ອັດຕາເງິນເຟີ້ໃນ​ເດືອນ​ພຶດ​ສະ​ພາ ເພີ່ມ​ຂຶ້ນ​ເປັນ 12,8%

0
1536

ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນພຶດ​ສະ​ພາ ປີ 2022 ຂອງສູນສະຖິຕິແຫ່ງຊາດ (ສຖຕ) ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດເຜີຍວ່າ: ສະພາບອັດຕາເງິນເຟີ້ໃນເດືອນພຶດ​ສະ​ພາ 2022 ເພີ່ມ​ຂຶ້ນ​ເປັນ 12,8% ເມື່ອທຽບປີຕໍ່ປີ ຫຼື ທຽບໃສ່ເດືອນດຽວກັນຂອງປີຜ່ານມາ (ເດືອນ 5 ປີ 2021 ແມ່ນ 3,5%), ​ແຕ່​ຖ້າ​ທຽບ​ໃສ່​ເດືອນ​ເມ​ສາ 2022 ເພີ່ມ​ຂຶ້ນ 3,2%, (​ເດືອນ​ເມ​ສາ 2022 ຢູ່​ລະ​ດັບ 9,9%) ແລະ ເມື່ອສະເລ່ຍໄລຍະ 5 ເດືອນຕົ້ນປີ 2022 ເພີ່ມຂຶ້ນຢູ່ລະດັບ 9,0% ຊຶ່ງເປັນການເພີ່ມຂຶ້ນທີ່ສູງຕໍ່ເນື່ອງ ແລະ ສູງທີ່ສຸດໃນຮອບ 15 ປີ. ຂະນະທີ່ສະພາບອັດຕາເງິນເຟີ້ພື້ນຖານ ແລະ ບໍ່ເປັນພື້ນຖານກໍເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນ; ໂດຍບົດລາຍງານໄດ້ເປີດເຜີຍຕື່ມວ່າ: ອັດຕາເງິນເຟີ້ພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ພື້ນຖານ ເດືອນພຶດ​ສະ​ພາ 2022 ທຽບເດືອນຜ່ານມາ ເພີ່ມຂຶ້ນ 3%, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນເພີ່ມຂຶ້ນ 14,1%, ຍ້ອນການເພີ່ມຂຶ້ນຂອງ​ລາ​ຄາອາຫານສໍາເລັດຮູບ ແລະ ທາດແປ້ງ, ເຄື່ອງປຸງແຕ່ງອາຫານ, ເຄື່ອງດື່ມບໍ່ແມ່ນເຫຼົ້າ, ໝວດເຫຼົ້າ ແລະ ຢາສູບ, ເຄື່ອງນຸ່ງ ແລະ ເກີບ, ເຄື່ອງກໍ່ສ້າງ ແລະ ອຸປະກອນສ້ອມແປງເຮືອນ, ໝວດເຄື່ອງໃຊ້ໃນເຮືອນ ໃນນີ້ແມ່ນໄດ້ຄິດໄລ່ ຈາກ 402 ລາຍການ ກວມເອົາ 82,9% ຂອງລາຍການສິນຄ້າ-ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 55,6%.

ສ່ວນອັດຕາເງິນເຟີ້ທີ່ບໍ່ແມ່ນພື້ນຖານ ຫຼື ດັດຊະນີລາຄາການຊົມໃຊ້ບໍ່ເປັນພື້ນຖານ ຊຶ່ງໃນເດືອນ​ພຶດ​ສະ​ພາ 2022 ທຽບໃສ່ເດືອນຜ່ານມາ ເພີ່ມຂຶ້ນ 3,3%, ແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາແມ່ນ ເພີ່ມຂຶ້ນ 11,3%, ຍ້ອນການເພີ່ມຂຶ້ນຂອງປະເພດອາຫານສົດ, ຄໍາຮູບປະພັນ ແລະ ນໍ້າມັນເຊື້ອໄຟ; ໃນນີ້, ຄິດໄລ່ ຈາກ 83 ລາຍການ ກວມເອົາ 17,1% ຂອງລາຍການສິນຄ້າ-ບໍລິການທັງໝົດ ແລະ ກວມເອົານໍ້າໜັກການຊົມໃຊ້ 44,4%.

