ກອງທັບປະຊາຊົນລາວ ເຂົ້າຮ່ວມການແຂ່ງຂັນ Army Games 2022 ທີ່ຣັດເຊຍ

0
910

ໃນວັນທີ 10 ສິງຫາ ນີ້, ສະຫາຍ ພັນເອກ ບຸນປອນ ລົມພະຈັນ ຫົວໜ້າການທະຫານ ກອງພັນໃຫຍ່ 661 ໃນນາມກຳ ມະການກາງຕັດສິນຖືກແຕ່ງ ຕັ້ງຈາກກະຊວງປ້ອງກັນ ປະເທດ ສປປ ລາວ ໄດ້ໄປຮ່ວມໃນ ການແຂ່ງຂັນຄັ້ງນີ້ໄດ້ລາຍງານ ຂ່າວວ່າ, ການແຂ່ງຂັນກີລາທະຫານສາກົນ ຫຼື Army Games 2022 ທີ່ຣັດເຊຍ ປີນີ້ກອງທັບປະຊາຊົນລາວ ໄດ້ສົ່ງເຂົ້າແຂ່ງຂັນ 3 ປະເພດ ຄື: ທີມລົດຕັງ ມີ21 ສະຫາຍ, ທີມຊ່າງແສງ ມີ 22 ສະຫາຍ ແລະ ທີມສື່ສານ ມີ 8 ສະຫາຍ.

ສຳລັບການແຂ່ງຂັນ ລົດຕັງ ມີ 21 ປະເທດເຂົ້າຮ່ວມ ແລະ ໄດ້ແບ່ງອອກເປັນ 2 ສາຍ, ສາຍ (ກ) ມີ 10 ປະເທດ ຄື:

ຣັດເຊຍ, ສປ ຈີນ,ເບລາຣຸດ, ອາແຊັກໄບຊານ, ກາຊັກສະຖານ, ອູສະເບັກກິສະຖານ, ຫວຽດນາມ, ເວເນຊູເອລາ, ມົງໂກລີ ແລະ ກືກິສະຖານ. ສາຍ (ຂ) ລວມມີ: ຊີເຣຍ, ຕາຊິກກິສະຖານ, ມຽນ ມາ, ສປປ ລາວ, ອັບຄາຊີ, ອາເມນີ, ອີຣານ, ມາລີ, ຊີມບັບ ເວ, ອາເຊເຈຍໃຕ້ ແລະ ຊູດານ.

ຜົນການຈົກສະຫຼາກ ໃນວັນທີ 8 ສິງຫານີ້ ທີມລາວເຮົາ ຈົກໄດ້ ລົດຕັງຄັນສີຟ້າ ເຊິ່ງຮ່ວມຢູ່ ຈຸແຂ່ງຂັນດຽວກັນກັບ 4 ປະເທດ ຄື: ສປປ ລາວ, ຊີເຣຍ, ອາເມນີ ແລະ ມຽນມາ.

ການແຂ່ງຂັນ ຈະເລີ່ມແຕ່ວັນທີ 13-27 ສິງຫາ 2022 ນີ້ ທີ່ສະໜາມເຝິກ ແອບການທະຫານອາລາບິນໂນ ນອກຊານເມືອງ ນະຄອນຫຼວງ ມົດສະກູ.

ພາຍຫລັງໄດ້ຮັບລົດຕັງແຂ່ງ ຂັນ 2 ຄັນແລ້ວ, ບັນດາຈຸລົດ ຕັງທີມກອງທັບປະຊາຊົນລາວ ເຮົາ ກໍເລັ່ງໃສ່ການກວດກາເຕັກ ນິກ-ອາວຸດກະສຸນ, ກວດກາສະ ໜາມແຂ່ງ ແລະ ຄວາມພ້ອມ ດ້ານຕ່າງໆ ເພື່ອຮັບປະກັນຄຸນະ ພາບຂອງລົດແລະຄົນ ແນໃສ່ ເຮັດໃຫ້ການແຂ່ງຂັນບັນລຸເປົ້າ ໝາຍທີ່ວາງໄວ້. ສຳລັບທິມເຫຼົ່າຮົບຊ່າງ ແສງ ກອງທັບປະຊາຊົນລາວ ແມ່ນຈົກສະຫຼາກໄດ້ເບີ 2 ປະກອບ ມີ ລົດດຸດ, ລົດຂຸດຂຸມຄອງ, ລົດ ສ້າງສິ່ງກີດຂວາງແຕກ, ລົດສ້າງ ສິ່ງກີດຂວາງບໍ່ແຕກ, ລົດທຳລາຍ ສະໜາມມິນ, ລົດລອຍນ້ຳ ແລະ ລົດສ້າງສະໜາມມິນ ມີ ນັກກີລາ ເຂົ້າຮ່ວມຈຳນວນ 21 ສະຫາຍ.

ການແຂ່ງຂັນແມ່ນ ຈະໄດ້ຈັດຂຶ້ນໃນກາງເດືອນສິງ ຫາ 2022 ນີ້, ການເຂົ້າຮ່ວມແຂ່ງ ຂັນກີລາການທະຫານສາກົນ 2022 ແມ່ນມີຄວາມໝາຍຄວາມ ສຳຄັນ ທັງເປັນການສ້າງສາຍ ພົວພັນມິດຕະພາບຮັດແໜ້ນ ຄວາມສາມັກຄີ ກັບ ກອງທັບບັນ ດາປະເທດເພື່ອນມິດ ທີ່ເຂົ້າ ຮ່ວມ ແລະ ເປັນການແລກປ່ຽນຖອດ ຖອນບົດຮຽນວິຊາສະເພາະຂອງ ເຫຼົ່າຮົບຕ່າງໆ. ໂດຍ: ເກນ ວິໄລສານ

LEAVE A REPLY

Please enter your comment!
Please enter your name here