ຊົມເຊີຍເຈົ້າໜ້າທີ່! ແລະ ຍິນດີນຳເຈົ້າຂອງລົດທີ່ໄດ້ລົດຄືນ

0
646

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າ: ໃນຄັ້ງວັນທີ 08 ເມສາ 2022 , ມີກຸ່ມຄົນຈໍານວນໜື່ງ ມີການຊື້-ຂາຍລົດຈັກເວບ100 ທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍ ຢູ່ເມືອງຄໍາເກີດ ແຂວງບໍລິຄໍາໄຊ ພາຍຫຼັງໄດ້ຮັບແຈ້ງຄວາມກໍ່ໄດ້ແຕ່ງຕັ້ງເຈົ້າໜ້າທີ່ວິຊາສະເພາະພະແນກສຶບສວນ-ສອບສວນ ສົົມທົບກັບ ປກສ ເມືອງປາກຊັນ ແລະ ເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ຄໍາເກີດ ເພື່ອກວດກາເກັບກໍາຂໍ້ມູນເຫັນວ່າມີມູນຄວາມຈີງແທ້.

98751q2w

ຕົກມາຮອດວັນທີ 09 ເມສາ 2022 ເວລາປະມານ 16 ໂມງ ຈື່ງເຂົ້າກັກຕົວ ທ້າວ ສຸວັນ ແສງມະນີ ອາຍຸ 49 ປີ ອາຊີບຄ້າຂາຍ ຢູ່ບ້ານ ທົ່ງຈະເລີນ ເມືອງຄໍາເກີດ ມາທໍາການສອບສວນພ້ອມທັງເກັບກູ້ລົດໄດ້ຈໍານວນ 03 ຄັນ, ເພື່ອມາປະກາດຫາເຈົ້າຂອງລົດນໍາເອົາເອກະສານທີ່ຖືກຕ້ອງມາຢັ້ງຢືນເອົາ.

ຂໍ້ມູນ: ຂ່າວ ປກສ ແຂວງ ບໍລິຄຳໄຊ

LEAVE A REPLY

Please enter your comment!
Please enter your name here