ຫາລືກຽມສ້າງໂລໂກ້ໃຫ້ປີ້ງໄກ່ເຊໂນ

0
1367

ຫາລືກຽມສ້າງໂລໂກ້ ແລະ ສິ່ງຫຸ້ມຫໍ່ຜະລິດຕະພັນໂອດັອບແຫ່ງຊາດ ປີ້ງໄກ່ເຊໂນເພື່ອເປັນການຍູ້ແຮງການຈັດຕັ້ງປະຕິບັດວາລະແຫ່ງຊາດ ຕິດພັນກັບການສົ່ງເສີມທຸລະກິດຂະ ໜາດນ້ອຍ-ຂະໜາດກາງ (SMEs) ກໍຄືການສົ່ງເສີມຜູ້ປະກອບການ ປີ້ງໄກ່ລາດເຊໂນ ທີ່ໄດ້ຮັບຄວາມນິຍົມຊົມຊອບ ແລະ ມີຊື່ສຽງໂດ່ງດັງ ທັງພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ ຊຶ່ງສະມາຄົມປີ້ງໄກ່ລາດເຊໂນ ໄດ້ປະກາດສ້າງຕັ້ງກຸ່ມມາແຕ່ປີ 2016 ຊຶ່ງໃນໄລຍະນັ້ນ, ມີສະມາຊິກກຸ່ມພຽງແຕ່ 36 ຮ້ານ, ແຕ່ມາຮອດປັດຈຸບັນ ມີເຖິງ 66 ຮ້ານ, ໃນນັ້ນ 15 ຮ້ານ ແມ່ນໄດ້ຮັບຮອງ ເປັນສິນຄ້າກາໝາຍໂອດັອບແຫ່ງຊາດ;

ເພື່ອເຮັດໃຫ້ຜະລິດຕະພັນສິນຄ້າໂອດັອບແຫ່ງຊາດ ປີ້ງໄກ່ລາດເຊໂນ ໃຫ້ໄດ້ຮັບການຍອມຮັບ ແລະ ຖືກສຸຂະອະນາໄມ ແລະ ເປັນເອກະລັກສະເພາະ, ມາໃນວັນທີ 21 ກໍລະກົດ 2022 ທາງພະແນກອຸດສາຫະກຳ-ການຄ້າ ແຂວງສະຫວັນນະເຂດ ຊຶ່ງນຳໂດຍ ທ່ານ ໄຊຍະເດດ ຜຸຍຍະວົງ ຮອງຫົວໜ້າພະແນກ ໄດ້ລົງສົມທົບກັບ ທ່ານ ຄຳພົງ ສຸລິເຍດ ຮອງເຈົ້າເມືອງອຸທຸມພອນ ພ້ອມດ້ວຍຄະນະກຳມະການທຸກພາກສ່ວນ, ໄດ້ຮ່ວມປຶກສາຫາລື ເພື່ອສ້າງໂລໂກ້ ແລະ ສິ່ງບັນຈຸຫຸ້ມຫໍ່ ຜະລິດຕະພັນປີ້ງໄກ່ລາດເຊໂນ ໃຫ້ມີຄວາມສະອາດຈົບງາມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ.

ໂອກາດນີ້, ທ່ານ ໄຊຍະເດດ ຜຸຍຍະວົງ ກໍໄດ້ເນັ້ນໜັກໃຫ້ຄະນະກຳມະການຂັ້ນເມືອງ ກໍຄືກຸ່ມຜູ້ປະກອບການ ຈົ່ງພ້ອມກັນສົ່ງເສີມ, ປັບປຸງ, ສ້າງຄວາມເຂັ້ມແຂງຂອງສະມາຄົມ, ໂດຍສະເພາະສະຖານ ທີ່ບໍລິການ ໃຫ້ມີຄວາມສະອາດ, ເປັນລະບຽບຮຽບຮ້ອຍ, ສິ່ງສຳຄັນໃຫ້ຮັບປະກັນດ້ານສຸຂະອະນາໄມ ແລະ ຄວາມປອດໄພຂອງຜູ້ບໍລິໂພກ, ພ້ອມກັນສ້າງຜະລິດຕະພັນ ໃຫ້ໄດ້ມາດຕະຖານ ແລະ ມີຄວາມຍືນຍົງ, ມີຄວາມຊື່ສັດ, ຈິງໃຈ, ນອກນັ້ນ ໃນສະມາຄົມປີ້ງໄກ່ລາດເຊໂນ ຕ້ອງມີລະບອບປະຊຸມ, ປຶກສາຫາລື, ສ່ອງແສງ ເພື່ອເປີດໂອກາດໃຫ້ສະມາຊິກມີຄຳເຫັນໃນການປັບປຸງ ໃຫ້ສະມາຄົມມີການພັດທະນາຂຶ້ນໄປເລື້ອຍໆ.

ແຫຼ່ງຂ່າວ-ພາບ: ສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here