ເຮັດແທ້! ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການແລກປ່ຽນເງິນຕາອອນລາຍ

0
3572

ເຈົ້າໜ້າທີ່ສຶກສາອົບຮົມຜູ້ບໍລິການແລກປ່ຽນເງິນຕາອອນລາຍພ້ອມຈະຖືກດໍາເນີນຄະດີຕາມກົດໝາຍ

ວັນທີ 17 ມິຖູນາ 2022, ກົມຕຳຫຼວດເສດຖະກິດ ກົມໃຫຍ່ຕຳຫຼວດ ໄດ້ນຳຕົວ ທ້າວ ພຸດທະວົງ ອາຍຸ 25 ປີ ຢູ່ບ້ານ ນາທອງ ເມືອງໂພນໂຮງ ແຂວງວຽງຈັນ ຜູ້ເປີດບໍລິການແລກປ່ຽນເງິນຕາຕ່າງປະເທດອອນລາຍ ໂດຍບໍ່ໄດ້ຮັບອະນຸຍາດ ມາສຶກສາອົບຮົມກ່າວເຕື່ອນ ແລະ ຈະຖືກດຳເນີນຄະດີຕາມກົດໝາຍໃນຂັ້ນຕອນຕໍ່ໄປ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ພຸດທະວົງ ສີສຸວັນ ມີເຈດຕະນາລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ດໍາເນີນທຸລະກິດບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງສະແດງອອກດັ່ງນີ້: ຜູ້ກ່ຽວບໍ່ມີ ໃບອະນຸຍາດດໍາເນີນທຸລະກິດກ່ຽວ ກັບການແລກປ່ຽນເງິນຕາຕ່າງປະເທດ ແລ້ວໄດ້ມີການເຄື່ອນໄຫວ ໂຄສະນາແລກປ່ຽນເງິນຕາ ຜ່ານຊື່ສັງຄົມອອນລາຍ (ເຟສບຸກ) ໂດຍບໍ່ໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ, ຜູ້ກ່ຽວໄດ້ໂພດຂໍ້ ຄວາມລົງໃນກຸ່ມເຟສບຸກ ໃນຊື່ກຸ່ມ ແລກປ່ຽນເງິນຕາ (ໂອນ-ແລກ-ຕິດຕາມອັດຕາແລກປ່ຽນ).

ຜ່ານການສືບສວນ-ສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ມີການເຄື່ອນໄຫວບັນຊີເງິນຝາກຂອງຜູ້ກ່ຽວໃນໄລຍະເດືອນພຶດສະພາ 2022 ມີລາຍລະອຽດຄື: ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ວັນ ມີເງິນກີບເຂົ້າບັນຊີ 270,923,000 ກີບ, ໂອນອອກຈາກບັນຊີ ຈໍານວນ 254,381,000 ກີບ, ມີເງິນບາດເຂົ້້າບັນຊີ 121,950 ບາດ, ໂອນອອກຈາກບັນຊີ 100,011 ບາດ, ມີເງິນໂດລາເຂົ້າບັນຊີ 12,200 ໂດລາ, ໂອນເງິນໂດລາອອກ 15,000 ໂດລາ. ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ອາທິດ ມີເງິນກີບເຂົ້າບັນຊີ 755,506,000ກີບ, ໂອນອອກຈາກບັນຊີ ຈໍານວນ740,050,500 ກີບ ມີເງິນບາດເຂົ້າບັນຊີ 443,650 ບາດ, ໂອນອອກ 425,054 ບາດ, ມີເງິນໂດລາເຂົ້າບັນຊີ 20,943 ໂດລາ, ໂອນອອກ 20,905, ຍອດທຸລະກໍາໃນບັນຊີ ຂອງຜູ້ກ່ຽວໃນ 1 ເດືອນ ມີເງິນກີບເຂົ້າບັນຊີ 957,625,800 ກີບ, ໂອນອອກຈາກບັນຊີ ຈໍານວນ 957,846,000 ກີບ, ໂດລາ, ມີເງິນບາດໂອນເຂົ້າບັນຊີ 872,870 ບາດ, ໂອນອອກ 850,856 ບາດ, ເງິນໂດລາເຂົ້າບັນຊີ 31,043 ໂດລາ, ໂອນເງິນອອກ 31,116 ໂດລາ.

ເຈົ້າໜ້າທີ່ກ່າວອີກວ່າ: ການກຳດັ່ງກ່າວຂອງທ້າວ ພຸດທະວົງ ຜິດຕໍ່ປະມວນກົດໝາຍອາ ມາດຕາ 285 ການລະເມີດລະບຽບການຄຸ້ມຄອງເງິນຕາຕ່າງປະເທດ ແລະ ມາດຕາ 297 ການດຳເນີນທຸລະກິດໂດຍບໍ່ຖືກຕ້ອງຕາມກົດໝາຍ ໂດຍກົດໝາຍໄດ້ກຳນົດໄວ້ວ່າ ບຸກຄົນໃດຫາກໄດ້ດຳເນີນທຸລະກິດໂດຍບໍ່ໄດ້ຂຶ້ນທະບຽນວິສາຫະກິດ ຫຼື ເຄື່ອນໄຫວທຸລະກິດໂດຍບໍ່ຖືກກັບວັດຖຸປະສົງຂອງວິສາຫະກິດຕົນ ຈະຖືກລົງໂທດຕັດອະສະລະພາບແຕ່ 3 ເດືອນ ຫາ 1 ປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 10 ລ້ານກີບ. ສະນັ້ນ, ຈິ່ງໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກກ່າວເຕືອນຜູ້ກ່ຽວບໍ່ໃຫ້ກັບໄປກະທໍາແບບເກົ່າອີກ.

ແຫຼ່ງຂ່າວ: ຄວາມສະຫງົບ Lao Security News

LEAVE A REPLY

Please enter your comment!
Please enter your name here