ຮຽກຮ້ອງໃຫ້ທຸກຄົນຮຽນຮູ້ໜັງສື ຢ່າງທົ່ວເຖິງ

0
1996

ລັດຖະມົນຕີ ສສກ ຮຽກຮ້ອງໃຫ້ທຸກຄົນຮຽນຮູ້ໜັງສື ຢ່າງທົ່ວເຖິງ

ໃນອາທິດຜ່ານມາ, ທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ມີຄຳເຫັນຄວາມໝາຍສໍາຄັນຂອງ ວັນທີ 8 ກັນຍາຂອງທຸກປີ ຊຶ່ງແມ່ນວັນສາກົນແຫ່ງການຮຽນຮູ້ໜັງສື ໂດຍປີນີ້ຄົບຮອບ 57 ປີ ໂດຍເນັ້ນໃຫ້ຄົນທັງຫລາຍໄດ້ຮຽນຮູ້ໜັງສືໃຫ້ຫລາຍຂຶ້ນ, ຫລຸດພົ້ນຈາກຄວາມບໍ່ຮູ້ໜັງສື, ສາມາດອ່ານອອກ ຂຽນເປັນ ຈົບການສຶກສາພາກບັງຄັບ ແລະ ສາມາດນໍາໃຊ້ຄວາມຮູ້ໄປສູ່ການປະຕິບັດຕົວຈິງ ເພື່ອຍົກລະດັບຄຸນນະພາບຊີວິດ ຂອງຜູ້ຮຽນໃຫ້ດີຂຶ້ນໄປເລື້ອຍໆ ແລະ ສືບຕໍ່ຮຽນຮູ້ ຢູ່ຕະຫລອດຊີວິດ ພ້ອມທັງປະກອບສ່ວນພັດທະນາເສດຖະກິດ-ສັງຄົມຂອງປະ ເທດຊາດໃຫ້ຈະເລີນຮຸ່ງເຮືອງກ້າວໜ້າ.

ໃນແຕ່ລະປີ ອົງການອຸຍແນັດສະໂກ ໄດ້ມີສານໃຫ້ລັດພາຄີໃຫ້ເອົາໃຈໃສ່ສົ່ງເສີມການຮຽນຮູ້ໜັງສື ແລະ ການພັດທະນາແບບຍືນຍົງ ພ້ອມທັງມີຄໍາຂວັນອອກໃນແຕ່ລະປີ ຄຳຂວັນສໍາລັບປີ 2022 ແມ່ນ“ການຫັນປ່ຽນຮູບແບບການຮຽນຮູ້ໜັງສື” ຊຶ່ງໝາຍເຖິງການເຮັດໃຫ້ການຮຽນຮູ້ໜັງສືມີຫລາກຫລາຍຮູບແບບ, ມີການຮຽນແບບເຊິ່ງໜ້າ, ແບບ online ຫລື ແບບວິທີຮຽນ ເນັ້ນການຈັດການຮຽນ-ການສອນ ພາກປະຕິບັດຕົວຈິງຫລາຍກວ່າພາກທິດສະດີ ໂດຍເນັ້ນເອົານັກຮຽນເປັນໃຈກາງ. ນອກນັ້ນ, ຍັງໃຫ້ໂອກາດຜູ້ຮຽນໄດ້ຮັບການຝຶກທັກສະດ້ານຕ່າງໆ ໄປຕາມການປ່ຽນແປງຂອງເສດຖະກິດ ແລະ ສັງຄົມໃນປັດຈຸບັນ. ເຖິງແມ່ນວ່າ ລັດຖະບານຫລາຍປະເທດໄດ້ເອົາໃຈໃສ່ ແລະ ສົ່ງເສີມການຮຽນຮູ້ໜັງສືກໍຕາມ, ແຕ່ມາຮອດປີ 2020 ຍັງມີຜູ້ບໍ່ຮູ້ໜັງສື 773 ລ້ານຄົນໃນທົ່ວໂລກ. ໃນນັ້ນ, 2/3 ແມ່ນແມ່ຍິງທີ່ຂາດທັກສະການອ່ານການຂຽນໂດຍພື້ນຖານ ແລະ ກຳລັງປະເຊີນໜ້າກັບຄວາມສ່ຽງເພີ່ມຂຶ້ນໃນການຮັກສາສຸຂະພາບ, ການເຂົ້າເຖິງວຽກເຮັດງານທຳ ແລະ ການດໍາລົງຊີວິດໂດຍລວມຂອງເຂົາ ເຈົ້າ. ສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ມີປະຊາກອນໃນໄວຮຽນທົ່ວໂລກ 24 ລ້ານຄົນ ປະລະການຮຽນ.

