ກັກໂຕກຸ່ມມົ້ວສຸມຢາເສບຕິດມາສຶກສາອົບຮົມ!

0
4683

ຢາເສບຕິດ ເປັນສິ່ງທີ່ນຳມາເຖິງການກໍ່ອາດສະຍາກຳໃນສັງຄົມ, ທຳລາຍສຸຂະພາບ ແລະ ອະນາຄົດ.

ເມື່ອວັງບໍ່ດົນມານີ້, ເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ມົ້ວສຸມ ຢາເສບຕິດເສບຢາບ້າ ມາສຶກສາອົບຮົມ ໃນວັນທີ 21 ກໍລະກົດ ທີ່ຜ່ານມາ, ເຈົ້າໜ້າທີ່ໄດ້ເຂົ້າມ້າງກຸ່ມມົ້ວສຸມຢາເສບຕິດຢູ່ 2 ຈຸດ ຄື ບ້ານໂພນສະຫວັນ ແລະ ບ້ານທ່າສະໂນ ໄດ້ກັກໂຕກຸ່ມມົ້ວສຸມຢາເສບຕິດໄດ້ທັງໝົດ 16 ຄົນ ໃນນັ້ນລ້ວນແຕ່ແມ່ນເຮັດອາເສບກຳມະກອນ ແລະ ວ່າງງານ ຈາກນັ້ນ, ໄດ້ນຳຕົວພວກກ່ຽວເຂົ້າມາສຶກສາອົບຮົມ ແລະ ກ່າວເຕືອນ.

ເມື່ອສຶກສາອົບຮົມແລ້ວ ກໍໄດ້ປອຍຕົວພວກກ່ຽວກັບບ້ານ ພ້ອມເຮັດບົດບັນທຶກຕິດຕາມການເຄື່ອນໄຫວ ຖ້າຫາກບໍ່ມີປ່ຽນແປງ ຈະຖືກນຳມາດຳເນີນຄະດີ ຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ຂ່າວ ປກສ ແຂວງສະຫວັນນະເຂດ

LEAVE A REPLY

Please enter your comment!
Please enter your name here