ເປີດນຳໃຊ້ຂົວເຊສະໝູຢ່າງເປັນທາງການ!

0
1484

ເປີດນຳໃຊ້ຂົວເຊສະໝູຢ່າງເປັນທາງການດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານເຢຍລະມັນ

ພິທີເປີດນຳໃຊ້ຂົວເຊສະໝູ ຢ່າງເປັນທາງການໄດ້ຈັດຂຶ້ນ ໃນວັນທີ 16 ມິຖຸນາ 2022 ໂດຍການເປັນກຽດ ເຂົ້າຮ່ວມຂອງ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ບົວຄາດ ຮິນ ຫົວໜ້າພະແນກ ພັດທະນາຕົວເມືອງ ແລະການ ຂົນສົ່ງໃນຂົງເຂດອາຊີຕາເວັນ ອອກ ແລະອາຊີຕາເວັນອອກສ່ຽງ ໃຕ້ຫ້ອງການ KFW ປະຈຳສຳ ນັກງານໃຫຍ່ ຢູ່ປະເທດເຢຍລະມັນ ພ້ອມທີມງານ, ມີຮອງຫົວໜ້າກົມ ຂົວທາງກະຊວງໂຍທາທິການ ແລະຂົນສົ່ງ, ຫົວໜ້າຫ້ອງວ່າການ ປົກຄອງແຂວງ ພ້ອມດ້ວຍພາກ ສ່ວນຕ່າງໆທ່ີ່ກ່ຽວຂ້ອງຂັ້ນຕ່າງໆ ລວມເຖິງອຳນາດ ການປົກຄອງເມືອງເຊໂປນ-ເມືອງນອງ ຕະຫຼອດເຖິງພໍ່ແມ່ປະຊາຊົນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ວົງສະຫວັນ ວຽງມະນີ ເຈົ້່າເມືອງເຊໂປນ ກໍ່ຕາງໜ້າໃຫ້ຄະນະນຳຂອງເມືອງ ແລະພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງເຊໂປນ ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອຕໍ່ຄະນະຜູ້ແທນຈາກທະນາຄານເພື່ອການພັດທະນາ(KFW) ກໍ່ຄືລັດຖະບານເຢຍລະມັນ ແລະການນຳພັກ-ລັດທຸກຂັ້ນ ທີ່ໄດ້ເອົາໃຈໃສ່ພັດທະນາດ້ານຖະໜົນຫົນທາງ ແລະຂົວຂ້າມນ້ຳເຊສະໝູ, ຂົວຈົມສະແລນ ຈົນສາມາດແກ້ໄຂບັນຫາຄວາມຫຍຸ້ງຍາກໃນການໄປມາຫາສູ່ຕາມເສັ້ນທາງລະຫວ່າງເທສະບານເມືອງ ຫາຈຸດສຸມ, ຫາບ້ານ ແລະບ້ານຕໍ່ບ້ານ ແລະປະຊາຊົນໃນຫຼາຍບ້ານດີຂຶ້ນກວ່າເກົ່າ, ພາຍຫຼັງສຳເລັດໃນການກໍ່ສ້າເສັ້ນທາງໝາຍເລກ PR 6306(ບ້ານດົງສະຫວັນ-ຈຸດສຸມລະໂກ) ປະຊາຊົນທົ່ວເມືອງເຊໂປນໃນ 88 ບ້ານ, 64.850 ຄົນ ເວົ້າສະເພາະປະຊາຊົນທີ່ອາໄສລຽບເສັ້ນທາງດັ່ງກ່າວ ຈຳນວນ 18 ບ້ານ, 1.002 ຄອບຄົວ, 50.326 ຄົນ ຈະໄດ້ຮັບຜົນປະໂຫຍດໂດຍກົງຫຼາຍດ້ານ ພ້ອມດຽວກັນນີ້, ເສັ້ນທາງດັ່ງກ່າວ ຍັງເປັນການເຊື່ອມຕໍ່ກັບເມືອງເຮືອງຮວາ ແຂວງກວາງຕຣີ ແລະເມືອງເລຖູ້ຍ ແຂວງກວາງບິງ ສສ ຫວຽດນາມ ສະນັ້ນ, ພາຍຫຼັງທີ່ເສັ້ນທາງດັ່ງກ່າວ ໄດ້ຮັບການກໍ່ສ້າງ ໂດຍລວມມີຂົວເຊສະໝູ ແລະຂົວຈົມສະແລນ ຈະເຮັດໃຫ້ປະຊາຊົນ ສາມາດໄປມາຫາສູ່ກັນໄດ້ຕະຫຼອດ 24 ຊົ່ວໂມງໃນທັງສອງລະດູ.

