ຫຼາຍພາກສ່ວນຊ່ວຍເຫຼືອເຂດທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມຢູ່ເມືອງຂວາ

0
1811

ບໍລິສັດ ແລະ ບຸກຄົນ ມອບເງິນຊ່ວຍເຫຼື່ອໄພພິບັດນໍ້າຖ້ວມຢູ່ເມືອງຂວາ, ແຂວງຜົ້ງສາລີ.

ໃນຕອນບ່າຍຂອງວັນທີ 6 ກັນຍາ 2022 ນີ້, ຢູ່ທີ່ຫ້ອງຮັບແຂກຂອງຫ້ອງວ່າການແຂວງຜົ້ງສາລີ ທັງບໍລິສັດ ແລະ ບຸກຄົນ ໄດ້ມອບເງິນຊ່ວຍເຫຼື່ອໄພພິບັດນໍ້າຖ້ວມຢູ່ເມືອງຂວາ, ເຊິ່ງປະກອບມີ ບໍລິສັດ ຕົງ ກໍ່ສ້າງ ແລະ ບໍລິການສາງຝາກສິນຄ້າ, ຄ່ຽນຖ່າຍສິນຄ້າ ແລະ ທ່ອງທ່ຽວຄົບວົງຈອນ ຈຳກັດຜູ້ດຽວ ຈຳນວນ 50 ລ້ານກີບ ແລະ ທ່ານ ນາງ ພີມມະນີ ລາວເຊີນ ຈຳນວນ 20 ລ້ານກີບ ໂດຍການເຂົ້າຮ່ວມ ແລະ ກ່າວຮັບຂອງທ່ານ ຄໍາຜອຍ ວັນນະສານ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຜົ້ງສາລີ,

ໂອກາດນີ້ ທ່ານເຈົ້າແຂວງໄດ້ຕາງໜ້າການນຳແຂວງກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄູນຢ່າງສູງ ນຳສອງພາກສ່ວນ ທີ່ໄດ້ນຳເອົາເງິນສົດມາມອບໃນຄັ້ງນິີ້, ເຊິ່ງມັນໄດ້ປະກອບສ່ວນອັນສຳຄັນໃຫ້ແກ່ແຂວງຜົ້ງສາລີ ໃນການຊ່ວຍເຫຼື່ອຄັ້ງນີ້ ພ້ອມກັນນັ້ນທາງແຂວງຈະຮີບໂຮມວັດຖຸປັດໃຈຕ່າງໆທີ່ໄດ້ຮັບໃນຄັ້ງນີ້ ນຳໄປມອບຕໍ່ໃຫ້ກັບຜູ້ປະສົບໄພໂດຍໄວ. ໂອກາດນີ້, ທ່ານ ເຈົ້າແຂວງຍັງໄດ້ມອບໃບຍ້ອງຍໍໃຫ້ທັງສອງພາກສ່ວນຕື່ມອີກ.

.

.

( ພາບ – ຂ່າວ: ແສງຄຳ ສາລີວັນ )

LEAVE A REPLY

Please enter your comment!
Please enter your name here