ກະຊວງພາຍໃນ ຮ່ວມກັບ 4 ທະນາຄານເຂົ້າຮ່ວມໂຄງການອອກບັດພະນັກງານ-ລັດຖະກອນ

0
2403

ກະຊວງພາຍໃນ ຮ່ວມກັບ 4 ທະນາຄານທຸລະກິດຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານພັດທະນາລາວ ຈຳກັດ, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ ເຊັນສັນຍາອອກບັດພະ ນັກງານ-ລັດຖະກອນ ຢູ່ ສປປ ລາວ ໃນວັນທີ 24 ມິຖຸນາ ຜ່ານມາ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການອອກບັດໃຫ້ພະນັກງານ-ລັດຖະກອນທົ່ວປະເທດ ສໍາເລັດຕາມແຜນການທີ່ກໍານົດໄວ້ ທັງເປັນການອໍານວຍຄວາມສະດວກ ໃນການນໍາໃຊ້ບັດຂອງພະນັກງານທັງສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມສະດວກສະບາຍ ໃນການເຂົ້າເຖິງລະບົບບໍລິການຂອງທະນາຄານໄດ້ງ່າຍ ແລະ ຢ່າງວ່ອງໄວ, ຕາງໜ້າລົງນາມໂດຍ ທ່ານ ນາງ ແພງພັນ ດວງປະຊາ ຮອງຫົວໜ້າຫ້ອງການ ກະຊວງພາຍໃນ ແລະ ຕາງໜ້າຈາກ 4 ທະນາຄານທຸລະກິດ ໂດຍມີ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ໃນໄລຍະຜ່ານມາ ໄດ້ມີການເຮັດທົດລອງຈັດຕັ້ງປະຕິບັດ ອອກບັດໃຫ້ແກ່ພະນັກ ງານ-ລັດຖະກອນ ຢູ່ກະຊວງພາຍໃນ ໂດຍແມ່ນທະນາຄານການຄ້າຕ່າງປະເທດລາວມະຫາຊົນ(ທຄຕລ) ເປັນຜູ້ພິມບັດຕາມການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນພະນັກງານ-ລັດຖະກອນ ຈາກກະຊວງພາຍໃນ, ຈາກນັ້ນ ກໍໄດ້ສືບຕໍ່ອອກບັດໃຫ້ບັນດາກະຊວງ-ອົງການ ຂັ້ນສູນກາງ ເລີ່ມແຕ່ປີ 2017 ເປັນຕົ້ນມາຮອດປີ 2020 ສຳເລັດ 46 ພາກສ່ວນ ປະມານ 13.550 ບັດ ກວມ 66% ຂອງຈຳນວນພະນັກງານ-ລັດຖະກອນຢູ່ຂັ້ນສູນກາງ(ຕາມສະຖິຕິລັດຖະກອນປີ 2020), ພ້ອມກັນນັ້ນ ກໍໄດ້ຜັນຂະຫຍາຍການ ຈັດຕັ້ງປະຕິບັດວຽກງານ ອອກບັດພະນັກງານ-ລັດຖະກອນ ລົງສູ່ທ້ອງຖິ່ນຂັ້ນແຂວງສຳ ເລັດແລ້ວ 9 ແຂວງ, ລວມທັງໝົດປະມານ 9.554 ບັດ ກວມ 29% ຂອງຈຳນວນພະນັກ ງານ-ລັດຖະກອນຢູ່ຂັ້ນແຂວງ ອີງຕາມສະຖິຕິລັດຖະກອນປີ 2021.

ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ພົບວ່າຢູ່ຂັ້ນທ້ອງຖິ່ນ ບໍ່ມີສະເພາະແຕ່ ທຄຕລ ທີ່ນໍາໃຊ້ບໍລິການເບີກຈ່າຍເງິນເດືອນຜ່ານທະນາຄານ, ຍັງມີທະນາຄານອື່ນອີກເຊັ່ນ: ທະນາຄານພັດທະນາລາວ, ທະນາຄານສົ່ງເສີມກະສິກຳ ແລະ ທະນາຄານຮ່ວມທຸລະກິດລາວ-ຫວຽດ ຈຳກັດ, ໃນນັ້ນ ແຂວງຜົ້ງສາລີ 26 ພາກ ສ່ວນ ມີ 1021 ບັນຊີ ທີ່ເບີກຈ່າຍເງິນເດືອນຜ່ານທະນາຄານພັດທະນາລາວ, ແຂວງຊຽງຂວາງ 2 ພາກ ສ່ວນ ມີ 231 ບັນຊີທີ່ເບີກຈ່າຍເງິນເດືອນຜ່ານທະນາ ຄານຮ່ວມທຸລະກິດ ລາວ-ຫວຽດ ຈຳກັດ, ແຂວງອັດຕະປື ເບີກຈ່າຍເງິນເດືອນຜ່ານທະນາຄານຮ່ວມທຸລະກິດລາວ-ຫວຽດ 7 ພາກ ສ່ວນ ມີ 360 ບັນຊີ, ເບີກຈ່າຍເງິນເດືອນ ຜ່ານທະນາຄານການຄ້າຕ່າງປະເທດລາວມະຫາຊົນ 8 ພາກສ່ວນ ມີ 762 ບັນຊີ, ເບີກຈ່າຍເງິນເດືອນຜ່ານທະນາຄານພັດທະນາລາວ 9 ພາກສ່ວນ ມີ 1.129 ບັນຊີ ແລະ ເບີກຈ່າຍເງິນເດືອນຜ່ານທະນາຄານສົ່ງເສີມກະສິກຳ 9 ພາກສ່ວນ ມີ 742 ບັນຊີ.

ຂ່າວ-ພາບ: ວຽງຈັນໃໝ່

LEAVE A REPLY

Please enter your comment!
Please enter your name here