ລັກມາແລ້ວ 15 ຄັ້ງ!

0
1292

ສົມຮູ້ຮ່ວມຄິດລັກຊັບ (ໝໍ້ໄຟ 15 ຄັ້ງ )

ຮອງຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ປກສ ນວ ໃນວັນທີ 30 ພຶດສະພາ 2022 ວ່າ: ໃນວັນທີ 16 ພຶດສະພາ 2022 ໄດ້ຮັບແຈ້ງ: ມີເຫດກຸ່ມຄົນບໍ່ດີເຄື່ອນໄຫວລັກໜໍ້ໄຟກ້ອງວົງຈອນປິດຢູ່ເຂດ ເມືອງຈັນທະບູລີ, ເມືອງສີໂຄດຕະບອງ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈຳນວນ 15 ຈຸດ.

ຫຼັງຈາກໄດ້ຮັບແຈ້ງ ຈິ່ງໄດ້ລົງກວດກາຕິດຕາມ, ເກັບກຳບັນດາຂໍ້ມູນ, ມີຫຼັກຖານຊີ້ໃຫ້ເຫັນຜູ້ກະທຳຜິດ, ຕົກມາຮອດວັນທີ 19 ພຶດສະພາ 2022 ຈິ່ງຈັບຕົວ ທ້າວ ຈັນທະວີສຸກ ຫຼື ໂຕ່ ອາຍຸ 23 ປີ ຫວ່າງງານ ຢູ່ບ້ານໂພນຕ້ອງຈອມມະນີ ເມືອງຈັນທະບູລີ, ທ້າວ ສົມສະນຸກ ອາຍຸ 50 ປີ ຫວ່າງງານ ບ້ານສະຫວ່າງ ເມືອງຈັນທະບູລີ, ທ້າວ ບຸນມາ ຫຼື ໝີ ອາຍຸ 33 ປີ ຫວ່າງງານ ບ້ານສະຫວ່າງ ເມືອງຈັນທະບູລີ ແລະ ທ້າວ ຈັນທະແສງ ອາຍຸ 33 ປີ ບ້ານທົ່ງສ້າງນາງ ເມືອງຈັນທະບູລີ ນວ ມາດຳເນີນຄະດີ.

.

.

ຜ່ານການສອບສວນພວກກ່ຽວ ໃຫ້ການຮັບສາລະພາບວ່າ: ໃນໄລຍະເດືອນກຸມພາ ຫາເດືອນພຶດສະພາ 2022 ໄດ້ສົມຮູ້ຮ່ວມກັນເຄື່ອນໄຫວລັກຊັບ ປະເພດໝໍ້ໄຟກອງວົງປິດໃນຂອບເຂດ ເມືອງຈັນທະບູລີ, ເມືອງສີໂຄດຕະບອງ ແລະ ເມືອງໄຊເສດຖາ ຈຳນວນ 15 ຄັ້ງ ໄດ້ໝໍ້ໄຟກ້ອງວົງຈອນປິດທັງໝົດ 45 ໜ່ວຍ. ພາຍຫຼັງລັກມາແລ້ວໄດ້ນໍາເອົາໝໍ້ໄຟດັ່ງກ່າວໄປຂາຍຢູ່ຮ້ານເຫຼັກເສດ ຢູ່ເຂດບ້ານໝອງດ້ວງ ແລະ ບ້ານໜອງໜ້ຽວ ຕົກມາຮອດວັນທີ 19 ພຶດສະພາ 2022 ໃນຂະນະທີ່ພວກຕົນກຳລັງຂາຍໝໍ້ໄຟຢູ່ນັ້ນ ຖືກເຈົ້າໜ້າທີ່ເຂົ້າຈັບຕົວ.ຕໍ່ກັບເຈົ້າຂອງຮ້ານຮັບຊື້ເຫຼັກເສດເຈົ້າໜ້າທີ່ໄດ້ນຳຕົວມາສຶກສາອົບຮົມ, ພ້ອມທັງຮຽກຮ້ອງໃຫ້ເປັນເຈົ້າການປະຕິບັດພັນທະປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບ ຖ້າພົບເຫັນບຸກຄົນ ຫຼື ກຸ່ມຄົນກະທຳຜິດກົດໝາຍ ເວົ້າສະເພາະກຸ່ມຄົນນຳເອົາໝໍ້ໄຟກອງວົງຈອນປິດມາຂາຍ ໃຫ້ແຈ້ງຕໍ່ເຈົ້າໜ້າທີ່.

ແຫຼ່ງຂ່າວ: ຄວາມສະຫງົບ

LEAVE A REPLY

Please enter your comment!
Please enter your name here