ຈາກນັ້ນ, ທ່ານຮອງເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ໃຫ້ກຽດກ່າວມີຄຳເຫັນວ່າ: ເລີ່ມແຕ່ທ້າຍປີ 2017 ແຂວງສະຫວັນນະເຂດ ໄດ້ຮັບທຶນຊ່ວຍເຫຼືອລ້າເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງທາງຊົນນະບົດໄລຍະ 1 ຈາກລັດຖະບານ ກໍ່ຄືປະຊາຊົນເຢຍລະມັນ ຢູ່ 2 ເມືອງທຸກຍາກຂອງແຂວງຄື: ເມືອງເຊໂປນ ແລະເມືອງນອງ, ເຊິ່ງມີລວງຍາວທັງໝົດ 57,7 ກິໂລແມັດ, ນອກຈາກກໍ່ສ້າງທາງຊົນນະບົດແລ້ວ, ທາງໂຄງການ ຍັງໄດ້ສ້ອມແປງໂຮງຮຽນປະຖົມ 5 ແຫ່ງ, ລວມງົບປະມານທັງໝົດ 6.264.000 ເອີໂຣ, ພິເສດ ຍັງໄດ້ງົບປະມານຈາກໂຄງການຟື້ນຟູພື້ນຖານໂຄງລ່າງພາກໃຕ້ RISL ອີກຈຳນວນ 10 ຕື້ກີບ ເພ່ືອກໍ່ສ້າງຂົວເຊສະໝູ, ມີຄວາມຍາວ 120 ແມັດ, ກວ້າງ 5 ແມັດ, ພວກຂ້າພະເຈົ້າ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະປະຊາຊົນເຢຍລະມັນ ວ່າເປັນການຊ່ວຍເຫຼືອທີ່ມີຄວາມສຳຄັນຫຼາຍ ແລະມີມູນຄ່າສູງ.

ເຊິ່ງມັນໄດ້ສ່ອງແສງເຖິງການພົວພັນອັນດີງາມ ແລະເລິກເຊິ່ງລະຫວ່າງ 2 ປະເທດພວກເຮົາ;ການຊ່ວຍເຫຼືອດັ່ງກ່າວ ມັນເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາ ແລະແກ້ໄຂຄວາມທຸກຍາກຂອງປະຊາົຊນບັນດາເຜົ່າຢູ່ເມືອງນອງ ແລະເຊໂປນ, ເປັນການສ້າງສິ່ງອຳນວຍໃຫ້ແກ່ການດຳລົງຊີວິດ, ການທຳການຜະລິດ, ການຈະລາຈອນສິນຄ້າ ແລະການເຂົ້າເຖິງການສຶກສາສາທາລະນະສຸກ ແລະອື່ນໆ, ໂອກາດນີ້, ຕາງໜ້າອຳນາດການປົກຄອງແຂວງ ກໍ່ຄືປະຊາຊົນບັນດາເຜົ່າຊາວແຂວງສະຫວັນນະເຂດ ຂໍສະແດງຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ແລະຫາສິ່ງປຽບບໍ່ໄດ້ຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະປະຊາຊົນເຢຍລະມັນ ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານລາວ ໂດຍສະເພາະກະຊວງໂຍທາທິການ ແລະຂົນສົ່ງ, ກະຊວງແຜນການ-ການລົງທຶນ ແລະກະຊວງອື່ນໆ ທ່ີໄດ້ຊ່ວຍເຫຼືອນຳເອົາທຶນຮອນອັນມະຫາສານດັ່ງກ່າວ ມາຊ່ວຍພັດທະນາພື້ນຖານໂຄງລ່າງຢູ່ແຂວງສະຫວັນນະເຂດ ຂ້າພະເຈົ້າ ຂໍຮັບເອົາເສັ້ນທາງຊົນນະບົດ ແລະຂົວແຫ່ງນີ້ ພ້ອມທັງຂໍມອບຕໍ່ໃຫ້ອຳນາດການປົກຄອງເມືອງເຊໂປນ ແລະເມືອງນອງ ເອົາໃຈໃສ່ຄຸ້ມຄອງປົກປັກຮັກສາ ໃຫ້ນຳໃຊ້ໄດ້ຍາວນານ, ຍືນຍົງຖືກຕາມຈຸດປະສົງເປົ້າໝາຍຂອງຜູ້ໃຫ້ທຶນຊ່ວຍເຫຼືອໃນຄັ້ງນີ້.

ວາລະຕໍ່ມາ, ທ່ານ ນາງ ຫຼິງທອງ ແສງຕາວັນ ແລະທ່ານ ບົວຄາດ ຮິນ ພ້ອມດ້ວຍການຈັດຕັ້ງທຸກພາກສ່ວນ ແລະແຂກທີ່ເຂົ້າຮ່ວມໃນງານ ກໍ່ໄດ້ຮ່ວມກັນຕັດແຖບຜ້າ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກຂອງການເປີດນຳໃຊ້ຂົວເຊສະໝູ ເມືອງເຊໂປນ ແລະເສັ້ນທາງຊົນນະບົດໃນເຂດເມືອງນອງ ແລະເຊໂປນຢ່າງເປັນທາງການ.

ຂ່າວ: ສະຫວັນພັດທະນາ ຂ່າວ / Savanhphathana News

LEAVE A REPLY

Please enter your comment!
Please enter your name here