ກົມການຈັດຫາງານ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ລົງທະບຽນໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ

0
793

ກົມການຈັດຫາງານ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ລົງທະບຽນໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ

ໃນວັນທີ 5 ກັນຍາ ຜ່ານມາ ທີ່ສະຖາບັນພັດທະນາກຳມະບານ ນະຄອນຫຼວງວຽງຈັນ ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບ ສູນກາງສະຫະພັນກຳມະບານລາວ ແລະ ບໍລິສັດ ສະຫວັນ ບໍລິການຈັດຫາງານ ຈຳກັດ ໄດ້ຊີ້ແຈງ ແລະ ສ້າງຄວາມເຂົ້າໃຈແກ່ແຮງງານທີ່ໄດ້ລົງທະບຽນ ໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ, ຕາງໜ້າໃຫ້ກະຊວງ ຮສສ ແມ່ນທ່ານ ນາງ ວັນນີ ແກ້ວໄຊຍະວົງ ຮອງຫົວໜ້າກົມການຈັດຫາງານ ກະຊວງ ຮສສ, ມີຕາງໜ້າສູນກາງສະຫະພັນກຳມະບານລາວ ແລະ ມີຮອງອຳນວຍການບໍລິສັດສະຫວັນ ບໍລິການ ຈັດຫາງານ ຈໍາກັດ ພ້ອມວິຊາການກ່ຽວຂ້ອງເຂົ້າຮ່ວມ.

ເນື່ອງຈາກເມື່ອບໍ່ດົນມານີ້ໄດ້ມີຜູ້ສະໝັກຈຳນວນໜຶ່ງໄດ້ມາຮຽກຮ້ອງຕໍ່ວ່າ ບໍລິສັດ ສະຫວັນບໍລິການ ຈັດຫາງານ ເນື່ອງຈາກວ່າ ລົງທະບຽນແລ້ວ ບໍ່ມີລາຍຊື່ອອກໄປເຮັດວຽກ ແລະ ຢາກມາຂໍຖອນເງິນຄືນ, ອັນໄດ້ສ້າງຄວາມສັບສົນໃຫ້ກັບຫຼາຍໆຄົນທີ່ລົງທະບຽນໄປກ່ອນໜ້ານັ້ນ ແລະ ຕໍ່ກັບປະເດັນດັ່ງກ່າວ, ທ່ານ ນາງ ວັນນີ ແກ້ວໄຊຍະວົງ ກໍໄດ້ອະທິບາຍເພີ່ມເຕີມກ່ຽວກັບເງື່ອນໄຂຂອງການລົງທະບຽນ ສະໝັກໄປເຮັດວຽກຕາມລະດູການ ຢູ່ ສ ເກົາຫຼີ ລວມທັງລະບຽບໃນການຈັດສົ່ງ, ພ້ອມທັງຊີ້ແຈງບາງເງື່ອນໄຂຄວາມຕ້ອງການທີ່ຕະຫຼາດແຮງງານຂອງ ສ ເກົາຫຼີ ຮັບແຮງງານຈາກ ສປປ ລາວ, ດັ່ງນັ້ນ ຜູ້ທີ່ລົງທະບຽນກ່ອນແລ້ວ ຫາກມີຄວາມຕ້ອງການເງິນຄືນ ແມ່ນໃຫ້ມາລົງທະບຽນກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ພາຍຫຼັງສັງລວມໄດ້ແລ້ວ ແມ່ນຈະແຈ້ງໃຫ້ຜູ້ລົງທະບຽນມາຮັບເງິນຄືນ.

ໃນຕໍ່ໜ້າຖ້າຕ້ອງການທີ່ຈະໄປເຮັດວຽກຕາມລະດູການຢູ່ ສ ເກົາຫຼີ ກໍສາມາດມາລົງທະບຽນຄືນໃໝ່ ກັບກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ຂ່າວ-ພາບ: ກະ​ຊວງ​ແຮງ​ງານ ແລະ ສະ​ຫັວດ​ດີ​ການ​ສັງ​ຄົມ.

LEAVE A REPLY

Please enter your comment!
Please enter your name here