ຊ່ວຍເຫຼືອບໍລິສັດດ້ານວັດທະນະທຳ-ການທ່ອງທ່ຽວ ທີ່ກະທົບຈາກໂຄວິດ-19

0
704

ຈີນ ຊ່ວຍເຫຼືອບໍລິສັດດ້ານວັດທະນະທຳ-ການທ່ອງທ່ຽວ ກະທົບຈາກໂຄວິດ-19.

ດັ່ງທີ່ທຸກຄົນຮູ້ການລະບາດຂອງໂຄວິດ-19 ນຳມາດ້ວຍຜົນກະທົບຫຼາຍອັນ, ໜຶ່ງໃນນັ້ນແມ່ນ ທຸລະກິດດ້ານການທ່ອງທ່ຽວ,

ອີງຕາມການລາຍງານ​ຂ່າວ​ຈາກ ​ຊິນ​ຮວາ ໃນວັນ​ທີ25 ​ກໍລະກົດ​ນີ້ີ້ ໃຫ້ຮູ້ວ່: ສປ ຈີນ ​ໄດ້ປະກາດ​ການ​ອອກ​ມາດ​ຕະການ ສະໜັບສະໜູນທາງດ້ານການ​ເງິນເພີ່ມ​ຕື່ມ​ ​ເພື່ອ​ຊ່ວຍ​ເຫຼືອ ບັນກາບໍລິສັດທີ່​ກ່ຽວ​ກັບ​ວຽກ​ງານ​ ດ້ານ​ວັດ​ທະນະ​ທຳ ​ແລະ ການທ່ອງທ່ຽວ ທີ່​ໄດ້​ຮັບຜົນ​ກະທົບ​ ຈາກ​ການລະບາດ ​ໂຄ​ວິດ​-19 ສາຍ​ພັນ​ໃໝ່ ພາຍຫຼັງທະນາຄານ ​ປະຊາຊົນ​ຈີນ (PBOC) ​ແລະ ກະຊວງ​ວັດທະນະທຳ ​ແລະ ການທ່ອງທ່ຽວຈີນ ​ເປີດ​ເຜີຍ​ວ່າ: ຈະ​ຍົກ​ລະດັບການ​ບໍລິການ ດ້ານ​ສິນ​ເຊື່ອ ​ໃຫ້​ແກ່ກຸ່ມ​ທຸລະ​ກິດ ຕະຫຼາດ, ​ວັດທະນະທຳ ​ແລະ ການທ່ອງທ່ຽວ ຜ່ານ​ເຄື່ອງມືນະ​ໂຍບາຍ ​ທາງ​ການ​ເງິນ​ ເຊັ່ນ: ການ​ປ່ອຍ​ ເງິນ​ກູ້​ໃໝ່ ​ແລະ ການປັບອັດຕາດອກ​ເບ້ຍ ຫຼຸດລົງ.

ຂະນະ​ດຽວ​ກັນ ຍັງ​ໄດ້​ກະ​ຕຸ້ນ ​ໜ່ວຍ​ງານ ​ທ້ອງ​ຖິ່ນ ​ແລະ ສະຖາບັນ ການເງິນ ສະໜອງ ການບໍລິການ ການເງິນ ຕາມເປົ້າໝາຍ ໃຫ້ແກ່ ບັນດາ ບໍລິສັດ ທີ່ເຫັນວ່າ ຍັງຜະ​ເຊີນກັບ ຄວາມຫຍຸ້ງຍາກ ໃນການ ດຳເນີນງານ ເປັນປົກກະຕິ.

ຂະນະ​ທີ່ ຈີນ ມີ​ຍອດ​ການ​ເດີນທາງທ່ອງ​ທ່ຽວ​ ພາຍ​ໃນ​ປະ​ເທດ​ຫຼາຍ​ກວ່າ 1.455ຕື້​ເທື່ອ​ຄົນ ແລະ ​ສ້າງ​ລາຍ​ຮັບ​ ການ​ທ່ອງ​ທ່ຽວ ​ພາຍ​ໃນ​ປະ​ເທດ​ ທັງ​ໝົດ 1,17ພັນຕື້​ຢວນ ໃນ​​ໄລຍະ6​ ເດືອນ ​ທຳ​ອິດ ​ປີ​ນີ້ີ້.

ແຫຼ່ງຂ່າວຈາກ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here