ເຫດຄົນຊ໋ອກຢາ

0
776

ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ 1624 ລາຍງານ: ໃນວັນທີ 03/06/2022 ເວລາ:02:43 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າມີເຫດຄົນຊ໋ອກຢາ ເຂດບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ແຂວງນະຄອນຫຼວງວຽງຈັນ.

ເມື່ອລົງໄປກວດສອບເຫດພົບຜູ້ບາດເຈັບ 01 ຄົນເປັນເພດຍິງ ເຊິ່ງມີອາການໝົດສະຕິ ແລະ ຊ໋ອກ.

ທີມງານໜ່ວຍກູ້ໄພນະຄອນຫຼວງວຽງຈັນ1624 ຈຶ່ງໄດ້ຊ່ວຍປະຖົມພະຍາບານຂັ້ນເບື້ອງຕົ້ນ ແລ້ວນຳສົ່ງໂຮງໝໍ ເສດຖາທິລາດ ເພື່ອປິ່ນປົວໃຫ້ຊ່ວງເຊົາ.

ສຳລັບຊະນິດ ແລະ ປະເພດຂອງຢາແມ່ນທາງໜ່ວຍກູ້ໄພບໍ່ໄດ້ລະບຸ.

LEAVE A REPLY

Please enter your comment!
Please enter your name here