ສະພາແຫ່ງຊາດ ຮັບຮອງເອົາກົດໝາຍສະບັບປັບປຸງ ແລະ ສ້າງໃໝ່ 9 ສະບັບ

0
3158

ສະພາແຫ່ງຊາດ ປະກາດຮັບຮອງກົດໝາຍ ສະບັບປັບປຸງ ແລະ ສ້າງ ໃໝ່ ທັງໝົດ 9 ສະບັບ ໃນກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 7 ກໍລະກົດ 2022 ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທາສະພາແຫ່ງຊາດ ພາຍຫລັງທີ່ບັນດາກົດໝາຍດັ່ງກ່າວ ໄດ້ຖືກສະເໝີຕໍ່ກອງປະຊຸມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄວ້າປະກອບຄຳຄິດເຫັນໃນແຕ່ລະໝວດ, ແຕ່ລະມາດຕາ ເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດກັບຂະແໜງການທີ່ກ່ຽວຂ້ອງ ໄດ້ຢ່າງມີປະສິດພາບ ແລະ ປະສິດທິຜົນໃນຕໍ່ໜ້າ.

ກົດໝາຍ ທີ່ສະພາແຫ່ງຊາດ ປະກາດຮັບຮອງ 9 ສິບັບນີ້, ມີກົດໝາຍສ້າງໃໝ່ 3 ສະບັບ ແລະ ກົດໝາຍ ປັບປຸງ 6 ສະບັບຄື: ກົດໝາຍວ່າດ້ວຍອາວຸດ ແລະ ວັດຖຸລະເບີດ (ສ້າງໃໝ່); ກົດໝາຍວ່າດ້ວຍການສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍແລະກາງ(ສະບັບປັບປຸງ); ກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະ ເທດ(ສະບັບປັບປຸງ); ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ(ສະບັບປັບປຸງ); ກົດໝາຍວ່າດ້ວຍຊັບສິນຂອງລັດ(ສະບັບປັບປຸງ); ກົດໝາຍວ່າດ້ວຍວິຈິດສິນ(ສ້າງໃໝ່); ກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ(ສ້າງໃໝ່); ກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນໍ້າ ແລະ ຊັບພະຍາກອນນໍ້າ(ສະບັບປັບປຸງ); ກົດໝາຍວ່າດ້ວຍການປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ(ສະບັບປັບປຸງ).

ການພິຈາລະນາ ແລະ ຮັບຮອງເອົາກົດໝາຍ ຈຳນວນ 9 ສະບັບດັ່ງກ່າວ ເຖິງວ່າເວລາສັ້ນ, ເນື້ອໃນຂອງກົດໝາຍແມ່ນກວ້າງຂວາງ, ເລິກເຊິ່ງ ແລະ ມີການພົວພັນກັບຫລາຍບັນຫາສຳຄັນອື່ນໆ. ນອກຈາກນີ້, ຍັງຢູ່ໃນທ່າມກາງທີ່ສະພາບການຢູ່ພາຍໃນ ແລະ ຕ່າງປະເທດ ມີຄວາມເຄັ່ງຮ້ອນເຄັ່ງຕຶງຫລາຍປະການ, ແຕ່ດ້ວຍຄວາມຮັບຜິດ ຊອບສູງຂອງບັນດາສະມາຊິກສະພາແຫ່ງຊາດ ໃນຖານະເປັນຕົວແທນແຫ່ງສິດອຳນາດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແລະ ດ້ວຍຄວາມເປັນເຈົ້າການຂອງຄະນະຮັບຜິດຊອບສ້າງ ແລະ ປັບປຸງກົດໝາຍ ກໍຄື ພະນັກງານ-ລັດຖະກອນ ທີ່ກ່ຽວຂ້ອງເຮັດໃຫ້ການພິຈາລະນາ ແລະ ຮັບຮອງເອົາບັນດາກົດໝາຍເຫລົ່ານັ້ນ ສຳເລັດຜົນຢ່າງຈົບ ງາມຕາມແຜນການທີ່ໄດ້ກຳນົດໄວ້, ທັງຮັບປະກັນປະສິດທິພາບ ແລະ ປະສິດທິຜົນເປັນຢ່າງດີ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here