ໄດ້ຮັບການຊ່ວຍເຫຼືອເບື້ອງຕົ້ນ

0
856

4 ຄອບຄົວ ປະສົບເຄາະຮ້າຍຈາກອັກຄີໄພ (ໄຟໄໝ້ເຮືອນ) ໄດ້ຮັບການຊ່ວຍເຫຼືອເບື້ອງຕົ້ນ

ຕາມການໃຫ້ຂໍ້ມູນຂອງ ທ່ານ ສຽງ ໂຍມ ຄະນະບ້ານໆ ວັດພັດທະນາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເວລາ 14:20 ນາທີ (ຕອນບ່າຍ) ຂອງວັນທີ 29 ພຶດສະພາ 2022 ຜ່ານມານີ້;

ໄດ້ເກີດເຫດໄຟໃໝ້ເຮືອນປະຊາຊົນບ້ານວຽງພັດທະນາ ເມືອງ ຜາອຸດົມ ແຂວງບໍ່ແກ້ວ ຈໍານວນ 03 ຫຼັງ ແລະ ເລົ້າເຂົ້າ 01 ຫຼັງ (ໃນນັ້ນ, ມີເຂົ້າເປືອກ 120 ເປົ່າ) ແລະ ຄົນບາດເຈັບ 1 ຄົນ ລວມມູນຄ່າເສຍຫາຍ 80 ລ້ານກວ່າກີບ; ເມື່ອສະພາບເປັນດັ່ງນັ້ນ, ທາງພາກສ່ວນທີ່ກ່ຽວຂ້ອງແມ່ນໄດ້ຮີບຮ້ອນຄົ້ນຄວ້າ, ເພື່ອຊອກຫາວິທີແກ້ໄຂໃຫ້ການຊ່ວຍເຫຼືອໃນເບື້ອງຕົ້ນ. ວັນທີ 30 ພຶດສະພາ 2022 ນີ້, ທ່ານ ພັທ ຄໍາເພັດ ຮັກຂັນສາ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການທະຫານເມືອງ ພ້ອມດ້ວຍຄະນະຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງ ໄດ້ລົງຍື່ຢາມຖາມຂ່າວ ແລະນຳເອົາເຄື່ອງອຸປະໂພກ, ບໍລິໂພກຈຳນວນໜຶ່ງ ມອບໃຫ້ຄອບຄົວທີ່ປະສົບເຄາະຮ້າຍໄຟໄໝ້ເຮືອນ ເພື່ອເປັນຂວັນກຳລັງໃຈ . ກ່າວມອບໂດຍທ່ານ ພັທ ຄໍາເພັດ ຮັກຂັນສາ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ທະຫານ ເມືອງ ພ້ອມດ້ວຍຄະນະ.

ກ່າວຮັບໂດຍທ່ານ ສຽງ ໂຍມ ຄະນະບ້ານໆ ວຽງພັດທະນາ ພ້ອມກັບຄອບຄົວທີ່ປະສົບເຄາະຮ້າຍຈາກອັກຄີໄພໃນຄັ້ງນີ້. ເຄື່ອງທີ່ນຳມາມອບ ປະກອບມີເຂົ້າສານ, ຜ້າຫົ່ມ, ສາດ, ມຸ້ງ, ໝໍ້ນຶ້ງເຂົ້າ, ໝໍ້ແກ້ງ, ຖ້ວຍ-ບ່ວງ ແລະ ເຄື່ອງນຸ່ງຫົ່ມຈຳນວນໜຶ່ງ ລວມມູນຄ່າ 1.710.000 ກີບ; ໂອກາດນີ້, ທ່ານ ພັທ ຄໍາເພັດ ຮັກຂັນສາ ໄດ້ຮຽກຮ້ອງມາຍັງຄະນະພັກຮາກຖານ ອໍານາດການປົກຄອງບ້ານ ຈົ່ງເປັນເຈົ້າການໃນການລະດົມກຳລັງແຮງງານຊາວໜຸ່ມພາຍໃນບ້ານ ຕັດໄມ້ປຸກເຮືອນຢູ່ອາໃສຊົ່ວຄາວໃຫ້ພວກກ່ຽວ; ທັງນີ້, ເພື່ອເປັນການແກ້ໄຂບັນເທົາທຸກໃນເບື້ອງຕົ້ນ.

ຂ່າວ-ພາບ: ໜັງສືພິມບໍ່ແກ້ວ Bokeo Newspaper

LEAVE A REPLY

Please enter your comment!
Please enter your name here