ເຊີນຮ່ວມທ່ຽວຊົມ ງານສຸຂະພາບໜຶ່ງດຽວ (One Health Fair)

0
1327

ແນວຄວາມຄິດຂອງໂຄງການ “One Health” ຫຼື “ສຸຂະພາບໜຶ່ງດຽວ” ແມ່ນເພື່ອໃຫ້ປະຊາຊົນຮັບຮູ້ວ່າສຸຂະພາບຂອງຄົນຕິດພັນກັບສຸຂະພາບຂອງສັດ ແລະ ສິ່ງແວດລ້ອມຢ່າງແໜ້ນແຟ້ນ, ເຊິ່ງກ່ຽວຂ້ອງກັບພາກສ່ວນສາທາລະນະສຸກ, ສັດຕະວະແພດ ແລະ ສິ່ງແວດລ້ອມ. ວິທີການນີ້ແມ່ນກ່ຽວພັນໂດຍກົງກັບຄວາມປອດໄພຂອງອາຫານ ແລະ ນໍ້າ, ໂພຊະນາການ, ການຄວບຄຸມພະຍາດຕິດຕໍ່ຈາກສັດສູ່ຄົນ, ການຄຸ້ມຄອງມົນລະພິດ, ແລະ ການຕ້ານການດື້ຢາຕ້ານເຊື້ອ.

ສະຫະພາບເອີຣົບ (ອີຢູ) ປະຈໍາ ສປປ ລາວ ໄດ້ຈັດງານສຸຂະພາບໜື່ງດຽວ, ເຊິ່ງເປັນສ່ວນໜຶ່ງຂອງການໂຄສະນາເຜີຍແຜ່ໃຫ້ກວ້າງຂວາງກ່ຽວກັບຄວາມສໍາຄັນຂອງການປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9,10 ແລະ 11 ກັນຍານີ້, ໄດ້ປະກອບມີບັນດາພະນັກງານ-ລັດຖະກອນ, ອົງການຈັດຕັ້ງ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ເຮັດວຽກ ແລະ ດໍາເນີນທຸລະກິດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

ແນວຄວາມຄິດຂອງໂຄງການ “One Health” ຫຼື “ສຸຂະພາບໜຶ່ງດຽວ” ແມ່ນເພື່ອໃຫ້ປະຊາຊົນຮັບຮູ້ວ່າສຸຂະພາບຂອງຄົນຕິດພັນກັບສຸຂະພາບຂອງສັດ ແລະ ສິ່ງແວດລ້ອມຢ່າງແໜ້ນແຟ້ນ, ເຊິ່ງກ່ຽວຂ້ອງກັບພາກສ່ວນສາທາລະນະສຸກ, ສັດຕະວະແພດ ແລະ ສິ່ງແວດລ້ອມ. ວິທີການນີ້ແມ່ນກ່ຽວພັນໂດຍກົງກັບຄວາມປອດໄພຂອງອາຫານ ແລະ ນໍ້າ, ໂພຊະນາການ, ການຄວບຄຸມພະຍາດຕິດຕໍ່ຈາກສັດສູ່ຄົນ, ການຄຸ້ມຄອງມົນລະພິດ, ແລະ ການຕ້ານການດື້ຢາຕ້ານເຊື້ອ.

ສະຫະພາບເອີຣົບ (ອີຢູ) ປະຈໍາ ສປປ ລາວ ໄດ້ຈັດງານສຸຂະພາບໜຶ່ງດຽວ, ເຊິ່ງເປັນສ່ວນໜຶ່ງຂອງການໂຄສະນາເຜີຍແຜ່ໃຫ້ກວ້າງຂວາງກ່ຽວກັບຄວາມສໍາຄັນຂອງການປົກປ້ອງສຸຂະພາບຂອງຄົນ, ສັດ ແລະ ສິ່ງແວດລ້ອມ.

ງານຕະຫຼາດນັດ ສຸຂະພາບໜຶ່ງດຽວຈັດຂຶ້ນທີ່ໂຮງແຮມ Crowne Plaza ນະຄອນຫຼວງວຽງຈັນ ໃນວັນທີ 9,10 ແລະ 11 ກັນຍານີ້, ໄດ້ປະກອບມີບັນດາພະນັກງານ-ລັດຖະກອນ, ອົງການຈັດຕັ້ງ, ນັກທຸລະກິດ ແລະ ພາກສ່ວນຕ່າງໆ ທີ່ເຮັດວຽກ ແລະ ດໍາເນີນທຸລະກິດແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມ.

ພາຍໃນງານຍັງຕ້ອງການສົ່ງເສີມໃຫ້ປະຊາຊົນເລືອກອາຫານທີ່ມີປະໂຫຍດ ແລະ ປອດໄພຕໍ່ຕົນເອງ ແລະ ໃຫ້ມີສະຕິລະວັງຕົວຕໍ່ກັບອັນຕະລາຍຂອງເຊື້ອພະຍາດທີ່ເກີດຈາກການໃຊ້ຢາຕ້ານເຊື້ອທີ່ບໍ່ຖືກຕ້ອງ.

