19 ຮູບແຕ້ມເຍົາວະຊົນລາວ ໄດ້ວາງສະແດງຢູ່ຫໍວາງສະແດງວິທະຍາສາດເຕັກນິກຈີນ

0
692

ສູນອາຊີ-ອາຟຣິກາຂອງສະຖານີວິທະຍຸ, ໂທລະພາບສູນກາງຈີນ (CMG) ໄດ້ຈັດການປະກວດຮູບແຕ້ມເຍົາວະຊົນຄັ້ງທໍາອິດ, ພາຍໃຕ້ຫົວຂໍ້: “ຮ່ວມກັນສານຝັນການບິນອະວະກາດ” ເພື່ອໃຫ້ຊາວໜຸ່ມເຍົາວະຊົນຂອງໂລກ ໂດຍສະເພາະຊາວໜຸ່ມເຍົາວະຊົນຂອງບັນດາປະເທດທີ່ພວມພັດທະນາຢູ່ອາຊີ ແລະ ອາຟຣິກາ ໄດ້ຮັບຮູ້ເຖິງພາລະກິດການບິນອະວະກາດບັນທຸກຄົນຂອງມວນມະນຸດຢ່າງເລິກເຊິ່ງ ແລະ ໃຫ້ເຍົາວະຊົນສານຝັນແຫ່ງການບິນອະວະກາດໃນໃຈຂອງຕົນເອງ.

ຜົນງານຮູບແຕ້ມທີ່ດີເດັ່ນຈະໄດ້ນໍາໄປວາງສະແດງຢູ່ທີ່ຫໍວາງສະແດງວິທະຍາສາດເຕັກນິກຈີນ.

ສໍາລັບ ສປປ ລາວ ການແຂ່ງຂັນແມ່ນໄດ້ຮັບຄວາມສົນໃຈ ແລະ ນິຍົມຊົມຊອບຈາກເຍົາວະຊົນທົ່ວປະເທດ ໂດຍມີເຍົາວະຊົນລາວ ໄດ້ສົ່ງຮູບແຕ້ມກ່ຽວກັບການໃຊ້ຊີວິດໃນອະວະກາດ 300 ກວ່າຜົນງານເຂົ້າຮ່ວມແຂ່ງຂັນ ແລະ ຄັດເລືອກໄດ້ 19 ຜົນງານທີ່ດີເດັ່ນເພື່ອເຂົ້າຮ່ວມວາງສະແດງຢູ່ຫໍວາງສະແດງວິທະຍາສາດເຕັກນິກຈີນ.

ໃນນີ້ມີ 7 ຜົນງານທີ່ໄດ້ຮັບລາງວັນ ມີລາງວັນທ່ຽນກົງ 3 ລາງວັນ, ລາງວັນທຽນເຫີ 4 ລາງວັນ. ຕາງໜ້າມອບໃບກຽດຕິຄຸນ ໂດຍ ທ່ານ ສົມປະສົງ ຈັນທະວົງ ປະທານ ໂຮງຮຽນ ມ.ສ ຫຼຽວໂຕວ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸສາກົນ ແຫ່ງປະເທດຈີນ CRI ປະຈໍາລາວ.

ນອກຈາກນັ້ນ ເຍົາວະຊົນທຸກປະເທດທີ່ສົ່ງຜົນງານເຂົ້າຮ່ວມກິດຈະກໍາຕ່າງກໍໄດ້ຮັບລາງວັນເມິ້ງທ່ຽນ ແລະ ເຄື່ອງທີ່ລະນຶກຈາກ CMG. ພິທີມອບລາງວັນການປະກວດຮູບແຕ້ມໃຫ້ແກ່ເຍົາວະຊົນລາວ ໄດ້ຈັດຂຶ້ນໃນວັນທີ 2 ກັນຍາ ຜ່ານມາ, ທີ່ນະຄອນຫຼວງວຽງຈັນ, ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມປະສົງ ຈັນທະວົງ ປະທານ ໂຮງຮຽນ ມ.ສ ຫຼຽວໂຕວ, ທ່ານ ນາງ ແສງແກ້ວ ຫົວໜ້າວິທະຍຸສາກົນ ແຫ່ງປະເທດຈີນ (CRI) ປະຈໍາລາວ ບັນດາຜູ້ເຂົ້າແຂ່ງຂັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ສົມປະສົງ ຈັນທະວົງ ໃຫ້ຮູ້ວ່າ: ກິດຈະກໍານີ້ແມ່ນໄດ້ຜົນເກີນຄາດໝາຍ, ຖືວ່າເປັນຜົນທີ່ຈະເຮັດໃຫ້ພວກເຮົາພັດທະນາດ້ານວິທະຍາສາດ ແລະ ເຮັດໃຫ້ນັກຮຽນຮູ້ວ່າຈະຮຽນຄວາມຮູ້ແຕ່ນ້ອຍ ເປັນກິດຈະກຳໜຶ່ງທີ່ສົ່ງຄວາມຮູ້ທີ່ດີໃຫ້ກັບນັກຮຽນ.

ການປະກວດຮູບແຕ້ມເຍົາວະຊົນ “ຮ່ວມກັນສານຝັນການບິນອະວະກາດ” ແມ່ນໄດ້ຮັບຄວາມສົນໃຈຈາກເຍົາວະຊົນຢ່າງຫຼວງຫຼາຍ ໂດຍຄະນະກໍາມະການໄດ້ຮັບຮູບແຕ້ມ 600 ກວ່າຜົນງານຈາກ 8 ປະເທດອາຊີ-ອາຟິຣກາ ຄື: ສປປ ລາວ, ຫວຽດນາມ, ມົງໂກລີ, ຕວກກີ, ບັງກະລາເທດ, ເຄນຢາ, ກຳປູເຈຍ ແລະ ອັຟການິສຖານ. ໃນນີ້, ຮູບແຕ້ມຜົນງານດີເດັ່ນທີ່ໄດ້ຖືກຄັດເລືອກມີ 89 ຜົນງານ ຊຶ່ງຈະນໍາໄປວາງສະແດງທີ່ຫໍວາງສະແດງວິທະຍາສາດເຕັກນິກຈີນໃນເດືອນກັນຍາ 2022 ນີ້.

ຈຸດປະສົງເພື່ອຊຸກຍູ້ການພັດທະນາ “ໜຶ່ງແລວ ໜຶ່ງເສັ້ນທາງ” ໃຫ້ມີຄຸນນະພາບສູງຮ່ວມກັນ ແລະ ປະຕິບັດຕາມແນວຄິດ “ປະຊາຄົມຮ່ວມຊາຕາກຳ” ທີ່ສະເໜີໂດຍ ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເພື່ອສະແດງເຈດຈໍານົງ “ມະນຸດນໍາໃຊ້ອະວະກາດໂດຍສັນຕິ”.

ຂ່າວ: ຊີອາໄອ, ປະຊາຊົນ

LEAVE A REPLY

Please enter your comment!
Please enter your name here