ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ປອກຕຸຍການ

0
891

ໃນວັນທີ 25 ສິງຫາ ຜ່ານມາ, ຢູ່ທຳນຽບປະທານາທິບໍດີ ແຫ່ງ ສາທາ ລະນະລັດ ປອກຕຸຍການ, ນະຄອນຫຼວງ ລິດສະບອນ, ທ່ານ ຄຳອິນ ຄິດຈະເດດ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ(H.E. Marcelo Rebelo de Sousa), ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອກຳລັງຕຳແໜ່ງເປັນເອກອັກຄັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປອກຕຸຍການ ເຊິ່ງມີສະຖານທູດຕັ້ງຢູ່ນະຄອນຫລວງປາຣີ.

ໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ໄດ້ນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມຮັກແພງ ແລະ ຄວາມອວຍພອນໄຊອັນປະເສີດ ເພື່ອສັນຕິພາບ, ມິດຕະພາບ, ຄວາມສົມບູນພູນສຸກ ແລະ ການພົວພັນຮ່ວມມືທີ່ດີ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຝາກເຖິງທ່ານປະທານປະເທດ ແຫ່ງ ສາທາລະນະລັດ ປອກຕຸຍການ ແລະ ພ້ອມທັງ ຜ່ານທ່ານໄປຍັງລັດຖະບານ ແລະປະຊາຊົນປອກຕຸຍການ ທຸກທົ່ວໜ້າ.

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມດີໃຈທີ່ໄດ້ຖືກແຕ່ງເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ປອກຕຸຍການ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະທີ່ດຳລົງຕຳແໜ່ງ, ພ້ອມທັງຈະເຮັດສຸດຄວາມສາມາດໃນການເພີ່ມທະວີ ການສົ່ງເສີມສຳພັນໄມຕີ, ການຮ່ວມມືຂອງສອງປະເທດໃຫ້ດີຂຶ້ນໃນອະນາຄົດ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນ ປອກຕຸຍການ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອທາງດ້ານການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະ ດ້ານການສຶກສາ ແລະ ຫວັງວ່າ ຈະໄດ້ສືບຕໍ່ຜັນຂະຫຍາຍການຮ່ວມມືຢ່າງດີໃນຕໍ່ໜ້າ.

ພ້ອມນີ້, ທ່ານເອກອັກຄະລັດຖະທູດ ໄດ້ອວຍພອນໄຊອັນປະເສີດໃຫ້ທ່ານ ປະທານາ ທິບໍດີ ພ້ອມດ້ວຍຄອບຄົວ ແລະ ປະຊາຊົນ ປອກຕຸຍການທຸກທົ່ວໜ້າ.

ໃນໂອກາດດຽວກັນນີ້, ທ່ານ ປະທານາທິບໍດີ ມາເຊໂລ ກໍໄດ້ສະແດງຄວາມຊົມເຊີຍມາຍັງ ທ່ານເອກອັກຄະລັດຖະທູດ ຄົນໃໝ່ ແລະ ໄດ້ຝາກຄວາມຢື້ຢາມຖາມຂ່າວ, ຄວາມຮັກແພງ, ຄວາມອວຍພອນໄຊອັນປະເສີດ ແລະ ມິດຕະພາບການພົວພັນທີ່ດີ ມາຍັງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປລາວ, ລັດຖະບານ ແລະ ປະຊາຊາຊົນລາວທຸກທົ່ວໜ້າ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປອກຕຸຍການ ໄດ້ສ້າງສາຍພົວພັນການທູດນຳກັນໃນວັນທີ 31 ພຶດສະພາ1995; ສປປ ລາວ ມີສະຖານທູດຕັ້ງຢູ່ ນະຄອນຫລວງປາຣີ ຮັບຜິດຊອບ ປະເທດ ປອກຕຸຍການ ແລະ ສາທາລະນະລັດປອກຕຸຍການ ມີສະຖານທູດຕັ້ງຢູ່ ນະຄອນຫຼວງ ບາງກອກ ປະເທດໄທ ຮັບຜິດຊອບ ສປປ ລາວ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here