“ພວກເຮົາຮັບຮູ້ເຖິງຄວາມສໍາຄັນຂອງການດູແລສິ່ງແວດລ້ອມ ແລະ ການປົກປ້ອງສຸຂະພາບຂອງສັດ, ເພື່ອຮັກສາສຸຂະພາບຂອງຄົນ. ການລະບາດຂອງພະຍາດໂຄວິດ-19 ໄດ້ສອນພວກເຮົາວ່າ ພວກເຮົາຕ້ອງຮ່ວມແຮງຮ່ວມໃຈກັນ ຖ້າຢາກປ້ອງກັນການແຜ່ລະບາດຂອງພະຍາດຕິດຕໍ່ໃນອະນາຄົດ ”, ກ່າວໂດຍ ທ່ານ ດຣ. ສະຫນອງ ທອງສະຫນາ, ຮອງລັດຖະມົນຕີກະຊວງສາທາລະນະສຸກ.

ທີ່ປຶກສາທູດ ແລະ ອຸປະທູດ ທ່ານ ນີແອວຣ ເລໂອນາດ (Nial Leonard) ຜູ້ຮັກສາການ ອຸປະທູດຂອງສະຫະພາບເອີຣົບ ປະຈໍາ ສປປ ລາວ ກ່າວວ່າ: “ໃນນາມສະຫະພາບເອີຣົບ, ພວກເຮົາຕັດສິນໃຈສະໜັບສະໜູນຂະບວນການນີ້ ເພາະວ່າພວກເຮົາຕ້ອງການຊຸກຍູ້ໃຫ້ຊຸມຊົນລົງມືປະຕິບັດ. ມັນເປັນສິ່ງຮີບດ່ວນທີ່ຕ້ອງຮ່ວມກັນປົກປ້ອງສຸຂະພາບຂອງຄົນ, ສັດ, ແລະ ສິ່ງແວດລ້ອມ, ມັນເປັນເລື່ອງຮີບດ່ວນທີ່ພວກເຮົາທຸກຄົນຕ້ອງບໍ່ຮູ້ເຖິງຄວາມສໍາຄັນຂອງສິ່ງແວດລ້ອມ ແລະ ຮັບຮູ້ວ່າມັນເຊື່ອມໂຍງກັບສຸຂະພາບຂອງຄົນແນວໃດ, ການບໍລິໂພກອາຫານທ້ອງຖິ່ນທີ່ດີຕໍ່ສຸຂະພາບ ແລະ ການປົກປ້ອງສຸຂະພາບຂອງສັດເພື່ອປ້ອງກັນພະຍາດທີ່ເປັນອັນຕະລາຍຕໍ່ມະນຸດ”.

ງານກິດຈະກຳດັ່ງກ່າວນີ້, ແມ່ນເປີດໃຫ້ປະຊາຊົນເຂົ້າຮ່ວມໂດຍບໍ່ເສຍຄ່າ, ພາຍໃນງານໄດ້ມີເວທີສົນທະນາ ແລະ ໂອ້ລົມສ້າງແຮງຈູງໃຈຈາກຄະນະຜູ້ຊ່ຽວຊານໃນສາຂາທີ່ກ່ຽວຂ້ອງ, ບັນດາຄອບຄົວ, ນ້ອງນັກຮຽນ ແລະ ເດັກນ້ອຍຕ່າງກໍຖືກເຊີນເຂົ້າຮ່ວມກິດຈະກຳມ່ວນຊື່ນ ແລະ ກິດຈະກໍາການຮຽນຮູ້, ມີບູທວາງສະແດງສິນຄ້າ ແລະ ໂຄງການລິເລີ່ມຕ່າງໃຫ້ຢ້ຽມຊົມຫຼາຍກວ່າ 30 ບູທ, ນອກນີ້ ຍັງໄດ້ຮ່ວມເຊຍພໍ່ຄົວແມ່ຄົວ ແລະ ຮັບຄໍາແນະນໍາຈາກຜູ້ຊ່ຽວຊານດ້ານການປຸງແຕ່ງອາຫານເພື່ອສຸຂະພາບໂດຍນຳໃຊ້ພືດເປັນຫຼັກ ໃນງານແຂ່ງຂັນເຮັດອາຫານເພື່ອສຸຂະພາບ (ເຈ) ກັບສະໂລແກນ “ເລືອກ, ລ້າງ, ຮັກສາ”.

European Union in Laos One Health Laos ສຸຂະພາບໜຶ່ງດຽວ

#onehealthlaos #ສຸຂະພາບໜຶ່ງດຽວ #euforonehealth #environment

LEAVE A REPLY

Please enter your comment!
Please enter your name here