜັນຂະຫຍາຍ;

ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາບົດລາຍງານການກະກຽມ ໃຫ້ແກ່ການຢ້ຽມຢາມຣາຊະອານາຈັກໄທ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະກຽມເນື້ອໃນ ໃຫ້ມີຄວາມລະອຽດ ແລະ ຊັດເຈນ ຮັບປະກັນໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້;

ກອງປະຊຸມເຫັນດີດ້ານຫລັກການ ຮັບຮອງເອົາຮ່າງບົດລາຍງານຂອງລັດຖະບານ ທີ່ຈະໄປລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໂດຍມອບໃຫ້ກະຊວງກ່ຽວຂ້ອງ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໂຄງຮ່າງບົດລາຍງານ, ເປັນບົດລາຍງານ 6 ເດືອນຕົ້ນປີ 2022, ການສະຫລຸບຕົວເລກ ໃຫ້ມີຄວາມເປັນເອກະພາບກັນ, ລວມທັງ ສາເຫດທີ່ພາໃຫ້ມີຜົນສຳເລັດ ແລະ ຂໍ້ຄົງຄ້າງຕ່າງໆ ໃຫ້ຖືກຕ້ອງ ແລະ ແທດເໝາະກັບຕົວຈິງ;

ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການແກ້ໄຂລະເບີດບໍ່ທັນແຕກຕົກຄ້າງ ໂດຍຊີ້ນຳໃຫ້ກະຊວງແຮງງານ ແລະ ຫວັດດີການສັງຄົມ ນຳໄປປັບປຸງຕື່ມ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການນຳໃຊ້ຄຳສັບ, ການເພີ່ມຂໍ້ຫ້າມ ແລະ ມາດຕະການຕໍ່ຜູ້ລະເມີດ, ຖອດຖອນເອົາບົດຮຽນອັນດີ ທີ່ເຮັດໄດ້ ໃນໄລຍະຜ່ານມາ ກຳນົດເຂົ້າໃນນະໂຍບາຍເຫລົ່ານີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ, ສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ;

ກອງປະຊຸມເຫັນດີຮັບຮອງດ້ານຫລັກການ ຕໍ່ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອສ້າງຄວາມເຂັ້ມແຂງໃນການປົກປ້ອງເດັກໂດຍມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປັນໃຈກາງປະສານສົມທົບກັບຂະແໜງການກ່ຽວຂ້ອງ ນໍາໄປປັບປຸງຕາມການປະກອບຄໍາເຫັນ ຂອງບັນດາ ສະມາຊິກລັດຖະບານ.

ພາຍຫລັງປັບປຸງສໍາເລັດແລ້ວ ຈຶ່ງສະເໜີລັດຖະບານ ພິຈາລະນາຮັບຮອງ ແລະ ປະກາດໃຊ້;

ກອງປະຊຸມ ເຫັນດີດ້ານຫລັກການ ຮັບຮອງເອົາຮ່າງດຳລັດ ວ່າດ້ວຍການສົ່ງເສີມອາຫານທ່ຽງໃນໂຮງຮຽນ ໂດຍມອບໃຫ້ກະຊວງສຶກສາທິການ ແລະ ກິລາ ນຳໄປປັບປຸງຄືນ ໃຫ້ມີເນື້ອໃນຮັດກຸມ, ລະອຽດຈະແຈ້ງ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເພື່ອຈຳກັດຊ່ອງຫວ່າງ ການສວຍໂອກາດ ນຳໃຊ້ວຽກງານດັ່ງກ່າວ ໄປໃນທາງທີ່ບໍ່ຖືກຕ້ອງ, ສ້າງເງື່ອນໄຂ ໃຫ້ໂຮງຮຽນ ແລະ ຊຸມຊົນ ມີສ່ວນຮ່ວມ ໃນການຜະລິດ ແລະ ສະໜອງອາຫານ ໃຫ້ເຖິງໂຮງຮຽນເປົ້າໝາຍ.

ສຳລັບທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2022 ຈະສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດແຜນດຳເນີນງານຂອງລັດຖະບານ ແລະ ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫລາຍຂຶ້ນ, ໃນນັ້ນ ຈະສຸມໃສ່ການຄຸ້ມຄອງເງິນຕາ, ບັນຫານໍ້າມັນເຊື້ອໄຟ ໃຫ້ມີຄວາມສະຫງົບ, ແກ້ໄຂໜີ້ສິນທັງພາຍໃນ ແລະ ຕ່າງປະເທດໃຫ້ໄປຕາມແຜນທີ່ກຳນົດໄວ້ ລວມທັງປັບບປຸງກົນໄກການເຮັດວຽກໃຫ້ຮັດກຸມ, ສະດວກ, ວ່ອງໄວ, ທັນການ ແລະ ຮັບປະ ກັນປະສິດທິຜົນສູງສຸດ;

ສືບຕໍ່ປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຢ່າງຕັ້ງໜ້າ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫລຸດໜ້ອຍຖອຍລົງ ໄປຄຽງຄູ່ກັບການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ເຂົ້າສູ່ລວງເລິກ ແລະ ຈັດຕັ້ງປະຕິບັດຢ່າງຈິງຈັງ;

ສືບຕໍ່ຈັດຕັ້ງປະຕິບັດແຜນການລົງທຶນຂອງລັດ ປີ 2022, ການດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດ ໃຫ້ດີຂຶ້ນກວ່າເກົ່າ.

ສືບຕໍ່ຕິດຕາມ ແລະ ຊຸກຍູ້ບັນດາໂຄງການກໍ່ສ້າງຂະ ໜາດໃຫຍ່ ແລະ ໂຄງການອື່ນໆ ໃຫ້ສໍາເລັດຕາມແຜນການ;

ສືບຕໍ່ຊຸກຍູ້ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຕາມທິດໃຫ້ດີຂຶ້ນ, ຄຸ້ມຄອງ ແລະ ຮັກສາສະຖຽນລະພາບທາງດ້ານເງິນຕາ ໃຫ້ມີຄວາມໝັ້ນທ່ຽງ; ສືບຕໍ່ຊຸກຍູ້ການຜະລິດລະດູຝົນ ເພືີ່ອຮັບປະກັນດ້ານສະບຽງອາຫານ ໃຫ້ໄດ້ຕາມແຜນ ແລະ ສົ່ງອອກເປັນສິນຄ້າ ຕາມເງືີ່ອນໄຂຂອງແຕ່ລະທ້ອງຖິ່ນ.

ຄຸ້ມຄອງລາຄາສິນຄ້າ, ການນໍາເຂົ້າ-ສົ່ງອອກ ສິນຄ້າ, ການຂຸດຄົົ້ນ-ສົ່ງອອກແຮ່ທາດຕ່າງໆໃນຮູບແບບປົກກະຕິ ແລະ ໃນຮູບແບບທົດລອງ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີີ່ກໍານົດໄວ້;

ສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະ ກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເປັນປົກກະຕິ;

ສືບຕໍ່ກະກຽມຄວາມພ້ອມບັນດາຫົວຂໍ້ ແລະ ຮ່າງກົດໝາຍ ເພື່ອສະເໜີຕໍ່ກອງປະຊຸມສະໄໝສາມັນຄັ້ງທີ 3 ຂອງສະພາແຫ່ງຊາດ ຊຸດທີ IX;

ສືບຕໍ່ຕິດຕາມຢ່າງໃກ້ຊິດ ຕໍ່ກັບສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໄຈ ຢ່າງເລິກເຊິີ່ງ ກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບດ້ານຕ່າງໆ ຕໍ່ປະເທດເຮົາ.

ສືບຕໍ່ປະຕິບັດ ແນວທາງການຕ່າງ ປະເທດຂອງພັກ ຢ່າງສະເໜີຕົົ້ນສະເໜີປາຍ ເພື່ອສ້າງສະພາບແວດລ້ອມເອື້ອອຳນວຍ ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ໃນຕອນທ້າຍ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາສະມາຊິກລັດຖະ ບານ ຍົກສູງມານະຈິດຄວາມຮັບຜິດຊອບທາງການເມືອງ ໃນຂະແໜງການຂອງຕົນໃຫ້ດີຂຶ້ນ, ປັບປຸງການຄຸ້ມຄອງບໍລິຫານ ໃຫ້ມີລະບຽບວິໄນ ແລະ ມີປະສິດທິພາບສູງຂຶ້ນກວ່າເກົ່າ.

LEAVE A REPLY

Please enter your comment!
Please enter your name here