ພິທີສະເຫຼີມສະຫຼອງ ພຣະທາດປາກເຂັດ ພຣະທາດປາກຢໍາ ວັດອາຮາມ ອຸຕະມະທານີ

0
657

ສໍາເລັດພິທີສະເຫຼີມສະຫຼອງ ພຣະທາດປາກເຂັດ ພຣະທາດປາກຢໍາ ວັດອາຮາມ ອຸຕະມະທານີ

ເຊິ່ງເປັນປະທານໂດຍ ສາທຸໃຫຍ່ອ່ອນແກ້ວ ກິຕຕິພັທໂທ ປະທານ ອພສ ແຂວງຫຼວງພະບາງ ເພື່ອມອບຮັບພຣະທາດທັງສອງ ພາຍຫຼັງບູຣະນະສໍາເລັດໂດຍມີ ຫ້ອງການມໍລະໂລກຫລວງພະບາງ ເປັນເຈົ້າໂຄງການປະຕິສັງຂອນພຣະທາດປາກເຂັດ ພຣະທາດປາກຢຳ ໂດຍໄດ້ຮັບທືນສະຫນັບສະໜູນ ຈາກອົງການ JiCa ໂຄງການສ້າງຄວາມອາດສາມາດດ້ານການຄູ້ຄອງ ແລະປົກປັກຮັກສາມໍລະດົກໂລກ ຫລວງພະບາງແບບຍືນຍົງ ມູນຄ່າລວມ 112,530,000 ກີບ ໂດຍມີ ບໍລິສັດນັດທະວົງກໍ່ສ້າງ ເປັນຜູ້ຮັບເຫມົາບູລະນະປະຕິສັງຂອນ ດັ່ງລາຍລະອຽດລຸ່ມນີ້

1. ເລິ່ມປະຕິສັງຂອນພຣະທາດທັງສອງ ວັນທີ 13 ກໍລະກົດ(7) 2022 ສໍາເລັດ ວັນທີ 2 ສິງຫາ(2022 ລວມມູນຄ່າພຮະທາດທັງສອງ 97,440,000 ກີບ

2. ເລິ່ມປະຕິສັງຂອນປ້າຍວັດ ວັນທີ 17 ກໍລະກົດ(7) 2022 ສໍາເລັດ ວັນທີ 6 ສິງຫາ 2022 ແລະປ້າຍວັດ ລວມມູນຄ່າ 15,000,000 ກີບແລະອົງການຈັດຕັ້ງບ້ານອາຮາມ ເຖົ້າແກ່ແນວໂຮມ ຊາວບ້ານອາຮາມທຸກທ່ານ ແລະບ້ານໃກ້ເຮືອນຄຽງ ຮ່ວມອະນຸໂມທະນາບຸນ ຂໍຂອບໃຈໃນຄວາມເມຕຕາ ພຣະເຖຣານຸເຖຣະ ແລະອອກຕົນຍາດໂຍມທັງຫຼາຍ ຂໍໃຫ້ເປັນຜູ້ຈະເລີນງອກງາມໄພບູນພູນສຸກກັນທົ່ວຫນ້າ ເຈົ້າພາບເຈົ້າສັດທາທຸກທ່ານ

ແຫຼ່ງຂ່າວ: Thongphanh Panyavangso

LEAVE A REPLY

Please enter your comment!
Please enter your name here