ມອບຄໍາ 25 ບາດ ຄືນໃຫ້ເຈົ້າຂອງ ຄະດີສໍ້ໂກງຊັບຢູ່ຕະຫຼາດເຊົ້າມໍ

0
7219

ຢູ່ພະແນກຕໍາຫຼວດປ້ອງກັນເສດຖະກິດ ຫ້ອງຕໍາຫຼວດ ປກສ ນວ, ພັທ ຄໍາພອນ ພົມມະຈັນ ຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມດ້ວຍຄະນະ ໄດ້ມອບເຄື່ອງຂອງກາງຄໍາຮູບປະພັນ ຈໍານວນ 25 ບາດ ທີ່ເກັບກູ້ມາໄດ້ຈາກຄະດີສ້ໍໂກງຊັບ (ຄໍາຮູບປະພັນ ຢູ່ຕະຫຼາດເຊົ້າມໍ) ຄືນຜູ້ຖືກເສຍຫາຍ ເມື່ອວັນທີ 7 ມິຖຸນາ 2022 ຜ່ານມາ.

ໃນວັນເກີດເຫດພາຍຫຼັງເຈົ້າໜ້າທີ່ ໄດ້ຮັບຂໍ້ມູນເມື່ອເວລາ 14:50 ໂມງ ຂອງວັນທີ 18 ພຶດສະພາ 2022 ວ່າ: ມີກຸ່ມຄົນຈໍານວນໜຶ່ງ ຕົວະຍົວະຫຼອກລວງ ສໍ້ໂກງເອົາຄໍາ 25 ບາດ ຢູ່ຮ້ານຂາຍວັດຖຸມີຄ່າຕະລາດເຊົ້າມໍ ເຈົ້າໜ້າທີ່ ຈິ່ງຮີບຮ້ອນປະສານສົມທົບເພື່ອດໍາເນີນການສືບສວນ ສອບສວນມີຂໍ້ມູນຫຼັກຖານຊີ້ໃຫ້ເຫັນຜູ້ກະທຳຜິດ ຈຶ່ງຈັບຕົວຊື່ນາງ ອຸໄລພອນ ອາຍຸ 31 ປີ, ຢູ່ບ້ານຮ່ອງຄ້າ ເມືອງຈັນທະບູລີ ນວ ຢູ່ສະຖານທີ່ຮ້ານຄໍາ ພ້ອມທັງສອບສວນ, ຂະຫຍາຍຜົນຮອດເວລາ 23:40 ໂມງ ຂອງວັນດຽວກັນສາມາດຈັບທ້າວອຸ້ຍ ອາຍຸ 35 ປີ ປະຊາຊົນ ຢູ່ບ້ານໜອງບົວທອງໃຕ້ ເມືອງສີໂຄດຕະບອງ ມາດຳເນີນຄະດີ ຈາກນັ້ນເຈົ້າໜ້າທີ່ໄດ້ສອບສວນ ຊອກຫາຜູ້ຮ່ວມຂະບວນການ ຮອດວັນທີ 7 ມິຖຸນາ 2022, ຈຶ່ງໄດ້ຈັບຜູ້ຮ່ວມຂະບວນການອີກ 2 ຄົນຊື່ທ້າວ ຕານ້ອຍ ອາຍຸ 25 ປີ, ຢູ່ບ້ານໜອງບົວທອງເໜືອ ແລະ ນາງ ແສງທະວີ ອາຍຸ 35 ປີ, ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ນວ ພ້ອມທັງເກັບກູ້ຄືນມາໄດ້ ພາຍຫລັງສຳເລັດການດຳເນີນຄະດີ ຈິ່ງໄດ້ມອບຄຳ 25 ບາດທີ່ເກັບກູ້ມາໄດ້ ສົ່ງມອບຄືນເຈົ້າຂອງ. ປັດຈຸບັນ ຕໍ່ກັບພວກກ່ຽວທັງ 4 ຄົນ ເຈົ້າໜ້າທີ່ຈະໄດ້ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

LEAVE A REPLY

Please enter your comment!
Please enter your name here