ການເຝິກຊ້ອມກອບກູ້ໄພພິບັດ ຮ່ວມລະຫວ່າງ ກອງທັບ ລາວ-ຈີນ

0
1701

ການເຝິກຊ້ອມກອບກູ້ໄພພິບັດ ຮ່ວມລະຫວ່າງ ກອງທັບ ລາວ-ຈີນ ແມ່ນຂີດໝາຍແຫ່ງການຊ່ວຍເຫຼືອເພື່ອນສະຫາຍດ້ວຍກັນ ການຫັດແອບ, ເຝິກຊ້ອມກອບກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ ( ຂະບວນລົດໄຟສັນຕິພາບ 2022 ) ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ແມ່ນຂີດໝາຍໃໝ່ ທີ່ເປັນສັນຍາລັກຂອງມິດຕະພາບແຫ່ງການພົວພັນຮ່ວມມື ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເພື່ອບັນລຸຄາດໝາຍຂອງການພັດທະນາ, ບົນຈິດໃຈປະດິດສ້າງອະນາຄົດອັນດີງາມຮ່ວມກັນ ແນໃສ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ມິດຕະພາບອັນດີງາມຂອງລາວ – ຈີນ ທີ່ມີມາແຕ່ບູຮານນະການໃຫ້ຈະເລີນງອກງາມຍິ່ງໆ ຂຶ້ນ ສາມາດຍົກສູງຄຸນະພາບໃນການບໍລິການທາງດ້ານວຽກງານການແພດຂອງເຫຼົ່າຮົບເສນາຮັກ ສອງກອງທັບລາວ – ຈີນໃຫ້ ນັບມື້ນັບສູງເດັ່ນຂຶ້ນເລື່ອຍໆ.

ສະຫາຍ ພັນເອກພິເສດ ສີ ເຕີກວາງ ຫົວໜ້າການທະຫານທີມງານເສນາຮັກຂະບວນລົດໄຟສັນຕິພາບ 2022 ລາວ – ຈີນ ກອງທັບປົດປ່ອຍປະຊາຊົນຈີນໄດ້ໃຫ້ຮູ້ວ່າ: ການຫັດແອບ, ເຝິກຊ້ອມກອບຊ້ອມກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ ຮ່ວມກັນ ຂອງເຫຼົ່າເສນາຮັກກອງທັບປະຊາຊົນລາວ ກັບ ເຫຼົ່າຮົບເສນາຮັກກອງທັບປົດປ່ອຍປະຊາຊົນຈີນໃນຄັ້ງນີ້ ມີຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ເປັນການຊຸກຍູ້ສົ່ງເສີມ, ປຶກສາຫາລື, ແລກປ່ຽນບົດຮຽນທາງດ້ານວຽກງານການແພດເຊິ່ງກັນ ແລະ ກັນ ແນ່ໃສ່ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການພັດທະນາຢ່າງມີຄຸນນະພາບ ເຊິ່ງຂະບວນລົດໄຟສັນຕິພາບມີ 3 ຈຸດພິເສດຄື: ໃນເບື້ອງຕົ້ນແມ່ນລົດໄຟພົນລະເຮືອນ ແຕ່ກອງທັບໄດ້ພັດທະນາປັບປຸງໃຫ້ກາຍເປັນລົດໄຟເສນາຮັກຂອງກອງທັບ, ເພື່ອປະຕິບັດໜ້າທີ່ວຽກງານດ້ານການແພດໄດ້ຢ່າງວ່ອງໄວທັນເວລາ ສາມາດຮັບຄົນເຈັບໄດ້ 456 ຄົນໃນນີ້ສາມາດຮອງຮັບຄົນເຈັບທໍາມະດາ, ບາດເຈັບສາຫັດ, ຮັບປະກັນອຸປະກອນເຕັກນິກທາງດ້ານການແພດໃນການຜ່າຕັດທີ່ທັນສະໄໜ, ບັນລຸມາດຖານຂອງໂຮງໝໍຂັ້ນ 3 ຂອງປະເທດ ສປ ຈີນ, ມີເງື່ອນໄຂທັງປິ່ນປົວ ແລະ ນໍາສົ່ງຄົນເຈັບໄປໂຮງໝໍແນວຫຼັງດ້ວຍຄວາມໄວ 120 -160 ກິໂລແມັດ ຕໍ່ຊົ່ວໂມງ, ນອກຈາກນີ້ໃນຕໍ່ໜ້າກອງທັບປົດປ່ອຍປະຊາຊົນຈີນມີແຜນກໍ່ສ້າງລົດໄຟຮັບປະກັນວຽກງານເສນາຮັກຂອງທັບ ທີ່ມີຄວາມໄວສູງ 200 – 300 ກິໂລແມັດ ຕໍ່ຊົ່ວໂມງ.

