ກະຊວງ ປກສ ປະຕິບັດນະໂຍບາຍຕໍ່ນາຍຕໍາຫຼວດທີ່ໄດ້ຮັບເຄາະຮ້າຍ ຢ່າງສົມກຽດ

0
18848

ກະຊວງ ປກສ ໄດ້ເອົາໃຈໃສ່ໃນການປະຕິບັດນະໂຍບາຍດ້ານຕ່າງໆຢ່າງສົມກຽດ ຕໍ່ນາຍຕໍາຫຼວດ ທີ່ເສຍຊີວິດ ແລະ ໄດ້ຮັບບາດເຈັບ ໃນລະຫວ່າງການປະຕິບັດໜ້າທີ່ ໃນວັນທີ 1 ກັນຍາ 2022, ເວລາປະມານ 10 ໂມງ ທີ່ໄດ້ລົງແກ້ໄຂເປົ້າໝາຍຊື້-ຂາຍ ຢາເສບຕິດ ຢູ່ບ້ານຫ້ວຍເຈາະ ກຸ່ມສາມສຸມ ເມືອງວຽງຄຳ ແຂວງຫຼວງພະບາງ, ເຊິ່ງໃນຂະນະນັ້ນ ເປົ້າໝາຍໄດ້ມີການແກະລະເບີດ ເຮັດໃຫ້ເຈົ້າໜ້າທີ່ເສຍຊີວິດ 3 ສະຫາຍ ແລະ ບາດເຈັບ 4 ສະຫາຍ, ສ່ວນເປົ້າໝາຍທີ່ກໍ່ເຫດ ຄື ທ້າວ ຄົວວ່າ ທໍ່ ແມ່ນເສຍຊີວິດຄາທີ່.

ຕໍ່ກັບເຫດການທີ່ເກີດຂຶ້ນການຈັດຕັ້ງທຸກຂັ້ນແມ່ນໄດ້ຮີບຮ້ອນ ໃຫ້ການຊ່ວຍເຫຼືອຕາມຂັ້ນຕອນ ເປັນຕົ້ນແມ່ນສົ່ງຜູ້ໄດ້ຮັບບາດເຈັບໄປປິ່ນປົວເບື້ອງຕົ້ນຢູ່ໂຮງໝໍທ້ອງຖິ່ນຢ່າງວ່ອງໄວ; ຈາກນັ້ນ, ຄະນະນໍາກະຊວງປ້ອງກັນຄວາມສະຫງົບໄດ້ຊີ້ນໍາໃຫ້ເອົາເຮືອບິນໄປຮັບຜູ້ຖືກບາດເຈັບສາຫັດເພື່ອມາປິ່ນປົວຢູ່ໂຮງໝໍໃນນະຄອນຫຼວງວຽງຈັນ.

ດ້ວຍຄວາມເປັນຫ່ວງເປັນໄຍ ແລະ ເອົາໃຈໃສ່ຂອງການ ນຳພັກ-ລັດ, ກໍຄືການນຳກະຊວງປ້ອງກັນຄວາມສະຫງົບ ໃນວັນທີ 3 ກັນຍາ 2022, ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ ໄດ້ໄປຢ້ຽມຢາມຜູ້ໄດ້ຮັບເຈັບທີ່ຖືກນຳສົ່ງມາປິ່ນປົວຢູ່ໂຮງໝໍ 103 ເພື່ອເປັນການຢ້ຽມຢາມຖາມຂ່າວ ແລະ ໃຫ້ກຳລັງໃຈຢ່າງໃກ້ສິດ.

ພ້ອມດຽວກັນນັ້ນ, ໃນລະຫວ່າງວັນທີ 2-5 ກັນຍາ 2022, ພົຕ ວັນທອງ ກອງມະນີ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມເພື່ອແບ່ງເບົາ, ອົບອຸ່ນຈິດໃຈ ແລະ ປະຕິບັດນະໂຍບາຍ ຢ່າງສົມກຽດຕໍ່ນາຍຕໍາຫຼວດທີ່ໄດ້ຮັບບາດເຈັບ ແລະ ຄອບຄົວຂອງນາຍຕຳຫຼວດ ທີ່ເສຍຊີວິດໃນຂະນະປະຕິບັດໜ້າທີ່ 3 ສະຫາຍ.

