ເຂດເມືອງໂພນໄຊ ໄດ້ຮັບຜົນກະທົບຈາກນ້ຳປ່າໄຫຼສຸ

0
829

ເກີດເຫດການນ້ຳປ່າໄຫຼສຸເຮັດໃຫ້ປະຊາຊົນຢູ່ແຄມນ້ຳປາ ເຂດເມືອງໂພນໄຊ ໄດ້ຮັບຜົນກະທົບ ວັນທີ່ 11 ສີງຫາ 2022 ນີ້ ຢູ່ເມືອງໂພນໄຊ ໄດ້ເກີດມີເຫດການນ້ຳປ່າໄຫຼສຸ ເຮັດໃຫ້ປະຊາຊົນຢູ່ແຄມນ້ຳປາໄດ້ຮັບຜົນກະທົບ.

ທ່ານ ທອງຈັນ ລັດຕະນະປະດິດ ເຈົ້າເມືອງໂພນໄຊ ໄດ້ໃຫ້ສຳພາດວ່າ:

ເຫດການນ້ຳຖ້ວມຄັ້ງນີ້ ໄດ້ສ້າງຄວາມເສຍຫາຍຫຼາຍສົມຄວນ ໂດຍສະເພາະແມ່ນເຮືອນຂອງປະຊາຊົນຢູ່ແຄມນ້ຳ ແລະພື້ນທີ່ທຳການຜະລິດ ປັດຈຸບັນບໍ່ສາມາດປະເມີນຄວາມເສຍຫາຍໄດ້ເທື່ອ ເນື່ອງຈາກລະດັບນ້ຳຍັງເພີ່ມຂື້ນຕໍ່ເນື່ອງ ແລະຍັງມີຝົນຕົກລີນຢ່າງບໍ່ຂາດສາຍ ຄາດວ່າລະດັບນ້ຳອາດຈະສູງຂື້ນຕື່ມ, ສ່ວນການຊ່ວຍເຫຼືອເບື້ອງຕົ້ນ ໄດ້ລະດົມກຳລັງທະຫານ-ຕ່ຳຫຼວດ ແລະທີມງານປ້ອງກັນ-ຄວບຄຸມ ໄພພິບັດຂັ້ນເມືອງ ລົງຊ່ວຍເກັບມ້ຽນເຄື່ອງຂອງ ແລະຍົກຍ້າຍປະຊາຊົນໄປໄວ້ບ່ອນທີ່ປອດໄພ.

ໂອກາດນີ້ ທ່ານໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ພ້ອມກັນໃຫ້ການຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບ ເພື່ອໃຫ້ເຂົາເຈົ້າມີກຳລັງໃຈໃນການດຳລົງຊີວິດ ໃນສັງຄົມຕໍ່ໄປ. ທ່ານເຈົ້າເມືອງໂພນໄຊໃຫ້ຮູ້ຕື່ມວ່າ: ພາຍຫຼັງລະດັບນ້ຳລຸດລົງ ອົງການປົກຄອງເມືອງຈະລະດົມກຳລັງ ທະຫານ-ຕ່ຳຫຼວດ ແລະທີມງານປ້ອງກັນ-ຄວບຄຸມ ໄພພິບັດຂັ້ນເມືອງ ສືບຕໍ່ລົງຊ່ວຍປະຊາຊົນໃນການເກັບມ້ຽນເຄື່ອງຂອງ ແລະເກັບກຳຂໍ້ມູນຄວາມເສຍຫາຍເປັນລາຍລະອຽດ ເພື່ອວາງແຜນການໃຫ້ການຊ່ວຍເຫຼືອຜູ້ທີ່ຖືກຜົນກະທົບໃນຂັ້ນຕໍ່ໄປ.

ແຫຼ່ງຂ່າວ: Lao National Radio

LEAVE A REPLY

Please enter your comment!
Please enter your name here