ຈະລາຈອນ ປກສ ນວ ກຳນົດແຜນວຽກກະກຽມກໍາລັງລົງລະບາຍການສັນຈອນ

0
996

ຈະລາຈອນ ປກສ ນວ ກຳນົດແຜນວຽກກະກຽມກໍາລັງລົງລະບາຍການສັນຈອນ ຕາມສາຍທາງໃນໄລຍະເວລາຝົນຕົກ ຈາກພາຍຸໝູນເຂດຮ້ອນມູລານ (MULAN)

ຕາມການແຈ້ງເຕືອນ ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ວ່າ: ພາຍຸໝູນເຂດຮ້ອນມູລານ (MULAN) ກຳລັງເຄື່ຶອນເຂົ້າມາທາງພາກເໜືອ ຂອງປະເທດລາວ ໃນລະຫວ່າງວັນທີ 10-13 ສິງຫາ 2022 ເຊິ່ງອາດຈະຈະເຮັດໃຫ້ມີຝົນຕົກ, ຟ້າຮ້ອງ, ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ຕໍ່ສະພາບການດັ່ງກ່າວ ພະແນກຕຳຫຼວດຈະລາຈອນ ປກວ ນວ ສົມທົບກັບກອງຕໍາຫຼວດຈະລາຈອນ 9 ຕົວເມືອງ ວາງແຜນກະກຽມກໍາລັງລົງລະບາຍການສັນຈອນອໍານວຍຄວາມສະດວກໃຫ້ຜູ້ໃຊ້ລົດ-ໃຊ້ຖະໜົນ ເພື່ອກຽມພ້ອມຮັບມືໃນໄລຍະເວລາຝົນຕົກໜັກ.

ພັທ ສັງຄົມ ພົມມະລາດ ຮອງຫົວໜ້າພະແນກຕຳຫຼວດ ຈະລາຈອນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງໃຫ້ນັກຂັບຂີ່ເອົາໃຈໃສ່ວາງແຜນລ່ວງໜ້າໃນການເດີນທາງ, ກະກຽມອຸປະກອນ ເສື້ອກັນຝົນ, ຄັນຮົ່ມ ແລະ ອື່ນໆ, ໃຫ້ຫຼີກລ່ຽງເວັ້ນຖະໜົນມີນໍ້າຖ້ວມ.

ຜູ້ຂັບຂີ່ ລົດພື້ນຕໍ່າ ເຊັ່ນ: ລົດເກັງ, ລົດຈັກຄວນຫຼີກລຽງ, ເພາະມັນອາດຈະສົ່ງຜົນກະທົບຕໍ່ລະບົບເຄື່ອງຈັກ, ຂໍໃຫ້ນັກຂັບຂີ່ກວດເຊັກລະບົບເຕັກນິກ, ໄຟສັນຍານ, ຟອຍປັດນໍ້າຝົນ, ລະບົບຫ້າມລໍ້ , ບໍ່ຄວນຈອດລົດຢູ່ກ້ອງຕົ້ນໄມ້ໃຫຍ່, ປ້າຍໂຄສະນາຂະໜາດໃຫຍ່ ແລະ ບໍ່ຈອດລົດໃກ້ແຄມຕາຝັ່ງແມ່ນໍ້າ, ຫ້ວຍນໍ້າ, ຄອງນໍ້າຫຼາຍເກີນໄປ ເພາະວ່າດິນ ອາດຈະເກີດຖືກກັດເຊາະເຈື່ອນລົງສູ່ແມ່ນໍ້າ ແລະ ໃຫ້ປະຕິບັດຕາມລະບຽບຈະລາຈອນຢ່າງເຂັ້ມງວດ, ເວລາຝົນຕົກອາກາດມືດມົວແມ່ນໃຫ້ໄຕ້ໄຟຕາຕໍ່າ ແລະ ແລ່ນລົດຊ້າເພື່ອຄວາມປອດໄພ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

LEAVE A REPLY

Please enter your comment!
Please enter your name here