ສປປ ລາວ ເປັນເຈົ້າພາບ ຈັດແຂ່ງຂັນປິ່ງປ່ອງເຍົາວະຊົນ

0
573

ສປປ ລາວ ກໍຄືສະຫະພັນກິລາປິ່ງປ່ອງແຫ່ງຊາດລາວ ໄດ້ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນກິລາປິ່ງປ່ອງຮຸ່ນເຍົາວະຊົນ ຊີງແຊ໋ມອາຊີ 2022 ຄັ້ງທີ 26 ໃນລະຫວ່າງ 1-6 ກັນຍາ 2022 ທີ່ສູນການຄ້າລາວ-ໄອເຕັກມໍ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ. ໃນໂອກາດທີ່ສະຫະພັນບານປິ່ງປ່ອງແຫ່ງຊາດລາວ ໄດ້ສຳເລັດການຈັດແຂ່ງຂັນປິ່ງປ່ອງ ຊີງແຊ໋ມທົ່ວປະເທດ.

ເມື່ອບໍ່ດົນມານີ້, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ປະທານສະຫະພັນປິ່ງປ່ອງແຫ່ງຊາດລາວ ໃຫ້ສໍາພາດຕໍ່ສື່ມວນຊົນ ໃຫ້ຮູ້ວ່າ: ການແຂ່ງຂັນກິລາປິ່ງປ່ອງ ໄດ້ຢຸດແຂ່ງຂັນມາດົນສົມຄວນ ເນື່ອງຈາກໄດ້ຮັບຜົນກະທົບຈາກເຊື້ອພະຍາດໂຄວິດ-19 ແຕ່ພວກເຮົາກໍຊ້ອມກັນປົກກະຕິ ຈົນຫຼ້າສຸດ ກໍໄດ້ຮັບແຈ້ງການຈາກສະຫະພັນປິ່ງປ່ອງອາຊີ ໃຫ້ສປປ ລາວ ຮັບກຽດເປັນເຈົ້າພາບ ຈັດການແຂ່ງຂັນປິ່ງປ່ອງເຍົາວະຊົນ ຊີງແຊ໋ມອາຊີ 2022 ໃນຕົ້ນເດືອນກັນຍານີ້ ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ STS ຂາອອກ-ຂາເຂົ້າ ຈຳກັດ ຜູ້ດຽວ ຊຶ່ງເປັນຄັ້ງທໍາອິດໃນຮອບ 3 ປີທີ່ໄດ້ຮັບກຽດເປັນເຈົ້າພາບ ເພື່ອເຮັດໃຫ້ການກຽມຄວາມພ້ອມ ສະນັ້ນສະຫະພັນຈຶ່ງໄດ້ຈັດການແຂ່ງຂັນ ປິ່ງປ່ອງ ທົ່ວປະເທດ ຊີງຂັນປະທານສະຫະພັນປິ່ງປ່ອງແຫ່ງຊາດ ຂຶ້ນ ແລະ ລາຍການນີ້ ກໍເຫັນໄດ້ວ່ານັກກິລາລາວໄດ້ມີການພັດທະນາ ແລະ ເກັ່ງຂຶ້ນຫຼາຍ ທັງນີ້, ທັງນັ້ນ ກໍຍ້ອນຄວາມເອົາໃຈໃສ່ຂອງຄູຝຶກ ແລະ ກໍາມະການ ທີ່ຊ່ວຍກັນຝຶກສອນ ສ້າງນັກກິລາຜູ້ທີ່ມີຄວາມສາມາດເກີດຂຶ້ນໃໝ່ຈຳນວນຫຼວງຫຼາຍ ຊຶ່ງຈະເປັນກຳລັງສຳຄັນຕາງໜ້າ ສປປ ລາວ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນປິ່ງປ່ອງເຍົາວະຊົນ ຊີງແຊ໋ມອາຊີ ອີກດ້ວຍ.

ຂະນະດຽວກັນ, ທ່ານ ນາງ ສົມໃຈ ວົງສາ ເລຂາທິການສະຫະພັນປິ່ງປ່ອງແຫ່ງຊາດ ໃຫ້ສໍາພາດອີກວ່າ: ການແຂ່ງຂັນກິລາປິ່ງປ່ອງ ທົ່ວປະເທດ ຊີງຂັນປະທານສະຫະພັນປິ່ງປ່ອງແຫ່ງຊາດ ໃນຄັ້ງນີ້ ກໍສາມາດປະເມີນ ແລະ ຕີລາຄາ ການພັດທະນາປິ່ງປ່ອງຮຸ່ນເຍົາວະຊົນພົ້ນເດັ່ນຂຶ້ນຫຼາຍ ບໍ່ວ່າຈະຢູ່ໃນນະຄອນຫຼວງ ແລະ ຢູ່ຕ່າງແຂວງ ໂດຍສະເພາະແມ່ນໃນຮຸ່ນອາຍຸບໍ່ເກີນ 15 ປີຈາກແຂວງຈໍາປາສັກ ປີນີ້ຖືວ່າໂດດເດັ່ນຫຼາຍ ຊຶ່ງນອນໃນເປົ້າໝາຍຄັດເລືອກເອົານັກກິລາຊຸດນີ້ ແລະ ຕະຫຼອດຮອດສະໂມສອນຕ່າງໆ ໃນນະຄອນຫຼວງວຽງຈັນ ເພື່ອໄປຝຶກແອບກັບທີມຊາດຕໍ່ໄປ ແນໃສ່ກຽມຄວາມພ້ອມສາມາດຮັບປະກັນໃນການເຂົ້າຮ່ວມສ້າງຜົນງານແຂ່ງຂັນປີ່ງປ່ອງ ເຍົາວະຊົນ ຊີງແຊ໋ມ ອາຊີ ຄັ້ງທີ 26 ໃນວັນທີ 1-6 ເດືອນກັນຍາ 2022 ທີ່ ສປປ ລາວ ເປັນເຈົ້າພາບ ແນ່ນອນກ່ອນທີ່ພວກເຮົາຈະເປັນເຈົ້າພາບຈັດການແຂ່ງຂັນນັ້ນ ພວກເຮົາຍັງມີແຜນຈະໄປເຄື່ອນໄຫວທັງພາຍໃນ ແລະ ຕ່າງປະເທດ ຢ່າງຕໍ່ເນື່ອງ ໂດຍສະເພາະຈະໄປແຂ່ງຂັນລາຍການເຍົາວະຊົນ ຊີງແຊ໋ມອາຊຽນ ທີ່ປະເທດໄທ ໃນທ້າຍເດືອນມິຖຸນາ 2022 ແລະ ໃນການແຂ່ງຂັນງານກິລາ ມະຫາວິທະຍາໄລອາຊຽນ ທີ່ປະເທດໄທ ໃນເດືອນກໍລະກົດ 2022 ເພື່ອສ້າງປະສົບການໃຫ້ກັບນັກກິລາ ແລະ ຄູຝຶກອີກດ້ວຍ.

ຂໍ້ມູນຂ່າວ:

LEAVE A REPLY

Please enter your comment!
Please enter your name here