ກອງທັບປົດປ່ອຍປະຊາຊົນຈີນ ເດີນທາງຮອດນະຄອນຫຼວງວຽງຈັນຮຽບຮ້ອຍແລ້ວ!

0
8404

ພິທີຕ້ອນຮັບໜ່ວຍແພດ “ຂະບວນລົດໄຟສັນຕິພາບ” ກອງທັບປົດປ່ອຍປະຊາຊົນຈີນ ໄດ້ຈັດຂຶ້ນໃນວັນທີວັນທີ 19 ກໍລະກົດ 2022 ທີ່ສະຖານີລົດໄຟວຽງຈັນ ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ພົວ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການ, ຮອງຜູ້ຮັບຜິດຊອບຂະບວນລົດໄຟສັນຕິພາບ 2022, ທ່ານ ພົວ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ພ້ອມດ້ວຍນາຍທະຫານເຂົ້າຮ່ວມ.

ທ່ານ ພົວບົວສິງ ອິນທະວົງ ໄດ້ກ່າວວ່າ: ຕາງໜ້າກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ພະລາທິການກອງ ທັບປະຊາຊົນລາວ ສະແດງຄວາມຍິນດີ, ຊົມເຊີຍ ແລະຕ້ອນ ຮັບ “ຂະບວນລົດໄຟສັນຕິພາບ 2022” ທີ່ໄດ້ເດີນທາງຕາມເສັ້ນທາງລົດໄຟລາວ-ຈີນ ມາຮອດນະຄອນຫລວງວຽງຈັນ ດ້ວຍຄວາມສະຫວັດດີພາບ ແລະ ປອດໄພ.

ຂະບວນລົດໄຟສັນຕິພາບ ມີຄວາມສໍາຄັນໃນການເພີ່ມທະວີຮັດແໜ້ນ ສາຍພົວພັນມິດຕະພາບ ລະຫວ່າງສອງຊາດ, ສອງກອງທັບ ໃຫ້ມີຄວາມໜັກແໜ້ນ ແລະ ເຂົ້າສູ່ລວງເລິກເທື່ອລະກ້າວ.ທ່ານ ພັນເອກພິເສດ ເສິນ ຊຸນມີງ ຮອງຫົວໜ້າເສນາຮັກ ກົມຮັບປະກັນພະລາທິ ການຂອງຄະນະກໍາມະການທະຫານສູນກາງ, ຫົວໜ້າຄະນະຂະບວນລົດໄຟສັນຕິພາບ 2022 ຂອງກອງທັບປົດປ່ອຍປະຊາຊົນຈີນ ກໍໄດ້ກ່າວວ່າ: ການເຂົ້າຮ່ວມຝຶກຊ້ອມຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ມິດຕະພາບລະຫວ່າງສອງກອງທັບ ລາວ-ຈີນ. ໃນການເດີນ ທາງຄັ້ງນີ້ ສະມາຊິກຄະນະເສນາຮັກຂອງພວກຂ້າພະເຈົ້າ ມີຄວາມກຽມພ້ອມທຸກຢ່າງໃນການຊ້ອມຮົບ ແລະ ຂ້າພະເຈົ້າກໍໄດ້ຮັບຮູ້ວ່າ, ຄະນະກົມເສນາຮັກຝ່າຍລາວ ກໍໄດ້ກຽມ ພ້ອມທຸກຢ່າງໃຫ້ແກ່ການຊ້ອມຮົບຄັ້ງນີ້.

ຂ້າພະເຈົ້າຫວັງວ່າການຊ້ອມຮົບ ຂອງສອງກອງທັບ ລາວ-ຈີນ ພວກເຮົາຈະໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ສຳລັບ ພິທີທາງການຈະຈັດຂຶ້ນໃນວັນທີ 25 ກໍລະກົດ 2022, ທີ່ສະໂມສອນໃຫຍ່ພະລາທິການກອງທັບນະຄອນຫລວງວຽງຈັນ, ໃນຕອນບ່າຍມື້ດຽວກັນ ຈະມີການຫັດແອບຝຶກຊ້ອມຕົວຈິງລະຫວ່າງ ໜ່ວຍເສນາຮັກ ແລະ ໜ່ວຍພາລາທິການ“ຂະບວນລົດໄຟສັນຕິພາບ 2022” ແລະ ກອງທັບປະຊາຊົນລາວ ທີ່ສະໜາມຈໍາລອງເມືອງໂພນໂຮງ ແຂວງວຽງຈັນ.

ແຫຼ່ງຂ່າວ: ປະເທດລາວ Pathedlao

LEAVE A REPLY

Please enter your comment!
Please enter your name here