ມອບ-ຮັບ ລົດອຳບູນລັງ ( SUV-4WD ) ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕອບໂຕ້ພະຍາດ

0
2583

ພິທີ ມອບ-ຮັບ ລົດອຳບູນລັງ ( SUV-4WD ) ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຕອບໂຕ້ພະຍາດ COVID-19, ໄດ້ຮັບການຊ່ວຍເຫລືອຈາກລັດຖະບານຢີ່ປຸ່ນ ລົດອຳບູລັງ ຢີ່ຫໍ້: NISSN – PATROL ປະເພດ SUV-4WD, ຈຳນວນ 74 ຄັນ ພ້ອມດ້ວຍອຸປະກອນການແພດຊ່ວຍເຫຼືອສຸກເສີນພາຍໃນລົດ, ເພື່ອນຳໃຊ້ເຂົາໃນວຽກງານປ້ອງກັນ ແລະ ຕອບໂຕ້ພະຍາດໂຄວິດ-19 ໃຫ້ທີມແພດໝໍປ້ອມໜ້າດ່ານສຸກເສີນຊ່ວຍຄົນເຈັບນຳສົ່ງໂຮງໝໍທັນເວລາໃນເຂດເມືອງຢູ່ຮ່າງໄກສອກຫຼີກທີ່ມີຫົນທາງໄປມາຫຸ້ຍງຍາກ, ການຊ່ວຍເຫຼືອນີ້ແມ່ນຄັ້ງທີສອງ ຂອງລັດ ຖະບານ ຢີ່ປຸ່ນ,

ມອບໂດຍ ທ່ານ ເຄັນນີຈິ ໂຄບາຢາຊິ ເອກອັກຄະຣັດຖະທູດຢີ່ປຸ່ນ ປະຈຳ ສປປ ລາວ ຮັບໂດຍ ທ່ານ ປອ.ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ, ກົມກອງອ້ອມຂ້າງກະຊວງ ແລະ ຕາງໜ້າກະຊວງການຕ່າງປະເທດກໍ່ໄດ້ເຂົ້າຮ່ວມ.

ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ

LEAVE A REPLY

Please enter your comment!
Please enter your name here