ທ່ານ ຮສ.ປອ ພຸດ ສິມມາລາວົງ ຊີ້ໃຫ້ເຫັນອີກວ່າ: ສຳລັບ ສປປ ລາວ ເວລາໃດ ພັກ ແລະ ລັດຖະ ບານ ກໍໄດ້ໃຫ້ຄວາມສໍາຄັນໃນການພັດທະນາຊັບພະ ຍາກອນມະນຸດ ຊຶ່ງໄດ້ເອົາໃຈໃສ່ຂະຫຍາຍຕະໜ່າງການສຶກສາໃຫ້ທົ່ວເຖິງ ໃນຂອບເຂດທົ່ວປະເທດ ພ້ອມທັງສ້າງທຸກເງື່ອນໄຂ ເພື່ອໃຫ້ພົນລະເມືອງລາວ ແລະ ຜູ້ທີ່ອາໄສຢູ່ ສປປ ລາວ ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະ ພາບຢ່າງສະເໝີພາບ ແລະ ເທົ່າທຽມກັນ.

ຢ່າງໃດກໍຕາມ ຍັງມີປະຊາກອນທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ຜູ້ດ້ອຍໂອກາດຈຳນວນໜຶ່ງ ທີ່ບໍ່ຮູ້ໜັງສື, ຍັງມີເດັກນ້ອຍໃນເກນອາຍຸຈຳນວນໜຶ່ງ ບໍ່ໄດ້ເຂົ້າເຖິງການສຶກສາໄດ້ຢ່າງເຕັມສ່ວນ.

ສະເພາະສົກຮຽນ 2021-2022 ອັດຕາປະລະການຮຽນຈາກຊັ້ນປະຖົມສຶກສາ 4,9%, ມັດທະຍົມຕົ້ນ 11% ນີ້ແມ່ນສິ່ງທ້າທາຍອັນໃຫຍ່ຫລວງຂອງປະເທດພວກເຮົາ ຈຶ່ງຮຽກຮ້ອງໃຫ້ພວກເຮົາທຸກຄົນ ຕ້ອງໄດ້ສຸມໃສ່ວຽກງານການຈັດການຮຽນ-ການສອນ, ການປຸກລະດົມໃຫ້ນັກຮຽນທີ່ປະລະໄດ້ກັບມາຮຽນ, ຈັດຕັ້ງກັນຮຽນບຳລຸງໃຫ້ກຸ່ມເປົ້າໝາຍບ່ອນທີ່ມີເງື່ອນໄຂ ແລະ ນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ເກີດປະໂຫຍດສູງສຸດແກ່ການສຶກສາ ເຖິງແມ່ນວ່າຈະຕົກຢູ່ໃນສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ໃນສະພາບການລະບາດຂອງພະຍາດໂຄວິດ-19 ທີ່ຍັງສືບຕໍ່ລະບາດໄປທົ່ວໂລກກໍຕາມ.

ພ້ອມນັ້ນໄດ້ຮຽກຮ້ອງໃຫ້ທົ່ວສັງຄົມ ເປັນຕົ້ນ ຜູ້ບໍລິຫານການສຶກສາ, ຄູອາຈານແຕ່ລະຂັ້ນ ຈົ່ງໄດ້ພະຍາຍາມຈັດການສຶກສາໃຫ້ທົ່ວເຖິງ ທຸກກຸ່ມເປົ້າໝາຍທີ່ດ້ອຍໂອກາດ, ຜູ້ທຸກຍາກ, ເພດຍິງ, ຊົນເຜົ່າ, ຜູ້ພິການໃຫ້ໄດ້ຮັບການສຶກສາ ທີ່ມີຄວາມສະເໝີພາບ ແລະ ເທົ່າທຽມ, ສ້າງປັດໄຈເພື່ອເອື້ອອຳນວຍໃຫ້ທຸກຄົນ ສາມາດເຂົ້າເຖິງການສຶກສາ, ສ້າງພື້ນຖານເພື່ອຮອງຮັບການສຶກສາໄລຍະໃໝ່ ໂດຍຫັນການສຶກສາໄປສູ່ “ການຫັນປ່ຽນຮູບແບບການຮຽນຮູ້ໜັງສື” ຕາມຄໍາຂວັນຂອງອຸຍແນັດໂກ.

ແຫຼ່ງຂ່າວ: ຂປລ

LEAVE A REPLY

Please enter your comment!
Please enter your name here