ເຫດຄົນເສຍຊີວິດໄຫຼນໍ້າ

0
1424

ໃນວັນທີ 15.06.2022 ເວລາ 14:44 ນາທີ, ໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄດ້ຮັບແຈ້ງເຫດຜ່ານເບີ 084 1625 ວ່າ: ມີຄົນຕາຍໄຫຼນ້ຳມາຄ້າງຢູ່ບ້ານໂພນທອງ ເມືອງປາກທາ ແຂວງບໍ່ແກ້ວ, ເມື່ອໜ່ວຍກູ້ຊີບອົງການກາແດງແຂວງບໍ່ແກ້ວໄປຮອດສະຖານທີ່​ເກີດເຫດພົບເຫັນຜູ້ເສຍຊີວິດ 01 ຄົນ​:

ຂໍ້ມູນເບື້ອງຕົ້ນ, ຜູ້ເສຍຊີວິດຊື່ ນາງ ເຫຼີຍຍິງ ອາຍຸ 23 ປີ ສັນຊາດຈີນ ບ້ານເກີດ: ເອີ້ນຢາງຊິນພົງເຈິ້ນ ເມືອງປາຈົງ, ແຂວງສື້ຊວນ ສປ ຈີນ ເຊິ່ງໄດ້ມາເຮັດວຽກຢູ່ໃນເຂດເສດຖະກິດສາມຫຼຽມຄຳ.

ສຳລັບສາເຫດແມ່ນຢູ່ໃນລະຫວ່າງການສັນນິສູດຂອງເຈົ້າໜ້າທີ່, ດັ່ງນັ້ນ, ໜ່ວຍ​ກູ້​ຊີບ​ອົງການ​ກາ​ແດງ​ແຂວງບໍ່ແກ້ວຈື່ງ​ໄດ້ທຳການຫໍ່-ມ້ຽນສົບຜູ້ເສຍຊີວິດແລ້ວນຳສົບໄປທີ່ສະລຳພະມ້າເຂດເສດຖະກິດສາມຫຼຽມຄຳ ເພື່ອທຳພິທີທາງສາສະໜາ.

ແຫຼ່ງຂ່າວ: ໜັງສືພິມບໍ່ແກ້ວ

LEAVE A REPLY

Please enter your comment!
Please enter your name here