ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງອຸດົມໄຊ

0
1261

ໃນວັນທີ 6 ສິງຫາ ຜ່ານມາ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຸດົມໄຊ ໂດຍການຕ້ອນຮັບ ຂອງ ທ່ານ ບຸນຄົງ ຫລ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະ ເພື່ອຕິດຕາມ, ຊຸກຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງ, ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຄື ວາລະແຫ່ງຊາດວ່າດ້ວຍການແກ້ໄຂ ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແນໃສ່ເຮັດໃຫ້ເສດຖະກິດ ຂອງແຂວງອຸດົມໄຊ ໄດ້ຮັບການຂະ ຫຍາຍຕົວ ແລະ ກາຍເປັນແຂວງ 4 ໃຈກາງ ຂອງພາກເໜືອ.

ການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຂອງ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃນຄັ້ງນີ້, ໄດ້ຮັບຟັງການລາຍງານສະພາບລວມ ກ່ຽວກັບການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ, ສອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ. ຈາກນັ້ນ ທ່ານໄດ້ມີຄໍາຄິດເຫັນໂອ້ລົມ ພະນັກງານ ການນຳແຂວງ ພ້ອມທັງ ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ພາຍຫລັງ ສຳເລັດການພົບປະໂອ້ລົມ ພະນັກງານການນຳຂອງແຂວງ ທີ່ຫ້ອງວ່າ ການແຂວງແລ້ວ, ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ການນໍາແຂວງ ໄດ້ສືບຕໍ່ລົງຢ້ຽມຢາມ ໂຮງງານປຸງແຕ່ງນ້ຳຢາງພາລາ ຂອງ ບໍລິສັດ ຈົງອູ ໄດ້ຮັບຟັງການລາຍງານສະພາບ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງໂຮງງານ ເປັນຕົ້ນ ລາຄາການເກັບຊື້ຢາງ, ການຜະລິດ ແລະ ການສົ່ງອອກ; ຢ້ຽມຢາມ ໂຮງງານ ເຟີນີເຈີ ບໍລິສັດ ຊວງໄຊ ທີ່ບ້ານກໍນ້ອຍ ເຊິ່ງມີທ່ານ ຈັງເອີ ພ້ອມດ້ວຍພະນັກງານ ໃຫ້ການຕ້ອນຮັບ ພ້ອມທັງ ນຳພາໃນການຢ້ຽມຊົມ ການຜະລິດ ເຟີນີເຈີ ພາຍໃນໂຮງງານ ແລະ ບາງກິດຈະກຳ ຂອງບໍລິສັດ ກໍຄື ການສົ່ງເສີມ ປະຊາຊົນ ປູກມອນ-ລ້ຽງມ້ອນ.

ຈາກນັ້ນ, ກໍໄດ້ສືບຕໍ່ລົງຕິດຕາມ, ກວດກາ ຈຸດຄ່ຽນຖ່າຍສິນຄ້າ ທີ່ສະຖານີລົດໄຟ ເມືອງໄຊ ເພື່ອພ້ອມກັນສຶກສາ, ສຳຫລວດ ແລະ ກຳນົດ ເປັນສູນໂລຈິສຕິກ ຫລື ຈຸດຄ່ຽນຖ່າຍສິນຄ້າ ລະດັບພາກພື້ນໃນຕໍ່ໜ້າ. ພາຍຫລັງ ສຳເລັດການຕິດຕາມ, ກວດກາ ຢູ່ຈຸດດັ່ງກ່າວແລ້ວ, ໄດ້ສືບຕໍ່ລົງຢ້ຽມຢາມຄວາມຄືບໜ້າ ໂຄງການກໍ່ສ້າງຕ້ານຕາຝັ່ງເຈື່ອນ ລຽບແຄມແມ່ນ້ຳກໍ ເຊິ່ງໂຄງການດັ່ງກ່າວ ໄດ້ຮັບການກໍ່ສ້າງມາແຕ່ກາງປີ 2021 ມາຮອດປັດຈຸບັນ ແມ່ນກໍ່ສ້າງສຳເລັດແລ້ວ 70 ກວ່າ% ແລະ ຄາດຄະເນຈະໃຫ້ສຳເລັດ ໃນໄວໆນີ້.

ແຫຼ່ງຂ່າວ ແລິ ຮູບພາບຈາກ: ປະເທດລາວ

LEAVE A REPLY

Please enter your comment!
Please enter your name here