ໂຮງໝໍນ້ອຍບ້ານນາເມືອງ ໄດ້ຮັບການຊ່ວຍເຫຼືອອຸປະກອນ

0
735

ໃນອາທິດຜ່ານມານີ້, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ຮ່ວມກັບ ທ່ານ ພູວົງ ພະມີສິດ ໄດ້ນຳພາທີມງານມູນນິທິຮ່ວມໃຈ ພັດທະນາ ພ້ອມກັນສ້າງກິດຈະກຳ “ຮ່ວມແຮງ ຮ່ວມໃຈຊ່ວຍເຫຼືອອຸປະກອນການແພດ“ ໃຫ້ແກ່ໂຮງໝໍນ້ອຍ ບ້ານນາເມືອງ ເມືອງເຟືອງ ແຂວງວຽງຈັນ, ໂດຍມີ ທ່ານ ວຽງຊໍາ ກວ້າງມະນີວັນ ຫົວໜ້າຈຸດສຸມພັດທະນາຜາສັງ, ມີປະທານອົງການກາແດງແຂວງວຽງຈັນ, ຫົວໜ້າຫ້ອງການ, ອົງການປົກຄອງບ້ານ ແລະ ພະນັກງານ ແພດ-ໝໍເຂົ້າຮ່ວມ.

ອຸປະກອນການແພດທີ່ນໍາມາຊ່ວຍເຫຼືອໃນຄັ້ງນີ້, ປະກອບມີ: ຫົວເກ+ບັ້ງອົກຊີ, ເຄື່ອກວດຫູ, ຫຼັກເຊ ຣອມ, ຕູ້ອຸ່ນເດັກ, ເຄື່ອງກວດທາດນ້ຳຕານ+ໄຂມັນ+ປະດົງຂໍ້, ອົກຊີແມັກ, ຊຸດເກີດລູກ, ຜ້າອັດປາກ, ສະເປເຫຼົ້າຂ້າເຊື້ອ ແລະ ອຸປະກອນອື່ນໆ ມູນຄ່າທັງໝົດ 33.820.625 ກີບ.

ທ່ານ ພູທອນ ເມືອງປາກ ຕາງໜ້າໃຫ້ແກ່ທີມງານ ກ່າວຈຸດປະສົງໃນການນໍາເອົາອຸປະກອນການແພດລົງມາຊ່ວຍເຫຼືອໃນຄັ້ງນີ້, ເພື່ອເປັນການຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ທາງດ້ານອຸປະກອນທີ່ຈໍາເປັນ ເພື່ອບໍລິການຮັບໃຊ້ພໍ່ແມ່ປະຊາຊົນ ທັງສະແດງເຖິງນ້ຳໃຈສາມັກຄີ ຮັກແພງ. ສະນັ້ນ, ຈຶ່ງໄດ້ຄົ້ນຄວ້າໃນໝູ່ຄະນະ ສົມທົບກັບມູນນິທິຮ່ວມໃຈ ພັດທະນາ, ສະຫຼະທຶນຮອນ ຊື້ອຸປະກອນທັງໝົດມາຊ່ວຍເຫຼືອໂຮງໝໍນ້ອຍແຫ່ງນີ້.

ທ່ານ ທອງວັນ ພົງພັກດີ ຫົວໜ້າຫ້ອງການສາທາລະນະສຸກ ໄດ້ໃຫ້ກຽດຂຶ້ນກ່າວຮັບ ພ້ອມທັງສະແດງຄວາມຂອບໃຈ ເປັນຢ່າງສູງ ຕໍ່ບັນດາທ່ານທີ່ມີສ່ວນຮ່ວມ ໃນການປະກອບສ່ວນອຸປະກອນຕ່າງໆ ນຳມາຊ່ວຍເຫຼືອຄັ້ງນີ້ ແລະ ໄດ້ມອບຕໍ່ໃຫ້ພະນັກງານແພດໝໍຢູ່ໂຮງໝໍນ້ອຍບ້ານນາເມືອງ ໄດ້ນຳໃຊ້ເຂົ້າໃນວຽກງານສາທາລະນະສຸກ ເພື່ອບໍລິການພໍ່ແມ່ປະຊາຊົນ ໃນເຂດປົກຄຸມດັ່ງກ່າວນີ້ ມີສຸຂະພາບທີ່ດີ ພ້ອມທັງຈະຄຸ້ມຄອງ, ຮັກສາອຸປະກອນໃຫ້ຄຸ້ມຄ່າ ແລະ ໃຊ້ໄດ້ດົນ. ໃນໂອກາດນີ້, ເພື່ອເປັນການສະແດງຄວາມຮູ້ບຸນຄຸນ ແລະ ຄຸນງາມຄວາມດີ ຈາກທີມງານມາຊ່ວຍເຫຼືອຄັ້ງນີ້ ອົງການປົກຄອງເມືອງຈຶ່ງໄດ້ຕົກລົງມອບໃບຍ້ອງຍໍ 1 ໃບ ແລະ ໃບກຽດຕິຄຸນ 1 ໃບ ໃຫ້ແກ່ຄະນະທີມງານ ທີ່ມາມອບເຄື່ອງໃນຄັ້ງນີ້ຢ່າງສົມກຽດ.

ແຫຼ່ງຂ່າວ: ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here