ສະຫາຍ ພັນເອກ ຟູ ແຫຼ ຮອງຫົວໜ້າຄະນະບັນຊາລວມ ຂະບວນລົດໄຟສັນຕິພາບ ລາວ – ຈີນ ໃຫ້ຮູ້ຕື່ມອີກວ່າ: ເພື່ອຮັບປະກັນໃຫ້ການຫັດແອບ, ເຝິກຊ້ອມກອບກູ້ໄພພິບັດ ເພື່ອຊ່ວຍເຫຼືອມະນຸດສະທໍາດ້ານການແພດ ແລະ ກິດຈະກໍາບໍລິການດ້ານການແພດ ( ຂະບວນລົດໄຟສັນຕິພາບ 2022 ) ລະຫວ່າງກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ພາກສ່ວນກ່ຽວຂ້ອງຝ່າຍຈີນ ໄດ້ມີການປຶກສາຫາລື, ແລກປ່ຽນບົດຮຽນ ແລະ ເອກະພາບບັນດາເນື້ອໃນ, ຂັ້ນຕອນບາດກ້າວການຫັດແອບ, ເຝິກຊ້ອມຮ່ວມກັບ ຝ່າຍລາວ ຢ່າງລະອຽດ ພ້ອມທັງແບ່ງປັນຄວາມຮັບຜິດຊອບ, ມອບໝາຍໜ້າທີ່ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຈັດຕັ້ງປະຕິບັດຕາມແຜນການຫັດແອບ, ເຝິກຊ້ອມ ທີ່ທັງສອງຝ່າຍໄດ້ເປັນເອກະພາບກັນຢ່າງເຂັ້ມງວດ, ເຝິກຊ້ອມນໍາສົ່ງຄົນເຈັບສົ່ງໂຮງໝໍແນວຫຼັງ, ການປິ່ນປົວ ແລະ ການບັນຊາການເຝິກຊ້ອມຮ່ວມກັນ, ຈຸດປະສົງກໍ່ເພື່ອແລກປ່ຽນວິທີການກອບກູ້ໄພພິບັດທາງທໍາມະຊາດສຸກເສີນເຊິ່ງກັນ ແລະ ກັນໃຫ້ເຂົ້າສູ່ລວງເລິກ, ການນໍາໃຊ້ເຕັກນິກວິຊາການທາງດ້ານການແພດທີ່ທັນສະໄໜ ໂດຍສະເພາະແມ່ນ ຫ້ອງວິເຄາະ PCR ຊອກຫາເຊື້ອໂຄວິດ ແລະ ຍົນບໍມີຄົນຂັບຂ້າເຊື້ອພະຍາໂຄວິດ -19 ທັງນີ້ກໍເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຂອງວຽກງານການແພດຂອງສອງກອງທັບລາວຈີນໃຫ້ສູງເດັ່ນຂຶ້ນຢ່າງບໍຢຸດຢັ້ງ .

ໃນປີ 2017, 2018, 2019 ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນໄດ້ຈັດກິດຈະກໍາຂະບວນລົດໄຟສັນຕິພາບ ຮ່ວມກັນ 3 ຄັ້ງ, ປີ 2020 ຫາ 2021 ບໍ່ໄດ້ຈັດກິດຈະກໍາຮ່ວມກັນ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19 ສະນັ້ນໃນປີນີ້ຂະບວນລົດໄຟສັນຕິພາບລາວ – ຈີນ ຈະກາຍເປັນກົນໄກການຮ່ວມມື ຂອງສອງກອງທັບຕະຫຼອດໄປ ຜ່ານການເຂົ້າຮ່ວມການຫັດແອບ, ເຝິກຊ້ອມຮ່ວມກັນເຫັນໄດ້ວ່າ ເຫຼົ່າຮົບເສນາຮັກກອງທັບປະຊາດຊາຊົນລາວມີຄວາມຊໍານິຊໍານານ ແລະ ຄ່ອງແຄ້ວ ໃນການກອບກູ້ຊ່ວຍເຫຼືອ ແລະ ປິ່ວປົວຄົນເຈັບໄດ້ເປັນຢ່າງດີ, ມີຄວາມສາມັກຄີຮັກແພງ, ໃຫ້ການຊ່ວຍເຫຼືອ, ອໍານວຍຄວາມສະດວກໃນການເຄື່ອນໄຫວໜ້າທີ່ວຽກງານຢ່າງເຕັມສ່ວນ ເຖິງວ່າທີມງານທີມແພດກອງທັບປົດປ່ອຍປະຊາຊົນຈີນຈະເດີນທາງອອກຈາກປະເທດມາໄກ ແຕ່ກໍ່ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກຝ່າຍທີມແພດກອງທັບປະຊາຊົນລາວ ຄືດັ່ງຢູ່ບ້ານຕົນເອງ ເຮັດໃຫ້ການຈັດຕັ້ງປະຕິບັດຕາມແຜນການຫັດແອບ, ເຝິກຊ້ອມ ສອງຝ່າຍ ມີປະສິດທິຜົນສູງ ເຊິ່ງເປັນການສືບຕໍ່ເສີມສ້າງສາຍພົວພັນອັນດີງາມ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.

ໂດຍ: ອານຸສອນ ສິມວົງສາ

LEAVE A REPLY

Please enter your comment!
Please enter your name here