ເປີດກອງປະຊຸມສ້າງຄວາມເຂັ້ມແຂງໃນການຕິດ ຕາມກວດກາການດຳເນີນຄະດີ ຄ້າມະນຸດ ແລະ ຄະດີຟອກເງິນ

0
1133

ອອປສ ສ້າງຄວາມເຂັ້ມແຂງການດຳເນີນຄະດີຄ້າມະນຸດ ແລະ ຟອກເງິນ

ໃນລະຫວ່າງວັນທີ 2-3 ມິຖຸນາ 2022 ທີ່ຫ້ອງປະຊຸມ ອົງການໄອຍະການປະຊາຊົນແຂວງອຸດົມໄຊ, ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ເປີດກອງປະຊຸມສ້າງຄວາມເຂັ້ມແຂງໃນການຕິດ ຕາມກວດກາການດຳເນີນຄະດີ ຄ້າມະນຸດ ແລະ ຄະດີຟອກເງິນ ພະນັກງານອົງການໄອຍະການປະຊາ ຊົນເຂດ, ໄອຍະການທະຫານແຂວງ ແລະ ອົງການໄອຍະການປະຊາຊົນ ແຂວງອຸດົມໄຊ, ຫລວງນ້ຳທາ ແລະ ແຂວງບໍ່ແກ້ວ.

ກອງປະຊຸມ ໄດ້ຮັບຟັງການບັນຍາຍ, ຄົ້ນຄວ້າແລກປ່ຽນຄໍາເຫັນ ແລະ ແນະນໍາວິທີຈັດຕັ້ງປະຕິ ບັດໜ້າທີ່ວຽກງານ ໃນການຕິດຕາມກວດກາການດຳເນີນຄະດີຄ້າມະນຸດ ແລະ ຄະດີຟອກເງິນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈກ່ຽວກັບການກະທໍາຜິດໃນຂໍ້ຫາຄ້າມະນຸດ, ການຟອກເງິນ, ການຕິດຕາມກວດກາ ແລະ ຄົ້ນຄວ້າຖະແຫລງສັ່ງຟ້ອງຜູ້ຖືກຫາຂຶ້ນສານ; ພ້ອມກັນນີ້ ຍັງໄດ້ເຜີຍແຜ່ຄໍາແນະນໍາຮ່ວມ ລະຫວ່າງ ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ກ່ຽວກັບການດຳເນີນຄະດີຂັ້ນກະກຽມ ແລະ ຂັ້ນພະຍາຍາມກໍ່ການກະທໍາຜິດໃນສະຖານການຄ້າມະນຸດ, ຄໍາສັ່ງແນະນໍາຂອງຄະນະກໍາມະການແຫ່ງຊາດ ເພື່ອຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ໜ້າທີ່ວຽກງານຂອງພະນັກງານອົງການໄອຍະການປະຊາຊົນ.

ທ່ານ ອ່ອນຈັນ ມະນີວັນ ຫົວໜ້າກົມຕິດຕາມກວດກາການດໍາເນີນຄະດີອາຍາ, ອົງການໄອຍະການປະຊາຊົນສູງສຸດ ປະທານກອງປະຊຸມ ຍັງໄດ້ມີຄໍາເຫັນຊີ້ນຳໃຫ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການຄົ້ນ ຄວ້າເຊື່ອມຊຶມກໍາແໜ້ນເນື້ອໃນ, ເປັນເຈົ້າການໃນການຍົກບັນຫາຂຶ້ນມາແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາດ້ວຍບັນຍາກາດຟົດຟື້ນ, ແລກປ່ຽນບົດຮຽນຈາກຄະນະຮັບຜິດຊອບກອງປະຊຸມ ເພື່ອນໍາເອົາບົດ ຮຽນໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແນໃສ່ຮັບປະກັນໃຫ້ແກ່ການດຳເນີນຄະດີ ຄ້າມະນຸດ ແລະ ຄະດີຟອກເງິນ ໄດ້ດໍາເນີນໄປຢ່າງຖືກຕ້ອງຕາມກົດໝາຍ, ປົກປ້ອງສິດ, ຜົນປະໂຫຍດອັນຊອບທໍາຂອງຜູ້ຖືກເຄາະຮ້າຍ;

ພ້ອມກັນນຳເອົາເນື້ອໃນກອງປະຊຸມ ໄປຈັດຕັ້ງປະຕິບັດໃຫ້ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນສຳເລັດສູງ, ປະກອບສ່ວນເຮັດໃຫ້ການດໍາເນີນຄະດີອາຍາ ຮອບດ້ານ ຄົບຖ້ວນ ພາວະວິໄສ ນໍາເອົາຜູ້ກະທໍາຜິດມາດໍາເນີນຄະດີ ຕາມກົດໝາຍ ເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະ ບຽບຮຽບຮ້ອຍ ປະເທດຊາດຈະເລີນກ້າວໜ້າຢ່າງບໍ່ຢຸດຢັ້ງ.

ຂ່າວ – ພາບ ອອປສ

LEAVE A REPLY

Please enter your comment!
Please enter your name here