ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ການມາຢ້ຽມຢາມ ແລະ ເຮັດວຽກທີ່ ສສ ຫວຽດນາມ

0
1819

ໃນວັນທີ 2 ມິຖຸນາ 2022 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ສະຫາຍ ພົນໂທ ຫງວຽນເຕິນເກື່ອງ ກໍາມະການສູນກາງພັກ ຫົວໜ້າກົມໃຫຍ່ເສນາທິການກອງທັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມພ້ອມຄະນະ ໄດ້ຕ້ອນຮັບ ການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ພ້ອມຄະນະ.

ພາຍຫຼັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການຄະນະຝ່າຍ ລາວ ແລະ ຫວຽດນາມ ໄດ້ພົບປະສອງຝ່າຍ ເຊິ່ງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໄມຕີຈິດມິດຕະພາບ ຂອງ ສະຫາຍພົນໂທ ຫງວຽນເຕິນເກື່ອງ ພ້ອມຄະນະ ແລະ ຕີລາຄາສູງຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານ ລະຫວ່າງ ສອງພັກ ສອງລັດ ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຍາມໃດກໍໃຫ້ການຊ່ວຍເຫຼືອກໍ່ສ້າງພະນັກງານ-ນັກຮົບໃນກອງທັບປະຊາຊົນລາວເວົ້າລວມເວົ້າສະເພາະແມ່ນການກໍ່ສ້າງບໍາລຸງນາຍທະຫານກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ກາຍເປັນພະນັກງານຜູ້ສືບທອດທີ່ມີຄວາມຮູ້ຄວາມສາມາດ.

ສະຫາຍ ພົນໂທ ຫງວຽນເຕິນເກື່ອງ ໄດ້ສະແດງຍິນດີຕ້ອນຮັບ ແລະ ຂອບໃຈຕໍ່ສະຫາຍພົນຕີ ຄໍາລຽງ ອຸທະໄກສອນ ພ້ອມຄະນະ ໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນຖາມກາງບັນຍາກາດສະເຫລີມສະຫລອງ ຄົບຮອບ 60 ປີ ແຫ່ງວັນສ້າງຕັ້ງ ສາຍພົວພັນທາງການທູດ (5 ກັນຍາ 1962-5 ກັນຍາ 2022) ແລະ 45 ປີ ແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື (18 ກໍລະກົດ 1977-18 ກໍລະກົດ 2022) ລາວ ແລະ ຫວຽດນາມ ໃຫ້ມີບັນຍາກາດຟົດຟື້ນກ້ວາງຂວາງ ທັງເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ສອງກອງທັບ ເວົ້າລວມ,ເວົ້າສະເພາະກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມກັບກົມໃຫຍ່ເສນາທິການກອງທັບປະຊາຊົນລາວມີຄວາມແໜ້ນແຟ້ນຍິ່ງຂຶ້ນ.

ແຫຼ່ງຂ່າວ: Lao people’s Army News

LEAVE A REPLY

Please enter your comment!
Please enter your name here