ໃນການລົງເຄື່ອນໄຫວຢ້ຽມຢາມ, ທ່ານຮອງລັດຖະມົນຕີໄດ້ຕາງໜ້າໃຫ້ກະຊວງ ປກສ ປະຕິບັດນະໂຍບາຍພິເສດຄື: ມອບຫຼຽນພິລະອາດຫານຊັ້ນ I ໃຫ້ສະຫາຍລະ 1 ໜ່ວຍ, ເລື່ອນຊັ້ນໃຫ້ຜູ້ເສຍຊີວິດ ຈາກ ຮ້ອຍຕີ ຂຶ້ນ ຮອ 2 ສະຫາຍ ຄື: ຮອ ອາລິນ ວິໄລພອນ ແລະ ຮອ ອິນປອນ ຈັນທະລັງສີ ແລະ ເລື່ອນຊັ້ນ ສິບເອກ ຂຶ້ນເປັນ ຮຕ 1 ສະຫາຍ ຄື: ຮຕ ຊາຍ ພະລືໄຊ; ພ້ອມທັງ ມອບເງິນນະໂຍບາຍຈຳນວນໜຶ່ງ ເພື່ອແບ່ງເບົາຄວາມໂສກເສົ້າເສຍໃຈຕໍ່ກັບຄອບຄົວ ແລະ ຍາດຕິພີ່ນ້ອງຂອງນາຍ ຕຳຫຼວດທີ່ຖືກເຄາະຮ້າຍໃນຄັ້ງນີ້ ແລະ ໄດ້ເຂົ້າຮ່ວມງານຊາປະນາກິດສົບຂອງນາຍຕຳຫຼວດທັງ 3 ສະຫາຍ ຢ່າງສົມກຽດ.

ນອກນັ້ນ, ຍັງໄດ້ມອບເງິນນະໂຍບາຍຕໍ່ຄອບຄົວນາຍຕໍາຫຼວດທີ່ເສຍຊີວິດ ແລະ ໄດ້ຮັບບາດ ເຈັບ ໃນຄັ້ງນີ້, ກະຊວງ ປກສ, ກອງບັນຊາການ ປກສ ແຂວງຫຼວງພະບາງ, ບັນດາຫ້ອງ, ບັນດາເມືອງ, ຫ້ອງວ່າການປົກຄອງເມືອງວຽງຄຳ, ກອງບັນຊາການ ປກສ ເມືອງວຽງຄຳ ໄດ້ສົມທົບກັນປະຕິບັດນະໂຍບາຍໃນເບື້ອງຕົ້ນ ຕໍ່ຄອບຄົວນາຍຕໍາຫຼວດຜູ້ເສຍຊີວິດ 3 ຄອບຄົວ ໂດຍຄອບຄົວລະ 79 ລ້ານກີບ ແລະ ປະຕິບັດນະໂຍບາຍໃນເບື້ອງຕົ້ນຕໍ່ຜູ້ໄດ້ຮັບບາດເຈັບ 4 ສະຫາຍ, ສະຫາຍລະ 31 ລ້ານກີບ.

ນອກນັ້ນ, ກະຊວງ ປກສ ກໍຄືການຈັດຕັ້ງທຸກຂັ້ນ ຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອຄອບຄົວຜູ້ເສຍຊີວິດ ແລະ ຜູ້ທີ່ໄດ້ຮັບບາດເຈັບທາງດ້ານວັດຖຸ-ຈິດໃຈ ຢ່າງເຕັມທີ່, ສືບຕໍ່ປິ່ນປ່ວຍຜູ້ໄດ້ຮັບບາດເຈັບໃຫ້ສຸດຄວາມສາມາດ ແລະ ໃຫ້ຫາຍດີໂດຍໄວ.

ນອກຈາກນັ້ນ, ໃນຕອນບ່າຍຂອງວັນທີ 4 ກັນຍາ 2022, ພົຕ ວັນທອງ ກອງມະນີ ກໍໄດ້ພົບປະໂອ້ລົມພະນັກງານ-ນັກຮົບ ກອງບັນຊາການ ປກສ ເມືອງວຽງຄຳ ເພື່ອໃຫ້ກຳລັງໃຈ ແລະ ຊຸກຍູ້ໃຫ້ ນາຍ ແລະ ພົນຕຳຫຼວດ ປກສ ເມືອງວຽງຄຳ ສືບຕໍ່ເຮັດວຽກງານວິຊາສະເພາະທີ່ພັກ-ລັດ ກໍຄືກະຊວງ ປກສ ມອບໝາຍໃຫ້ມີຜົນສຳເລັດ; ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຍາດໄດ້ ໃນໄລຍະຜ່ານມາ ຕ້ອງພ້ອມກັນສືບຕໍ່ຮັກສາ ແລະ ເສີມຂະຫຍາຍມູນເຊື້ອຂອງກຳລັງ ປກສ ແລະ ສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ນາຍ ແລະ ພົນຕຳຫຼວດ ໃຫ້ມີຄຸນສົມບັດສິນທຳປະຕິວັດ, ເຊື່ອໝັ້ນຕໍ່ແນວທາງຂອງພັກ-ລັດ, ປັບປຸງແບບແຜນວິທີເຮັດວຽກ, ຝຶກຝົນຮໍ່າຮຽນຍົກລະດັບວິຊາສະເພາະ ໃຫ້ມີຄວາມຮູ້-ຄວາມສາມາດສູງຂຶ້ນ, ກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງເຕີບໃຫຍ່ທັງປະລິມານ ແລະ ຄຸນນະພາບ.

ຂ່າວ: ກົມສື່ມວນຊົນ ປກສ

LEAVE A REPLY

Please enter your comment!
Please enter your name here