ບົດລາຍງານຍັງໄດ້ໃຫ້ຮູ້ເຖິງປັດໄຈ ແລະ ສາເຫດທີ່ຂອງອັດຕາເງິນເຟີ້ ປະຈຳເດືອນພຶດ​ສະ​ພາ 2022 ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງນັ້ນ ແມ່ນມາຈາກຄວາມ​ຂັດ​ແຍ່ງ​ລະ​ຫວ່າງຣັດເຊຍ ແລະ ອູແກຣນ ໄດ້​ສົ່ງ​ຜົນກະທົບຕໍ່ການສະໜອງນໍ້າມັນໃນໂລກບໍ່ພຽງພໍ, ເຮັດ​ໃຫ້ລາຄານໍ້າມັນໃນຕະຫຼາດໂລກຖີບໂຕຂຶ້ນສູງ; ສະເພາະຢູ່ ສປປ ລາວ, ໃນເດືອນພຶດສະພາຜ່ານມານີ້ ເຮົາໄດ້ປັບລາຄານໍ້າມັນ ເພີ່ມຂຶ້ນ 2 ຄັ້ງ ທຽບໃສ່ລາຄາໄລຍະດຽວກັນກັບປີຜ່ານມາ ແມ່ນສູງເຖິງ 92,6%, ການເພີ່ມຂຶ້ນຂອງລາຄານໍ້າມັນໄດ້ກະທົບຢ່າງໜັກ ເຮັດໃຫ້ລາຄາສິນຄ້າຕ່າງໆທີ່ນໍາໃຊ້ນໍ້າມັນເປັນປັດໄຈການຜະລິດ​ເພີ່ມຂຶ້ນສູງ; ນອກນີ້, ການສືບຕໍ່ອ່ອນຄ່າຂອງເງິນກີບທຽບໃສ່ເງິນຕາ​ຕ່າງ​ປະ​ເທດໃນເດືອນພຶດສະພາ ໄດ້ກະທົບຢ່າງຮຸນແຮງໂດຍກົງ ​ເຮັດໃຫ້​ລາ​ຄາສິນຄ້າທີ່ນໍາເຂົ້າເພີ່ມສູງຂຶ້ນ; ສ່ວນຜົນຂອງການຂຶ້ນລາຄານໍ້າມັນ ແລະ ສິນຄ້ານໍາເຂົ້າ ກໍໄດ້ກະທົບທາງອ້ອມ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນ, ຄ່າຄອງຊີບເພີ່ມຂຶ້ນ ແລະ ສຸດທ້າຍໄດ້ກະທົບໃຫ້ທຸກໝວດສິນຄ້າມີລາຄາເພີ່ມຂຶ້ນສູງຢ່າງຫຼີກລ່ຽງບໍ່ໄດ້.ສຳລັບໝວດສິນຄ້າ ແລະ ບໍລິການ ທີ່ມີການປັບລາຄາສູງຂຶ້ນແຮງ ອັນພົ້ນເດັ່ນເປັນຕົ້ນ ໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ແມ່ນທາດເຫຼົ້າ ສະເລ່ຍໄລຍະ 5 ເດືອນຕົ້ນປີ 2022 ເພີ່ມຂຶ້ນຢູ່ລະດັບ 5,9%; ໝວດເຫຼົ້າ ແລະ ຢາສູບ 7,3%; ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ 8,2%; ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື່ອເພີງຫຸງຕົ້ມ 8,1%; ໝວດເຄື່ອງໃຊ້ໃນ​ຄົວເຮືອນ 7,0%; ໝວດຮັກສາສຸຂະພາບ ແລະ ຢາ 10,5%; ໝວດຄົມມະນາຄົມ ແລະ ຂົນສົ່ງ 21,9%; ໝວດການບັນເທີງ ແລະ ພັກຜ່ອນ 2,0%; ໝວດການສຶກສາ 0,3%; ໝວດຮ້ານອາຫານ ແລະ ໂຮງແຮມ 9,0%, ໝວດສິນຄ້າ ແລະ ການບໍລິການອື່ນໆ 13,6%.ບົດລາຍງານ ຍັງຊີ້​ໃຫ້​ເຫັນເຖິງການປ່ຽນແປງດັດຊະນີລາຄາສິນຄ້າ ທຽບປີຕໍ່ປີ ແຍກຕາມກຸ່ມສິນຄ້າຕົ້ນຕໍ ທີ່ກະທົບໄວຕໍ່ອັດຕາເງິນເຟີ້ ຄື: ເຂົ້າສານ ເພີ່ມຂຶ້ນ 4,8%; ຊີ້ນ ແລະ ປາ 7,4%; ເຂົ້າຈີ່ ແລະ ທາດແປ້ງ 16,7%; ນົມ, ເນີຍ ແລະ ໄຂ່ 27,79%; ໝາກໄມ້ ແລະ ຜັກສົດ 9,0%; ນໍ້າມັນເຊື້ອໄຟ 92,6%; ອາຍແກ໊ສຫຸງຕົ້ມ 39,7%; ຄໍາ (ຮູບປະພັນ) 48,5%; ເຫຼັກເສັ້ນ 68,0%; ຊີມັງລາວກາກະທິງແດງ 10,4% ແລະ ຊີມັງລາວກາກະທິງ ຂຽວ 11,7%.

ແຫຼ່ງຂ່າວ: ປະຊາຊົນ, ສຖຕ

LEAVE A REPLY

Please enter your comment!
Please enter your name here